ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ມີພະ​ນັກ​ງານ ​ລັດ​ຖະ​ບານ​ກາງ ສ​ຫລ ຫຼາຍກວ່າ 90 ເປີ​ເຊັນ ​ສັກ​ຢາ​ວັກ​ຊີນ​ ກັນ​ໂຄວິດ​ແລ້ວ ຢ່າງ​ໜ້​ອຍ​ນຶ່ງ​ເຂັມ


ພວມ​ມີ​ການ​ກະ​ກຽມ ຢາ​ວັກ​ຊີນ​ກັນ​ໂຄວິດ-19 ຂອງ​ຟາຍ​ເຊີ ຢູ່​ຄ​ລີ​ນິກ​ແຫ່ງ​ນຶ່ງ ​ທີ່ວິ​ທະ​ຍາ​ໄລ​ຊຸມ​ຊົນ ໃນ​ເມືອງ​ຣີດ​ດິງ ລັ​ດ​ເພັນ​ຊ​ິ​ລ​ເວ​ເນຍ ເມື່ອ​ວັນ​ທີ 14 ກັນ​ຍາ 2021.
ພວມ​ມີ​ການ​ກະ​ກຽມ ຢາ​ວັກ​ຊີນ​ກັນ​ໂຄວິດ-19 ຂອງ​ຟາຍ​ເຊີ ຢູ່​ຄ​ລີ​ນິກ​ແຫ່ງ​ນຶ່ງ ​ທີ່ວິ​ທະ​ຍາ​ໄລ​ຊຸມ​ຊົນ ໃນ​ເມືອງ​ຣີດ​ດິງ ລັ​ດ​ເພັນ​ຊ​ິ​ລ​ເວ​ເນຍ ເມື່ອ​ວັນ​ທີ 14 ກັນ​ຍາ 2021.

ທຳ​ນຽບ​ຂາວ​ກ່າວ​ວ່າ ມີ​ພະ​ນັກ​ງານ​ລັດ​ຖະ​ບານ​ກາງ​ຫຼາຍກວ່າ 90 ເປີ​ເຊັນ​ແລ້ວ ໄດ້​ສັກ​ຢາ​ວັກ​ຊີນ​ກັນ​ໂຄວິດ-19 ຢ່າງ​ໜ້ອຍ​ນຶ່ງ​ເຂັມ ມາ​ຮອດ​ວັນ​ຈັນວານນີ້ ຊຶ່ງ​ເປັນ​ເສັ້ນ​ທີ່​ກຳ​ນົດ​ໄວ້​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ.

ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ທ່ານ​ໄບ​ເດັນ​ໄດ້​ປະ​ກາດ​ວ່າ ພະ​ນັກ​ງານລັດ​ຖະ​ບານ​ກາງ​ທຸກ​ຄົນ ຕ້ອງ​ໄດ້​ສັກ​ຢາ​ວັກ​ຊີນ ພາຍ​ໃນ​ວັນ​ທີ 22 ພະ​ຈິກ ໂດຍ​ບໍ່​ມີ​ທາງ​ເລືອກ​ອື່ນ ນ​ອກ​ຈາກວ່າ​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ອະ​ນຸ​ມັດ​ທາງ​ດ້​ານ​ການ​ແພດ ຫຼື​ບໍ່​ກໍ​ທາງ​ດ້ານ​ສາ​ສະ​ໜາ.

ພະ​ນັກ​ງານ​ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ປະ​ຕິ​ບັດ​ຕາມ​ກຳ​ນົດ​ເສັ້ນ​ຕາຍ​ພາຍ​ໃນ​ວັນ​ຈັນ​ວານນີ້ ຈະ​ເລີ້ມ​ໄດ້​ຮັບ​ຂັ້ນ​ຕອນ “ການ​ໃຫ້​ຄຳ​ແນະ​ນຳ” ຊຶ່ງ​ໃນ​ທີ່​ສຸດ​ອາດ​ຈະ​ເປັນ​ຜົນ​ໃຫ້ຖືກ​ໄລ່​ອອກ​ຈາກ​ການ ຖ້າ​ພວກ​ເຂົາ​ເຈົ້າ​ຫາກ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນໂດຍ​ປາ​ສະ​ຈາກ​ການ​ຖືກ​ຍົກ​ເວັ້ນ​ຈາກ​ການ​ສັກ​ຢາ​ດັ່ງ​ກ່າວ.

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ແຄວິນ ມູ​ຍົ​ສ (Kevin Munoz) ຂຽນ​ລົງ​ໃນ​ທວີດ​ເຕີ້​ໃນ​ວັນ​ຈັນ​ວານນີ້​ວ່າ 95 ເປີ​ເຊັນ​ຂອງ​ພະ​ນັກ​ງານ​ລັດ​ຖະ​ບານ​ກາງທັງ​ໝົດ​ແມ່ນ​ປະ​ຕິ​ບັດ​ຕາມ​ຂໍ້​ບັງ​ຄັບ​ໃຫ້​ສັກ​ຢາ​ວັກ​ຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັ​ນ. ທ່ານ​ກ່າວ​ຕື່ມ​ວ່າ “ບໍ່​ໄດ້​ມີ​ການ​ລົບ​ກວນ​ໃດໆ ມີ​ກ່ຽວ​ຂ້ອງ​ກັບ​ຂໍ້​ບັງ​ຄັບ​ນີ້ ພວກເຮົາ​ຈະ​ຫຼີກ​ລ່ຽງ​ຕໍ່​ການ​ລົບ​ກວນ ທີ່ພົວ​ພັນ​ກັບ​ເລື້ອງ​ໂຄວິດ ໂດຍ​ຜ່ານ​ການ​ສັກວັກ​ຊີນ.”

ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ຝ່າຍ​ປະ​ຊາ​ສຳ​ພັນ ທ່ານ​ນາງ​ມາ​ຊາ (ຄາ​ຕ​ຣັນ) ແອັ​ສ​ປີ​ໂນ​ຊາ ກໍໄດ້​ຂຽນລົງ​ໃນ​ທວີດ​ເຕີ້ ເມື່ອ​ວັນ​ຈັນ​ວານນີ້​ວ່າ 98 ເປີ​ເຊັນຂອງ​ເຈົ້າ​ໜ້າ​ທີ່​ພາ​ສີແລະ​ຄຸ້ມ​ຄອງ​ຊາຍ​ແດນ​ສະ​ຫະ​ລັດ ແລະ 93 ເປີ​ເຊັນ​ຂອງ​ພະ​ນັກ​ງານອົງ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງ ຫຼື TSA ແມ່ນ “ປະ​ຕິ​ບັດ​ຕາມ” ກັບກົດ​ລະ​ບຽບ​ບັງ​ຄັບ​ໃຫ້​ສັກ​ຢາ​ວັກ​ຊີນ​ແລ້ວ.

ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນກ່າ​ວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ວ່າ ໂຕ​ເລກຂັ້ນ​ສຸດ​ທ້າຍ​ຈະ​ມີ​ການ​ປ່ຽນ​ແປງໃນ​ຂະ​ນະ​ທີ່​ພະ​ນັກ​ງານ​ຍັງ​ສືບ​ຕໍ່​ສົ່ງ​ເອກ​ກະ​ສານໄປ​ໃຫ້ຈົນ​ຮອດ​ເສັ້ນ​ຕາຍ ໃນ​ຕອນ​ແລງວັນ​ຈັນ​ວານນີ້ ແລະ​ໃນ​ຂະ​ນະ​ທີ່​ການ​ສົ່ງເອກ​ກະ​ສານ​ຂອງ​ພະ​ນັກ​ງານທັງ​ໝົດ​ອາດ​ຈະ​ຍັງ​ບໍ່​ໄດ້​ມີ​ການ​ກວດ​ສອບເທື່ອ.

ແຕ່​ແນວ​ໃດ​ກໍ​ຕາມ ໂຕ​ເລກສະ​ເໜີ​ແນະ​ວ່າ ອາດ​ມີ​ພະ​ນັກ​ງານ​ລັດ​ຖະ​ບານ​ຫຼາຍເຖິງ 175,000 ຄົນ ອາດ​ຍັງ​ບໍ່​ທັນ​ໄດ້​ສັກ​ຢາ​ວັກ​ຊີນ​ເທື່ອ​ແລະ​ຍັງ​ບໍ່​ທັນ​ປະ​ຕິ​ບັດຕາມ​ຂໍ້​ບັງ​ຄັບ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG