ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດອີກ 2 ຄົນ ເຜົາຕົວເອງ ເພື່ອປະທ້ວງ ຕໍ່ນະໂຍບາຍຂອງຈີນ


ແຜນທີ່ບ່ອນທີ່ມີຊາວທິເບດ ເຜົາຕົວເອງຕາຍ.
ແຜນທີ່ບ່ອນທີ່ມີຊາວທິເບດ ເຜົາຕົວເອງຕາຍ.
ມີຊາວທິເບດອີກ 2 ຄົນໄດ້ເຜົາຕົວເອງ ເພື່ອປະທ້ວງຕໍ່ນະໂຍບາຍ
ຈີນ ໃນທິເບດ.

ໃນການທີ່ເຜົາຕົວເອງຕາຍຫຼ້າສຸດນີ້ ແມ່ນມີຂຶ້ນໃນວັນຈັນວານນີ້
ຢູ່ຂ້າງນອກປະຕູຂອງວັດ Kirti ທີ່ຢູ່ໃນແຂວງຊີຊວນ ທີ່ຊາວທິເບດ
ເອີ້ນວ່າ Ngaba.

ແຫຼ່ງຂ່າວໄດ້ບອກກັບ VOA ພະແນກພາສາທິເບດວ່າ ຊາຍ 2 ຄົນ
ໄດ້ຈູດໄຟເຜົາຕົວເອງ ເພື່ອຮຽກຮ້ອງໃຫ້ທິເບດເປັນເອກກະລາດ
ຈາກການປົກຄອງຂອງຈີນ ແລະໃຫ້ອົງດາໄລ ລາມະ ກັບຄືນປະ
ເທດ. ກຳລັງສາຄວາມປອດໄພໄດ້ພາກັນມອດໄຟ ແລ້ວກໍນໍາເອົາ
ຕົວຂອງຊາຍ 2 ຄົນນັ້ນໄປ.

ສະພາບການຂອງຊາຍ 2 ຄົນດັ່ງກ່າວນີ້ ຍັງບໍ່ທັນຊາບເທື່ອ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Victoria Nuland ໄດ້ກ່າວໃນວັນຈັນ
ວານນີ້ວ່າ ທ່ານນາງຍັງບໍ່ທັນໄດ້ຮັບຂ່າວ ກ່ຽວກັບເລື່ອງເຜົາຕົວເອງນີ້ເທື່ອ, ແຕ່ວ່າ ໄດ້ຮຽກ
ຮ້ອງໃຫ້ຈີນສະໜອງຕອບຕໍ່ການສະແດງຄວາມກັງວົນຂອງຂອງຊາວທິເບດ. ທ່ານນາງ
Nuland ກ່າວກ່ຽວກັບເລື່ອງນີ້ວ່າ:

“ພວກທ່ານຊາບດີວ່າ ໃນທຸກຄັ້ງທີ່ພວກເຮົາໄດ້ເຫັນເຫດການທໍລະຫົດແບບນີ້
ພວກເຮົາຂໍຮຽກຮ້ອງອີກຄັ້ງນຶ່ງ ໃຫ້ຈີນສະໜອງ​ຕອບຄຳຮ້ອງທຸກຂອງຊາວທິເບດ
ໃນຈີນເພື່ອປົກປ້ອງສິດທິມະນຸດຂອງພວກເຂົາເຈົ້າ ເພື່ອປົກປ້ອງວິຖີຊີວິດຂອງ
ພວກເຂົ້າເຈົ້າເເລະເພື່ອແກ້ບັນຫາເຫຼົ່ານີ້ ດ້ວຍການເຈລະຈາຫາລືລະຫວ່າງກັນ.”
XS
SM
MD
LG