ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສຍຊີວິດ ຢ່າງໜ້ອຍ 20 ຄົນ ໃນເຫດວາງລະເບີດ ສະຫລະຊີບ ຢູ່ອີຣັກ


ທະຫານອີຣັກຄົນນຶ່ງ ຍາມຢູ່ດ່ານ ເທິງຖະໜົນໃນເຂດ Kadhimiya ຂອງແບກແດດ, ວັນທີ 6 ຕຸລາ 2013 ຂະນະທີ່ ພວກສະແຫວງບຸນຊາວ Shiite ພາກັນຍ່າໄປຍັງໂບດ ແຫ່ງນຶ່ງ ເພື່ອຮ່ວມໃນພິທີລະນຶກເຖິງ Imam Mohammed al-Jawad, ຊຶ່ງເປັນ Imam ຄົນທີ 9 ຂອງຊາວ Shiite.
ທະຫານອີຣັກຄົນນຶ່ງ ຍາມຢູ່ດ່ານ ເທິງຖະໜົນໃນເຂດ Kadhimiya ຂອງແບກແດດ, ວັນທີ 6 ຕຸລາ 2013 ຂະນະທີ່ ພວກສະແຫວງບຸນຊາວ Shiite ພາກັນຍ່າໄປຍັງໂບດ ແຫ່ງນຶ່ງ ເພື່ອຮ່ວມໃນພິທີລະນຶກເຖິງ Imam Mohammed al-Jawad, ຊຶ່ງເປັນ Imam ຄົນທີ 9 ຂອງຊາວ Shiite.
ເຈົ້າໜ້າ​ທີ່​ອີຣັກ ​ເວົ້າວ່າ ພວກວາງລະເບີດສະຫລະຊີບ ໄດ້ສັງ
ຫານ​ຢ່າງ​ໜ້ອຍ 20 ຄົນ ໂຮມທັງເດັກເລັກ​ເດັກ​ນ້ອຍ ໃນການ
ໂຈມຕີຕໍ່ໂຮງຮຽນປະຖົມແຫ່ງນຶ່ງ ຢູ່ບ້ານນຶ່ງໃນພາກເໜືອຂອງ
ປະເທດ ແລະຕໍ່ພວກສະແຫວງບຸນຊາວ Shi'ite ໃນນະຄອນ
ຫລວງແບກແດດ.

​ເຫດລະ​ເບີດ​ໃນ​ວັນ​ອາທິດ​ມື້​ນີ້ ເລີ້ມຂຶ້ນຢູ່ບ້ານ Qabat ນອກ​ເມືອງ Tal Afar ໃກ້ຊາຍ​ແດນ​ຕິດ​ກັບຊີ​ເຣຍ ບ່ອນທີ່ຄົນວາງລະເບີດຂ້າໂຕຕາຍຄົນນຶ່ງ ຂັບລົດບັນທຸກທີ່ເຕັມໄປ
ດ້ວຍວັດຖຸລະເບີດ ເຂົ້າໄປຍັງເດິ່ນໂຮງຮຽນ ແລ້ວລະເບີດລົດຂຶ້ນ ເຮັດ​ໃຫ້ເດັກນ້ອຍ​ 12 ຄົນ ​ເສຍ​ຊີວິດ ພ້ອມທັງຄູໃຫຍ່ຂອງໂຮງຮຽນ ແລະຕໍາຫລວດອີກ ສອງຄົນ.

ລະ​ເບີ​ດລົດ​ອີກ​ຄັນ​ນຶ່ງ​ໄດ້​ແຕກ​ຂຶ້ນ ຢູ່​ສະຖານີ​ຕໍາຫລວດໃກ້ໆ​ກັນ​ນັ້ນ.

ຢູ່ນະຄອນຫລວງແບກແດດ ຄົນວາງລະເບີດສະຫລະຊີບຄົນນຶ່ງ ທີ່ຍ່າງໄປໃນໝູ່ພວກ ສະແຫວງບຸນຊາວ Shi'ite ທີ່ພາກັນຍ່າງໄປຍັງວັດແຫ່ງນຶ່ງທາງກໍ້າເໜືອຂອງເມືອງ ໄດ້ລະເບີດຕົນເອງ ໂດຍໄດ້ສັງຫານ ຢ່າງໜ້ອຍ 5 ຄົນ ແລະເຮັດໃຫ້ອີກ ປະມານ 20 ຄົນໄດ້ຮັບບາດເຈັບ.

​ເຫດ​ລະ​ເບີດ​ເຫລົ່ານີ້ ມີ​ຂຶ້ນມື້​ນຶ່ງ ຫຼັງຈາກ​ເຫ​ດການ​ຮຸນ​ແຮງ ​ທີ່ໂຮມ​ທັງ​ການ​ໂຈມຕີ​ບັ້ນ​ນຶ່ງ​ຕໍ່​ພວກ​ສະ​ແຫວ​ງບຸນຊາວ Shi’ite ຢູ່​ໃນ​ນະຄອນຫຼວງ​ແບກ​ແດັກ ​ແລະການວາງລະ​ເບີດ​ສະຫຼະຊີບບັ້ນ​ນຶ່ງ ຢູ່​ທີ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ​ທາງ​ທິດ​ເໜືອ​ຂອງເມືອງຫຼວງ ​ໃນ​ວັນ​ເສົາ​ວານ​ນີ້ ໄດ້​ສັງຫານ​ຜູ້​ຄົນ​ໄປ ຫຼາຍກວ່າ 65 ຄົນ ​ໃນ​ການ​ໂຈມ​ຕີ​ຫຼາຍໆ​ບັ້ນ ຢູ່​ທົ່ວ​ອີຣັກ.

ພວກ​ຫົວ​ຮຸນ​ແຮງ​ໄດ້​ເພີ່ມ​ການ​ໂຈມ​ຕີຫຼາຍຂື້ນ ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ ຢູ່​ຕາມ​ຮ້ານ​ກາ​ເຟ ​ແລະ​ສະຖານ​ຊຸມນຸມ​ຊົນຫຼາຍໆ​ແຫ່ງ ​ໂຮ​ມທັງ ຢູ່​ຕາມ​ວັດ ​ແລະຕາມ​ພິທີ​ສົ່ງສະ ການ ​ແລະ​ຄຸ້ມ​ຕະຫຼາດທີ່​ອັ່ງ​ອໍ​ດ້ວຍ​ຜູ້​ຄົນ​ນັ້ນ.

​ເຫດການ​ກໍ່ຄວາ​ມຮຸນແຮງທີ່​ພາ​ໃຫ້​ມີຄົນ​ຕາຍ​ເປັນ​ຈໍານວນ​ຫລວງຫລາຍ​ນີ້ ​ໄດ້​ຖີບ​ຕົວ​ສູງ​ຂຶ້ນຢູ່​ລ​ະດັບ​ສູງສຸດ ນັບ​ຕັ້​ງ​ແຕ່ ປີ 2008 ​ເປັນ​ຕົ້ນ​ມາ ຊຶ່ງ​ພວກ​ນັກວິ​ເຄາະ​ທັງຫຼາຍ ສະ​ແດງ​ຄວາມຢ້ານ​ກົວ ​ຊໍ້າ​ແລ້​ວຊໍ້າ​ອີກ​ວ່າ ປະ​ເທດ​ອີຣັກກໍາລັງ​ກັບ​ຄືນໄປສູ່ ​ສະພາວະ​ສົງຄາມ​ກາງ​ເມືອງ​ກັ​ນອີກ ລະຫວ່າງ​ຊາວ​ມຸສລິ​ມ ນິກາຍ ຊຸນ​ນີ ​ກັບ​ນິກາຍ Shi’ite.

ເບິ່ງວີດີໂອ:

Iraq explosions
please wait
Embed

No media source currently available

0:00 0:00:26 0:00
XS
SM
MD
LG