ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍກວ່າ 21 ລ້ານຄົນ ໄດ້ຮັບຜົນກະທົບ ຈາກການເຈາະ ຂໍ້ມູນລັດຖະບານ ສ​ຫລ


ຫ້ອງການຄຸ້ມຄອງພະນັກງານລັດຖະບານກາງງ ທີ່ວໍຊິງຕັນ
ຫ້ອງການຄຸ້ມຄອງພະນັກງານລັດຖະບານກາງງ ທີ່ວໍຊິງຕັນ

ຫ້ອງການຄຸ້ມຄອງພະນັກງານຂອງລັດຖະບານກາງສະຫະລັດ
ຫຼື OPM ເວລານີ້ກ່າວວ່າ ພວກເຈາະຂໍ້ມູນຫຼືແຮັກເກີ້ໄດ້ລັກຂະ
ໂມຍເອົາຂໍ້ມູນທີ່ມີຄວາມຫຼໍ່ແຫຼມສຳຄັນ ຂອງ 21 ລ້ານ 5 ແສນ
ຄົນໄປຈາກຖານເກັບຂໍ້ມູນຂອງລັດຖະບານກາງສະຫະລັດ.

ຂອບເຂດໃນການຮົ່ວໄຫລຂອງຂໍ້ມູນຊຶ່ງເຊື່ອວ່າໃຫຍ່ທີ່ສຸດໃນ
ປະຫວັດສາດຂອງສະຫະລັດໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍນັບຕັ້ງ
ແຕ່ລັດຖະບານໄດ້ເປີດເຜີຍເປັນຄັ້ງທຳອິດໃນຕົ້ນປີນີ້ວ່າພວກ
ແຮັກເກີ້ໄດ້ເຈາະເຂົ້າໄປໃນຖານຂໍ້ມູນພະນັກງານຂອງອົງການ
OPM ແລະໄດ້ລັກຂະໂມຍເອົາ ປະຫວັດຂອງ 4 ລ້ານ 2 ແສນ
ຄົນ ໄປ. ໃນວັນພະຫັດວານນີ້ ເຈົ້າໜ້າທີ່ຍອມຮັບວ່າ ການລັກ
ຂະໂມຍຂໍ້ມູນຄັ້ງທີ 2 ຊຶ່ງມີຂຶ້ນຕ່າງຫາກ ແຕ່ພົວພັນກັນ ຈາກລະບົບເກັບຂໍ້ມູນເອກກະຊົນ ທີ່ສ່ວນບຸກຄົນໄດ້ຍື່ນໄປ ໃນລະຫວ່າງການສືບສວນປະຫວັດເພື່ອໃຫ້ສາມາດເຂົ້າໄປເບິ່ງ ເອກກະສານລັບໄດ້ນັ້ນ.

ເຫດການຄັ້ງທີ 2 ອົງການ OPM ກ່າວວ່າ ແມ່ນພົວພັນ ກັບ 19 ລ້ານ 7 ແສນຄົນ ທີ່ໄດ້ ກວດສອບປະຫວັດແລະສາມີພັນລະຍາຂອງພວກກ່ຽວ 1 ລ້ານ 8 ແສນຄົນແລະບຸກຄົນ ອື່ນໆອີກ ທີ່ບໍ່ໄດ້ພົວພັນກັບການກວດສອບປະຫວັດເລີຍ.

ຮວມຢູ່ໃນບັນດາຂໍ້ມູນທີ່ພວກແຮັກເກີ້ລັກຂະໂມຍເອົາໄປນັ້ນ ແມ່ນປະຫວັດອາຊະຍາກຳ
ການເງິນ ສຸຂະພາບ ວຽກງານແລະບ່ອນຢູ່ບ່ອນອາໄສຕະຫຼອດທັງຂໍ້ມູນກ່ຽວກັບຄອບຄົວ ແລະພວກຄົນຮູ້ຈັກທີ່ໃກ້ຊິດຂອງເຂົາເຈົ້າ.

ການໂຈມຕີຄັ້ງທຳອິດ ແມ່ນເພັ່ງເລັງໃສ່ຂໍ້ມູນການສືບສວນປະຫວັດໂດຍທົ່ວໄປ ຂອງພະ ນັກງານລັດຖະບານກາງທີ່ຍັງເຮັດວຽກຢູ່ແລະຜູ້ທີ່ອອກບຳນານແລ້ວ.

ເຈົ້າໜ້າທີ່ຫຼາຍໆຄົນ ໃນທາງສ່ວນຕົວແລ້ວ ໄດ້ຖິ້ມໂທດໃສ່ຈີນກ່ຽວກັບການໂຈມຕີເຈາະ ຂໍ້ມູນດັ່ງກ່າວ ແຕ່ເມື່ອມີການຊັກຖາມທາງໂທລະສັບວ່າ ແມ່ນຈີນເປັນຜູ້ຮັບຜິດຊອບແທ້
ບໍ? ທ່ານ Michael Daniel ເຈົ້າໜ້າທີ່ຂອງສະພາຄວາມໝັ້ນຄົງແຫ່ງຊາດກ່າວວ່າ ການ ສືບສວນກ່ຽວກັບການເຈາະຂໍ້ມູນນີ້ກຳລັງດຳເນີນຢູ່. ທ່ານບໍ່ໄດ້ໃຫ້ຄວາມເຫັນວ່າແມ່ນໃຜ ເປັນຜູ້ຮັບຜິດຊອບໃນການກະທຳດັ່ງກ່າວ.

US Cyber Breach
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG