ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະຫາວິທະຍາໄລ ສຫລ ຕ້ອງການນັກຮຽນ ຈາກຕ່າງປະເທດ ເພີ່ມຂຶ້ນ ຫຼາຍກວ່າເກົ່າ


ນັກຮຽນມະຫາວິທະຍາໄລ Brooklyn ກຳລັງຍ່າງໄປຫ້ອງຮຽນ ໃນນະຄອນ ນິວຢອກ.
ນັກຮຽນມະຫາວິທະຍາໄລ Brooklyn ກຳລັງຍ່າງໄປຫ້ອງຮຽນ ໃນນະຄອນ ນິວຢອກ.

ຄວາມພະຍາຍາມ ທີ່ຈະນຳເອົາບັນດານັກຮຽນຕ່າງປະເທດມາຮຽນຢູ່ ມະຫາວິທະຍາ
ໄລ ສະຫະລັດ ແຫ່ງຕ່າງໆ ແລະ ສົ່ງນັກຮຽນ ອາເມຣິກັນ ໄປຕ່າງປະເທດໄດ້ເພີ່ມຂຶ້ນ
ຢ່າງວ່ອງໄວໃນໄລຍະ 5 ປີທີ່ຜ່ານມາ ອີງຕາມການສຳຫຼວດມະຫາວິທະຍາໄລສະຫະ
ລັດແຫ່ງຕ່າງໆ ໂດຍ ສະພາການສຶກສາອາເມຣິກັນ ຫຼື ACE.

ສະພາ ACE ໄດ້ກ່າວ ກ່ຽວກັບ ການສຳຫຼວດຄວາມຄິດເຫັນ ຫຼາຍກວ່າ 70 ເປີເຊັນ ຂອງວິທະຍາໄລ ແລະມະຫາວິທະຍາໄລ 1,100 ແຫ່ງໃນປີ 2016 ວ່າ ການພົວພັນ
ກັບສາກົນແມ່ນ “ສູງ” ຫຼື “ສູງຫຼາຍ”

ລາຍງານໄດ້ກ່າວວ່າ ສະຖາບັນການສຶກສາຫຼາຍແຫ່ງໄດ້ເພີ່ມຄວາມພະຍາຍາມທີ່ຈະ
ເຮັດໃຫ້ ມະຫາວິທະຍາໄລແຫ່ງຕ່າງໆມີລັກສະນະ “ນານາຊາດຫຼາຍຂຶ້ນ” ຍ້ອນຍຸກ
ໂລກາພິວັດ ແຕ່ “ຄວາມພະຍາຍາມທັງຫຼາຍແມ່ນຍັງເພັ່ງເລັງໃສ່ນອກປະເທດເປັນ
ເລື່ອງທຳອິດ ແລະ ໃຫ້ຄວາມສຳຄັນຫຼາຍສຸດ,”
ໝາຍຄວາມວ່າ ນັກຮຽນສາກົນເຂົ້າ
ມາໃນປະເທດຫຼາຍກວ່ານັກຮຽນພາຍໃນອອກໄປຕ່າງປະເທດ.

ສະຫະລັດ ໄດ້ຕ້ອນຮັບນັກຮຽນນານາຊາດຫຼາຍກວ່າ 1 ລ້ານຄົນໃນສົກຮຽນປີ 2015-
2016, ​ໂດຍ​ທີ່ນັກຮຽນຈາກ ຈີນ ມີຫຼາຍກວ່າ 328,000 ຄົນ ແລະ ຕາມດ້ວຍ ອິນເດຍ
165,000 ຄົນ.

ນັກຮຽນກຸ່ມທີ່ໃຫຍ່ທີ່ສຸດ ຕໍ່ມາ ແມ່ນຈາກປະເທດ ຊາອຸດີ ອາເຣເບຍ ​ໂດຍ​ມີນັກຮຽນ
61,000 ຄົນ ຫຼື 5.9 ເປີເຊັນ ແລະ ເກົາຫຼີໃຕ້ 61,000 ຄົນ ຫຼື 5.8 ເປີເຊັນ. ສ່ວນທີ່ເຫຼືອທີ່
ມີເປີເຊັນໜ້ອຍກວ່າແມ່ນມາຈາກປະເທດ ການາດາ 2.6 ເປີເຊັນ, ຫວຽດນາມ 2.1 ເປີ
ເຊັນ, ໄຕ້ຫວັນ 2 ເປີເຊັນ, ບຣາຊິລ 1.9 ເປີເຊັນ, ຍີ່ປຸ່ນ 1.8 ເປີເຊັນ, ເມັກຊິໂກ 1.6 ເປີ
ເຊັນ, ອີຣ່ານ 1.2 ເປີເຊັນ, ອັງກິດ 1.1 ເປີເຊັນ, ເທີກີ 1 ເປີເຊັນ, ໄນຈີເຣຍ 1 ເປີເຊັນ, ເຢຍຣະມັນ 1 ເປີເຊັນ, ຄູເຫວດ 0.9 ເປີເຊັນ, ເນປານ 0.9 ເປີເຊັນ, ຝຣັ່ງ​ 0.8 ເປີເຊັນ, ອິນໂດເນເຊຍ 0.8 ເປີເຊັນ, ເວເນຊູເອລາ 0.8 ເປີເຊັນ, ຮົງກົງ 0.8 ເປີເຊັນ, ມາເລເຊຍ
0.8 ເປີເຊັນ, ໂຄລົມເບຍ 0.7 ເປີເຊັນ, ໄທ 0.7 ເປີເຊັນ ແລະ ສເປນ 0.6 ເປີເຊັນ.

ໃນທາງກົງກັນຂ້າມ, ສະຫະລັດ ໄດ້ສົ່ງນັກຮຽນຫຼາຍກວ່າ 310,000 ຄົນໄປຮໍ່າຮຽນຢູ່
ຕ່າງປະເທດ, ​ໂດຍທີ່ 63 ເປີເຊັນໄດ້ໄປຮຽນໃນລະດູຮ້ອນ ຫຼື ຢ່າງໜ້ອຍ 8 ອາທິດໃນ
ຕ່າງປະເທດ. 3.4 ເປີເຊັນຮໍ່າຮຽນໝົດພາກຮຽນໜຶ່ງ ແລະ 2.5 ເປີເຊັນຮຽນຈົນຈົບການ
ສຶກສາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG