ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ 20 ຄົນ ເສຍຊີວິດ ໃນການໂຈມຕີ​ໃສ່ຄ້າຍ​​ຜູ້​ອົບ​ພະ​ຍົບ ໃນພາກເໜືອຂອງມຽນມາ


ແຟ້ມພາບ - ຮູບຖ່າຍໃນວັນທີ 29 ຕຸລາ 2013, ບັນດາທະຫານຂອງກອງທັບເອກະລາດກະຈິນ ຢືນຍາມຢູ່ເມືອງ ໄລຊາ (Laiza), ເມືອງຊາຍແດນຂອງຈີນ ແລະ ມຽນມາ, ໃນລັດກະຈິນ, ປະເທດມຽນມາ
ແຟ້ມພາບ - ຮູບຖ່າຍໃນວັນທີ 29 ຕຸລາ 2013, ບັນດາທະຫານຂອງກອງທັບເອກະລາດກະຈິນ ຢືນຍາມຢູ່ເມືອງ ໄລຊາ (Laiza), ເມືອງຊາຍແດນຂອງຈີນ ແລະ ມຽນມາ, ໃນລັດກະຈິນ, ປະເທດມຽນມາ

ມີ​ຢ່າງນ້ອຍ 29 ຄົນ​ເສຍ​ຊີ​ວິດ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ​ໃສ່​ຄ້າຍ​ພັກ​ອາ​ໄສຂອງ​ຜູ້​ອົບ​ພະ​ຍົບ​ພາຍ​ໃນປະເທດ ທາງ​ພາກ​ເໜືອ​ຂອງ​ມຽນ​ມາ ໃກ້​ກັບ​ຊາຍ​ແດນ​ຈີນ, ອີງຕາມ​ແຫຼ່ງ​ຂ່າວ​ໃນ​ພາກ​ພື້ນ.

ສຳນັກຂ່າວຕ່າງໆ ກ່າວວ່າ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ຕອນຊ່ວງຂ້າມຄືນຂອງ​ວັນ​ຈັນ​ວານນີ້ ທີ່​ເມືອງ ໄລຊາ (Laiza) ທີ່ຖືກ​ຄວບ​ຄຸມ​ໂດຍ​ກອງທັບ​ເອກະລາດກະຈິນ (Kachin) ຊຶ່ງ​ເປັນ​ກອງທັບ​ຂອງ​ກຸ່ມ​ຊົນ​ເຜົ່າ​ທີ່​ຕໍ່ສູ້​ກັບ​ກອງ ທັບ​ມຽນມາ ​ເພື່ອ​ປົກຄອງ​ຕົນ​ເອງ​ຫລາຍ​ກວ່າ​ສິບ​ປີ. ສື່​ມວນ​ຊົນ​ທ້ອງ​ຖິ່ນໄດ້ເຜີຍແຜ່​ໃຫ້​ເຫັນ​ຮູບພາບ​ຂອງ​ສົບ​ຫຼາຍ​ສົບ​ທີ່​ວາງ​ໄວ້​ຢູ່​ຕາມ​ພື້ນ​ດິນ, ພ້ອມ​ດ້ວຍ​ພວກເຈົ້າໜ້າທີ່​ກູ້​ໄພ ທີ່​ກຳລັງ​ຂຸດ​ຊາກ​ຫັກ​ພັງ​ເພື່ອ​ກູ້​ເອົາສົບ​ຕື່ມ​ອີກ.

ແຫຼ່ງຂ່າວໄດ້ຖິ້ມໂທດໃສ່ການໂຈມຕີຂອງລັດຖະບານທະຫານ ທີ່ປົກຄອງປະ ເທດ, ເຊິ່ງໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນທີ່ໄດ້ຮັບການເລືອກຕັ້ງຂອງຜູ້ນໍາທີ່ແທ້ຈິງ ທ່ານນາງອອງຊານ ຊູ ຈີ (Aung San Suu Kyi) ໃນເດືອນກຸມພາ 2021. ໂຄສົກຄົນນຶ່ງຂອງລະບອບດັ່ງກ່າວ ກ່າວຕໍ່ສື່ມວນຊົນມຽນມາວ່າ ທະຫານບໍ່ຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ, ອີງຕາມການລາຍງານຂອງ​ອົງການ​ຂ່າວຣອຍເຕີສ໌.

ຫ້ອງການຂອງອົງການສະຫະປະຊາຊາດໃນມຽນມາກ່າວວ່າ ຕົນມີ “ຄວາມກັງວົນຢ່າງເລິກເຊິ່ງ” ກ່ຽວກັບລາຍງານເບື້ອງຕົ້ນ ຂອງພົນລະເຮືອນທີ່ຖືກສັງຫານໃນການໂຈມຕີຢູ່ໃນລັດກະຈິນ, ເຊິ່ງລວມທັງແມ່ຍິງ ແລະເດັກນ້ອຍ. ຖະແຫຼງການກ່າວວ່າ. "ຄ້າຍ IDP ແມ່ນບ່ອນລີ້ໄພ, ແລະພົນລະເຮືອນ, ບໍ່ວ່າພວກເຂົາຈະຢູ່ໃສ, ກໍບໍ່ຄວນຕົກເປັນເປົ້າໝາຍ," ຄຳເວົ້າໃນຖະແຫຼງການໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG