ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເຮືອນຫລາຍກວ່າ 10,000 ຄົນ ໄດ້ຖືກຂ້າຕາຍ ຫລືບໍ່ ກໍໄດ້ຮັບບາດເຈັບ ຢູ່ອັຟການິສຖານ ໃນປີ 2017


UN: More Than 10,000 Civilians Killed or Wounded in Afghanistan in 2017
please wait

No media source currently available

0:00 0:02:18 0:00

ອົງການສະຫະ​ປະຊາ​ຊາດ​ກ່າວ​ວ່າ ຫລາຍ​ກວ່າ 10,000 ຄົນ​ໄດ້​ຖືກ​ຂ້າ​ຕາຍ ຫລື​ໄດ້​
ຮັບ​ບາດ​ເຈັບ​ ຢູ່​ໃນອັຟການິສຖານ​ ປີ​ກາຍ​ນີ້ ​ຫລາຍໆ​ຄົນ ​ແມ່ນ​ເປັນຜົນ​ມາຈາກ​ການ
ວາງ​ລະ​ເບີດ​ສະຫຼະ​ຊີບ​ແລະ​ການ​ໂຈມ​ຕີຕ່າງໆ. ລາຍ​ງານ​ຂອງສະຫະ​ປະຊາ​ຊາດ​ກ່າວ
​ວ່າ ຈຳນວນ​ຜູ້​ໄດ້​ຮັບ​ບາດ​ເຈັບ ​ໄດ້​ຫລຸດ​ລົງ 9 ​ເປີ​ເຊັນປຽບທຽບ​ໃສ່​ປີ 2016 ​ແຕ່​ອາດ
ເພີ້​ມຂຶ້ນ​ຕື່ມ​ໃນ​ປີ​ນີ້​ໃນ​ຂະນະ​ທີ່​ລັດຖະບານ ​ແລະ​ກຳລັງ​ຂອງນາໆຊາດ ທຳ​ການ​ໂຈມ​
ຕີ​ທາງ​ອາກາດ​ຫຼາຍຂຶ້ນຕໍ່​ພວກກະບົດ. ນັກ​ຂ່າວວີ​ໂອ​ເອ ສະ​ລາ​ຕິກ​ກາ ຮົກ ມີ​ລາຍ​ງານ ​ກ່ຽວກັບເລື້ອງນີ້ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ມີພົນລະ​ເຮືອນ​ຫລາຍ​ກວ່າ 3,400 ຄົນ​ໄດ້​ເສຍ​ຊີວິດ​ ໃນ​ປີ​ກາຍ​ນີ້ ຢູ່​ອັຟ ການິສຖານ
ຈຳນວນ​ນຶ່ງແມ່ນ​ຢູ່​ໃນ​ລະຫວ່າງ​ການ​ໂຈມ​ຕີ​ທາງ​ອາກາດ ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກ​ກໍ່
​ການ​ຮ້າຍ ແລະອີກຈຳນວນນຶ່ງ ແມ່ນ​ຈາກ​ການວາງ​ລະ​ເບີດ​ສະ ຫຼະ​ຊີບ. ນອກນັ້ນຍັງ
ມີອີກຫລາຍ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ. ພວກ​ຄົນ​ເຈັບ​ຢູ່​ໂຮ​ງ ໝໍແຫ່ງ​ນີ້​ ທີ່​ນະຄອນຫຼວງ​
ກາ​ບູລ​ໄດ້​ເສຍ​ອົງຄະ​ຍ້ອນ​ລ​ະ​ເບີດ​ຝັງ​ດິນຫລື​ບໍ່ກໍການ​ໂຈມ​ຕີ​ສະຫຼະ​ຊີບ.

ຜູ້ຊາຍ​ຄົນ​ນຶ່ງ ທີ່​ສູນ​ອົງຄະ​ທຽມຂອງອົງການກາແດງສາກົນ ​ໃນ​ນະຄອນ​ກາບູລ ກ່າວ
​ວ່າ “ຖ້າ​ຫາກ​ຂາ​ຂອງ​ຂ້າພະ​ເຈົ້າ​ດີ ຂ້າພະ​ເຈົ້າ​ຈະໄປເຂົ້າ​ໂຮງຮຽນ ​ແຕ່​ບັດ​ນີ້ ຂ້າພະ
​ເຈົ້າ​ຫວັງວ່າ​ ຈະ​ໄດ້​ຂາ​ທຽມ​ທີ່​ດີ​ເພື່ອຂ້າພະ​ເຈົ້າ​ຈະ​ສາມາດ​ກັບ​ໄປ​ໂຮງ ຮຽນ ຫລື​
ເລີ້ມເປີດ​ຮ້ານຂາຍເຄື່ອງ ​ແລະ​ເຮັດ​ວຽກ.”

ຜູ້​ຊາຍ​ຄົນທີ​ສອງ​ກ່າວ​ວ່າ “ຖ້າຫາກ​ວ່າການ​ຂ້າ​ໂຕ​ຕາຍ​ບໍ່​ມີບາບ ຂ້າພະ​ເຈົ້າອາດ​ໄດ້
ຂ້າ​ໂຕຕາຍ​ມາ​ດົນ​ແລ້ວ. ຂ້າພະ​ເຈົ້າ​ບໍ່​ດີ​ໃຈ ​ທີ່​ຍັງ​ມີ​ຊີວິດ​ຢູ່ ​ແຕ່ຂ້າພະ​ເຈົ້າ​ອົດ​ທົນ​ຢູ່​ ​
ເພື່ອ​ລູກ​ສີ່​ຄົນ​ຂອງ​ຂ້າພະ​ເຈົ້າ.”

ຜູ້​ຊາຍ​ຄົນທີ​ສາມກ່າວ​ວ່າ “ຂ້າພ​ະ​ເຈົ້າ​ບໍ່​ມີ​ຊີວິດ​ອີກ​ແລ້ວ. ຂ້າພະ​ເຈົ້າ​ບໍ່​ມີ​ການ​ຕັດສິນ​
ໃຈ​ໃດໆ​ກ່ຽວກັບ​ຊີວິດ​ໃນອະນາຄົດຂອງ​ຂ້າພະ​ເຈົ້າ. ບັດ​ນີ້ມີ​ສິ່ງ​ດຽວ​ທີ່​ຂ້າພະເຈົ້າ​
ເປັນ​ຫ່ວງ​ກໍ​ຄື ​ເຮັດ​ໃຫ້​ພໍ່​ແມ່ ​ພວກອ້າຍເອື້ອຍນ້ອງ ພາກັນດີ​ໃຈ.”

ອົງການສະຫະ​ປະຊາ​ຊາດ​ລາຍ​ງານ​ວ່າ ​ເກືອບ 2,300 ຄົນ​ໄດ້​ຖືກ​ຂ້າ​ຕາຍ ຫລື​ໄດ້​ຮັບ​
ບາດ​ເຈັບ ​ໃນ​ການ​ໂຈມ​ຕີ​ສະຫຼະ​ຊີບ​ໃນ​ປີ 2017 ​ຢູ່ ອັຟກາ​ນິ​ສຖານ ຫລາຍ​ກວ່າ​ປີ​ຜ່ານ
ມາໃດໆ ​ຕັ້ງແຕ່ເກີດບັນຫາ​ຂັດ​ແຍ້​ງ.

ທ່ານ​ນາຈມູດິນ ຮີ​ລານ ຫົວໜ້າ​ສູນ​ກາງ​ອົງຄະ​ທຽມ ຂອງສະພາກາແດງສາກົນທີ່ນະ
ຄອນ​ກາ​ບູລ ກ່າວ​ວ່າ “ນັບແຕ່​ເລີ້ມ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ປະມານ 80 ເປີ​ເຊັນ
ຂອງ​ພວກແຂນ​ຂາຂາດ ​ແມ່ນ​ຜູ້​ເຄາະ​ຮ້າຍ​ຈາກລະ​ເບີດ​ຝັງ​ດິນ.”

ພວກ​ເດັກນ້ອຍກໍບໍ່​ມີການຍົກເວັ້ນ ​ແລະ​ບາງ​ຄັ້ງ​ເຂົ້າ​ເຈົ້າໄດ້ຕົກເປັນເປົ້າແບບມີ​ຄວາມ
ຕັ້ງ​ໃຈ.

ທ່ານນາງ​ດາ​ນີ​ແອ​ລ ​ແບ​ລ ຮອງຫົວໜ້າໃຫ້ຄວາມຊ່ວຍເຫຼືອຂອງສະຫະ​ປະຊາ​ຊາດ
​ໃນ​ອັຟກາ​ນິສຖານ ກ່າວ​ວ່າ “ລາຍ​ງານ​ແຈ້ງວ່າ ສອງ​ສ່ວນ​ສາມ​ຂອງ​ຄວາມ​ຮັບ ຜິດ
ຊອບ ຕໍ່ການບາດ​ເຈັບ​ຂອງ​ພົນລະ​ເຮືອນ ແມ່ນເປັນຂອງພວກຕໍ່​ຕ້ານ​ລັດຖະບານ
​ໂດຍ​ສະເພາະແລ້ວ ແມ່ນພວກ​ຕາ​ລິ​ບານ ​ແລະ ​ກຸ່ມລັດ​ອິສລາມ. ກຳລັງ​ສະໜັບສະ
ໜູນ​ລັດຖະບານ ທີ່​ຮວມທັງກອງທັບແຫ່ງຊາດອັຟກາ​ນິສຖານ ກຳລັງ​ທະຫານຂອງ
ນາໆຊາດແລະ​ບັນດາ​ກຸ່ມກຳລັງປະກອບ​ອາວຸດ ທີ່​ສະໜັບສະໜູນ​ລັດຖະບານ ແມ່ນ​ຮັບຜິດຊອບ​ແຕ່ພຽງ 20 ​ເປີ​ເຊັນ ​ຂອງ​ພົນລະ​ເຮືອນ​ທີ່​ໄດ້​ຮັບ​ບາດ​ເຈັບ.”

​ແຕ່​ໃນ​ຂະນະ​ທີ່ກຸ່ມ​ຕາ​ລິ​ບານ ​ແລະກຸ່ມ​ລັດ​ອິສລາມ ​ພວມຖືກກົດ​ດັນເພີ້​ມຂຶ້ນຢູ່ນີ້ ພວກ​
ເຂົາ​ກໍທຳການ​ໂຈມ​ຕີ​ສະຫຼະ​ຊີບເພີ້ມຂຶ້ນ ​ຢູ່ໃນ​ບ່ອນເຂ​ດທີ່ມີ​ປະຊາຊົນ​ອາໄສຢູ່ຢ່າງ
ໜາ​ແໜ້ນ. ພວກ​ພົນລະ​ເຮືອນ​ພາກັນ​ຕົກ​ຄ້າງ​ຢູ່ໃນລະຫວ່າງ​ການຍິງຕໍ່​ສູ້​ ລະຫວ່າງ
ກຳລັງ​ລັດຖະບານ ​ແລະກຸ່ມກໍ່ການຮ້າຍທັງສອງ.

ທ່ານ​ທາດາ​ມີ​ຈິ ຢາ​ມາ​ໂມ​ໂຕະ ຜູ້ຕາງໜ້າ​ພິ​ເສດ​ຂອງເລຂາທິການ​ໃຫຍ່​ສະຫະ​ປະຊາ
​ຊາດ​ ປະຈຳອັຟກາ​ນິສຖານ​ກ່າວ​ວ່າ “ພວກ​ເຮົາເປັນ​ຫ່ວງ​ວ່າ ພວກ​ເຮົາ​ຈະໄດ້​ເຫັນ
ພວກທີ່ຕົກຢູ່ໃນ​ອັນຕະລາຍ​ຫຼາຍ​ຂຶ້ນໃນ​ປີ​ນີ້ ນອກຈາກວ່າຈະມີການ​ເອົາບາດກ້າວ​
ທີ່ຈຳ​ເປັນ ​ໂດ​ຍທຸກພັກຝ່າຍ ​ເພື່ອ​ປ້ອງ​ກັນບໍ່ໃຫ້​ພົນລະ​ເຮືອນໄດ້​ຮັບ​ບາດ​ເຈັບ
ລົ້ມຕາຍ.”

ປະທານາທິບໍດີ​ ດໍໂນ​ລ ທຣໍາ ​ໄດ້​ແນະນຳ​ໃຫ້​ບັນດາ​ຜູ້​ບັນຊາ​ການ​ທະຫານ ​ເພີ້​ມການ
​ປະຕິບັດ​ງານ​ທາງ​ພາກ​ພື້ນ​ດິນ ​ແລະ​ທາງ​ອາກາດ​ຕໍ່ກຸ່ມ​ຕາ​ລິ​ບານ​ໃນ​ອັຟກາ ນິສຖານ.
ພວກ​ກະບົດ​ປະກາດ​ທີ່​ຈະ​ຕອບໂຕ້ຄືນ.

XS
SM
MD
LG