ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ 1,000 ຄົນ ຖືກຄຸມຂັງ ໃນຂະນະທີ່ຕຳຫຼວດ ເບລາຣຸສ ໃຊ້ແກັສນໍ້າຕາ ຂັບໄລ່ພວກປະທ້ວງ


ຕຳຫຼວດເບລາຣຸສ ຈັບຜູ້ປະທ້ວງຄົນນຶ່ງ ໃນລະຫວ່າງການເດີນຂະບວນຂອງພວກຝ່າຍຄ້ານ ປະທວ້ງຜົນການເລືອກຕັ້ງ ຢູ່ໃນນະຄອນມິງສ໌ ປະເທດເບລາຣຸສ ວັນທີ 15 ພະຈິກ 2020.
ຕຳຫຼວດເບລາຣຸສ ຈັບຜູ້ປະທ້ວງຄົນນຶ່ງ ໃນລະຫວ່າງການເດີນຂະບວນຂອງພວກຝ່າຍຄ້ານ ປະທວ້ງຜົນການເລືອກຕັ້ງ ຢູ່ໃນນະຄອນມິງສ໌ ປະເທດເບລາຣຸສ ວັນທີ 15 ພະຈິກ 2020.

ຕຳຫຼວດປະເທດເບລາຣຸສໄດ້ຄຸມຂັງຫຼາຍກວ່າ 1,000 ຄົນ ໃນວັນອາທິດວານນີ້ ລະຫວ່າງ
ການປະທ້ວງຢູ່ທົ່ວປະເທດ ທີ່ຮຽກຮ້ອງໃຫ້ປະທານາທິບໍດີອາເລັກຊານ ເດີ ລູກາເຊັງໂກ
ລາອອກຈາກຕຳແໜ່ງ ແລະການເລືອກຕັ້ງໃໝ່ ຫຼັງຈາກການ ບ່ອນປັດທີ່ີເປັນບັນຫາໂຕ້
ແຍ້ງ ໃນເດືອນສິງຫາທີ່ຜ່ານມານັ້ນ.

ກຸ່ມປົກປ້ອງສິດທິມະນຸດ ວິຢາສນາ (Vyasna) ກ່າວວ່າ ສ່ວນໃຫຍ່ຂອງບ່ອນກັກຂັງຢູ່ໃນ
ນະຄອນມິງສ໌ບ່ອນທີ່ກຳລັງຮັກສາຄວາມປອດໄພ balck-clad ໃຊ້ ແກັສນໍ້າຕາ ແລະລະ
ເບີດສຽງດັງ ຂັບໄລ່ພວກປະທ້ວງທຼາຍພັນຄົນຢູ່ໃນນະຄອນ ມິງສ໌. ສອງຄົນໄດ້ຖືກທຸບຕີ
ໂດຍພວກເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ໃສ່ໜ້າ ກາກ ຢູ່ໃນຕະຫຼາດ.

ພວກນັກຂ່າວຢ່າງໜ້ອຍ 18 ຄົນ ຮວມທັງບັນດາຜູ້ທີ່ເຮັດວຽກ ໃຫ້ແກ່ອົງການຂ່າວ
RFE/RL ໃນເບລາຣຸສຮວມຢູ່ໃນພວກທີ່ຖືກຄຸມຂັງໃນນະຄອນມິງສ໌ແລະ ເມືອງຕ່າງໆ
ອີງຕາມສະມາຄົນນັກຂ່າວຂອງເບລາຣຸສ.

ພວກປະທ້ວງພາກັນຖືປ້າຍສີຂາວ ແດງ ຂາວ ເປັນທຸງ ທີ່ໄດ້ກາຍມາເປັນສັນຍາລັກການ
ເມືອງຂອງພວກຝ່າຍຄ້ານໃນນະຄອນເບລາຣຸສ ແລະຖືປ້າຍລະລຶກ ເຖິງທ້າວຣາມານ
ບັນດາເຣັນກາ ອາຍຸ 31 ປີ ສະໜັບສະໜູນການປະທ້ວງຕໍ່ ຕ້ານລັດຖະບານ ຜູ້ທີ່ໄດ້ເສຍ
ຊີວິດຢູ່ໂຮງໝໍໃນວັນພະຫັດອາທິດແລ້ວນີ້ຫຼັງຈາກ ມີລາຍງານວ່າໄດ້ຖືກທຸບຕີຢ່າງຮ້າຍ
ແຮງໂດຍກຳລັງຮັກສາຄວາມປອດໄພທີ່ໃສ່ ໜ້າກາກ.

ພວກປະທ້ວງພາກັນຮ້ອງໂຮວ່າ “ຂ້ອຍກຳລັງອອກໄປ” ທີ່ເປັນຄຳເວົ້າຂຽນເທື່ອສຸດທ້າຍ
ຂອງທ້າວບັນດາເຣັນກາ ແລະຄຳຂວັນເຊັນວ່າ “ນຳໂຕລູກາເຊັງໂກຂຶ້ນສານ.”

ໂທລະສັບມືຖືໄດ້ຖືກປິດລົງ ແລະສະຖານນີລົດໄຟໃຕ້ດິນຫຼາຍແຫ່ງໃນກາງນະ ຄອນຫຼວງ
ໄດ້ຖືກປິດ ໃນຂະນະທີ່ຖະໜົນຫຼາຍສາຍ ແລະຈະຕຸລັດຫຼາຍແຫ່ງ ໄດ້ຖືກປິດລ້ອມໄວ້
ໂດຍຕຳຫຼວດ. ບ່ອນກັກຂັງຕ່າງໆໄດ້ລາຍງານວ່າມີການປະທ້ວງທີ່ນ້ອຍກວ່າ ໃນເມືອງ
ໂຮແມລຮຣອດນາ ມາຮິລຢູ ແລະແຫ່ງອື່ນໆ.

ຜູ້ນຳຝ່າຍຄ້ານທ່ານນາງສະແວັດຕານາ ຕິກຮານູສກາຢາ ຜູ້ທີ່ໄດ້ກ່າວວ່າການ ປ່ອນບັດ
ໄດ້ມີການສໍ້ໂກງເພື່ອໃຫ້ທ່່ານລູກາເຊັງໂກຊະນະ ແລະພິຈາລະນາວ່າ ທ່ານນາງເປັນຜູ້
ຊະນະອະທິບາຍການທັບມ້າງ ຕໍ່ພວກປະທ້ວງໃນວັນອາທິດ ວານນີ້ວ່າ ສ້າງຄວາມເສຍ
ຫາຍຮ້າຍແຮງ ແລະຮຽກຮ້ອງຂໍການສະໜັບສະໜູນ ຈາກສາກົນ ຕໍ່ພວກປະທ້ວງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG