ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກີດຄວາມວຸ້ນວາຍ ຕື່ມອີກ ຫຼັງຈາກຕຳຫຼວດ ຍິງຊາຍໜຸ່ມ ຜິວດຳຄົນນຶ່ງຕາຍ ທີ່ Ferguson (ສະ​ໄລ​ດ໌/ວີດີໂອ)


Racial Tensions High Over Police Shooting of African American Youth
please wait

No media source currently available

0:00 0:02:33 0:00

ເບິ່ງວີດີໂອລາຍງານກ່ຽວກັບເລື້ອງນີ້.

ຄວາມ​ເຄັ່ງ​ຕຶງ​ ​ໄດ້​ເພີ້​ມຂຶ້ນລະຫວ່າງ​ຕຳຫລວດ ​ແລະ ປະຊາຊົນ
ຢູ່ໃນ ເຂດຊານເມືອງ ຂອງ​ນະຄອນ St. Louis ລັດ Missouri
ບ່ອນ​ທີ່ຊາຍ​ໜຸ່ມ ຄົນ​ຜິວ​ດຳ​ທີ່​ບໍ່​ມີ​ອາວຸດຄົນນຶ່ງ ​ໄດ້​ຖືກ​ຍິງ​ຕາຍ​
ໂດຍ​ເຈົ້າໜ້າ​ທີ່​ຕຳຫລວດ​ນັ້ນ.

ໃນຕອນ​ກາງຄືນ​ຂອງ​ວັນ​ພຸດວານ​ນີ້ ຕຳຫລວດປາບຈະລາຈົນ
​ໄດ້ຍິງ​ແກ໊ສນ້ຳຕາ ​ແລະ ລະ​ເບີດຄວັນ ເຂົ້າໃສ່​ປະຊາຊົນຫຼາຍ
ຮ້ອຍ​ຄົນ​ທີ່​ໄດ້​ອອກ​ມາ​ປະ​ທ້ວງ​ເປັນຄືນທີ 4 ລຽນຕິດ​ ​ຢູ່​ໃນຊຸມ
ຊົນ​ທີ່ມີ​ຊາວ​ຜິວ​ດຳ​ ອາໄສ​ຢູ່ ເປັນ​ສ່ວນ​ໃຫຍ່ ໃນ​ເມືອງ​ Fergu-
son.

ຊຸມຊົນດັ່ງກ່າວ​ມີພົນລະ​ເມືອງ 21,000 ຄົນ ​ໄດ້ຕົກ​ຢູ່​ໃນ​ສະ​ພາບວຸ້ນວາຍ ​ນັບຕັ້ງ​ແຕ່​
ມີການ​ເສຍ​ຊີວິດ​ຂອງທ້າວ Michael Brown ຊາຍ​ໜຸ່ມ​ໄວ 18 ປີ ​ເມື່ອ​ວັນ​ເສົາ​ຜ່ານ​ມາ.
​ບັນດາເຈົ້າໜ້າ​ທີ່​ຕຳຫລວດ​ເມືອງ Ferguson ກ່າວ​ວ່າ ທ້າວ Brown ​ໄດ້​ຖືກ​ຂ້າ​ຕາຍ
ຫຼັງຈາກ ​ໄດ້​ຕໍ່ສູ້​ກັບ​ຕຳຫລວດ​ຢູ່​ໃນ​ລົດ​ຂອງ​ລາວ. ​ແຕ່​ຜູ້​ເຫັນ​ເຫດການຫຼາຍໆ​ຄົນ ກ່າວ
​ວ່າ ຊາຍ​ໜຸ່ມ​ຄົນນີ້ຖືກ​ຍິງຫຼາຍໆ​ເທື່ອ​ ໃນ​ຂະນະ​ທີ່​ລາວ ​ແລະ ​ເພື່ອນ​ຄົນ​ນຶ່ງ ກຳລັງ​ຍ່າງ
​ມາ​ຈາກ​ຮ້ານ​ຄ້າ ​ແລະ ກ່າວ​ອີກ​ວ່າ ລາວ​ໄດ້​ຍົກ​ມື​ຂອງ​ລາວ​ຂຶ້ນ ​ເພື່ອ​ສະແດງ​ວ່າ ລາວ​
ຍອມ​ມອບ​ຕົວ​ແລ້ວ.

ການເດີນຂະບວນ​ປະ​ທ້ວງຫຼາຍໆ​ບັ້ນ ໄດ້ກາຍເປັນຄວາມ​ຮຸນ​ແຮງ ​ໂດຍ​ມີ​ພວກ​ປະ​ທ້ວງ​
ສ່ວນ​ນຶ່ງ​ ​ໄດ້​ບຸກເຂົ້າໄປລັກເອົາເຄື່ອງເອົາຂອງຢູ່ຕາມ​ຮ້ານ​ຄ້າ​ຕ່າງໆ.

​ບັນດາເຈົ້າໜ້າ​ທີ່ຕຳຫລວດ ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ນຳ​ໃຊ້ກຳລັງ​ຕຳຫຼວດ ​ຕິດ​ອາວຸດ​ເຕັມ
ອັດຕາໃນ​ລົດແບບ​ທະຫານ ຢູ່​ທົ່ວຊຸມ​ຊົນ ຊຶ່ງ​ເປັນ​ພາບ ທີ່​ເຮັດໃຫ້ຄວາມສຳພັນ​ລະ​ຫວ່າງ​ປະຊາຊົນ ​ແລະ ຜູ້ນຳ​ການ​ເມືອງ ຂອງເມືອງ Ferguson ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ເປັນ​ຄົນ​ຜິວ
​ຂາວນັ້ນຊຸດໂຊມລົງ​.

ຄວາມ​ບໍ່​ສະຫງົບ​ນີ້ ​ໄດ້​ເຮັດ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ໂຮງຮຽນ ​ໃນ​ເມືອງ Ferguson ເລື່ອນ
ເວລາ​ໃນການ​ເປີດ​ສົກຮຽນ​ປະຈຳ​ປີ ຢ່າງ​ເປັນ​ທາງ​ການ ຈາກ​ວັນ​ພະ​ຫັດມື້​ນີ້ ໄປໃສ່​ວັນ
​ຈັນ​ຈະມາ.

US POLICE SHOOTING VO
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG