ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຈັບສະມາຊິກ ແກ້ງຕ່າງໆ 1,100 ຄົນ ໃນການປາບປາມ ທົ່ວປະເທດ


ຮັກສາ​ການ​ຫົວໜ້າ​ອົງການ​ຄວບ​ຄຸ​​ມຄົນ​ເຂົ້າ​ເມືອງ ​ແລະ​ພາສີ ຫລື ICE ທ່ານ Thomas Homan (ຊ້າຍ) ພວມຟັງ ຮອງລັດຖະມົນຕີກະຊວງ ຮັກສາຄວາມປອດໄພ ພາຍໃນ ຂອງ ສະຫະລັດ ທ່ານ Derek Benner.
ຮັກສາ​ການ​ຫົວໜ້າ​ອົງການ​ຄວບ​ຄຸ​​ມຄົນ​ເຂົ້າ​ເມືອງ ​ແລະ​ພາສີ ຫລື ICE ທ່ານ Thomas Homan (ຊ້າຍ) ພວມຟັງ ຮອງລັດຖະມົນຕີກະຊວງ ຮັກສາຄວາມປອດໄພ ພາຍໃນ ຂອງ ສະຫະລັດ ທ່ານ Derek Benner.

ບັນດາ​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ​ສະຫະລັດ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ
​ປາບ​ປາມເປັນ​ເວລາ​ຫົກ​ອາທິດ​ຢູ່​ທົ່ວ​ປະ​ເທດ ​ໄດ້​ເສັດ​ສິ້ນ​ລົງ​ດ້ວການ​ຈັບກຸມສະມາ
ຊິກຂອງ​ແກ້ງຕ່າງໆທີ່ເປັນ​ອັນຕະລາຍ​ສຸດ​ຂອງ​ປະ​ເທດ​ເກືອບ 1,100 ຄົນ.

ອົງການ​ກວດຄົນ​ເຂົ້າ​ເມືອງ ​ແລະ​ພາສີ ກ່າວ​ວ່າ ບັນດາ​ຜູ້​ຕ້ອງ​ສົງ​ໄສແມ່ນຮວມ ທັງ
ຊາວ​ຕ່າງ​ດ້າວ​ 445 ຄົນ ຈາກ 21 ປະ​ເທດ ຮວມທັງ​ລາ​ຕິ​ນອາ​ເມຣິກາ ​ເອ​ເຊຍ ອາ​
ຟຣິກາ ​ແລະ​ຢູ​ໂຣບ.ນອກ​ນັ້ນ ຍັງ​ມີ​ການ​ຢຶດ​ຢາ​ເສບ​ຕິດເປັນ​ຈຳນວນຫຼວງຫລາຍ
ພ້ອມ​ທັງປືນ ​ແລະ​ເງິນສົດເກືອບ 500,000 ​ໂດ​ລາ ​ໃນລະຫວ່າງ​ການບຸກ​ເຂົ້າ​ໄປ
ກວດຄົ້ນຢູ່​ຕາມ​ຫົວ​ເມືອງ​ໃຫຍ່ໆຂອງ​ສະຫະ​ລັດຈຳນວນ​ນຶ່ງ.

ຜູ້​ຕ້ອງ​ສົງ​ໄສ​ທັງ​ໝົດຈຳນວນ 1,378 ຄົນ​ໄດ້​ຖືກ​ຈັບ ພ້ອມ​ທັງພວກ​ທີ່​ໄດ້​ຮັບ​ການ
​ຢືນຢັນວ່າ ​ເປັນ​ສະມາຊິກ​ຂອງ​ແກ້ງ​ຕ່າງໆ 1,095 ຄົນ​.

ຮັກສາ​ການ​ຫົວໜ້າ​ອົງການ​ຄວບ​ຄຸມຄົນ​ເຂົ້າ​ເມືອງ ​ແລະ​ພາສີ ຫລື ICE ທ່ານ
Thomas Homan ກ່າວ​ວ່າ "ພວກ​ແກ້ງ​ເປັນ​ໄພ​ຂົ່ມ​ຂູ່ ​ຕໍ່​ປະຊາ​ຄົມ​ຂອງ​ພວກ​ເຮົາ
ບໍ່​ພຽງ​ແຕ່ ​ຢູ່​ຕາມ​ຫົວ​ເມືອງ​ໃຫຍ່ໆ​ເທົ່າ​ນັ້ນ ​ແຕ່ຍັງ​ຢູ່​ຕາມເຂດ​ງຊານ​ເມືອງ ​ແລະ​ຢູ່​
ໃນ​ເຂດສອກຫຼີກຫ່າ​ງ​ໄກ​ນຳດ້ວຍ. ຄວາ​ມຮຸນ​ແຮງ​ທີ່​ພົວພັນ​ກັບ​ແກ້ງແລະ ​ການ​ກໍ່​
ອາ​ຊະ​ຍາ​ກຳ ​ແມ່ນ​ຍັງ​ເປັນ​ບັນຫາ​ທ້າ​ທາຍ​ຢູ່​ຕໍ່​ມາ ສຳລັບ​ເຈົ້າໜ້າ​ທີ່​ປະຕິ ບັດ​ກົດ
ໝາຍ​ຢູ່ໃນ​ທຸກ​ຫົນແຫ່ງ.”

​ພວກ​ທີ່​ຖືກ​ຈັບ​ແມ່ນ​ຮວມທັງ​ບັນດາ​ສະມາຊິກ​ຈຳນວນ​ນຶ່ງ ຂອງແກ້ງທີ່​ມີ​ຊື່​ສຽງ​ບໍ່​ດີ​
ແລະ​ຮ້າຍຂອງ​ປະ​ເທດ ​ ຮວມທັງ Bloods, Surenos, MS-13 ​ແລະ the Crips.

ອາ​ຊະ​ຍາ​ກຳ​ຂອງ​ເຂົາ​ເຈົ້າ​ ​ແມ່ນຮວມທັງການ​ລັກລອບຢາ​ເສບ​ຕິດແລະ​ອາວຸດ
ການຄ້າ​ມະນຸດ​ ​ແລະການ​ຄ້າ​ປະ​ເວ​ນີ ການຄາດ​ຕະກຳ ​ແລະການ​ຂູ່​ເຂັນ​ເອົາ​ເງິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG