ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໖ ມິຖຸນາ ໒໐໒໔

ເງິນຝາກທີ່ເປັນເງິນຕາຕ່າງປະເທດ ໃນລະບົບທະນາຄານຂອງລາວ ເກີນກວ່າ 70 ເປີເຊັນນັ້ນ ຝາກໂດຍບັນດາບໍລິສັດ ແລະນັກທຸລະກິດ


ທະນາຄານຮ່ວມພັດທະນາ ສາຂາໃນນະຄອນຫຼວງວຽງຈັນ, ສປປ ລາວ
ທະນາຄານຮ່ວມພັດທະນາ ສາຂາໃນນະຄອນຫຼວງວຽງຈັນ, ສປປ ລາວ

ເງິນຝາກທີ່ເປັນເງິນຕາຕ່າງປະເທດໃນລະບົບທະນາຄານຂອງລາວ ຄິດເປັນສັດສ່ວນເກີນກວ່າ 70 ເປີເຊັນຂອງມູນຄ່າທັງໝົດນັ້ນ ຄືເງິນຕາທີ່ຝາກໂດຍບັນດາບໍລິສັດ ແລະນັກທຸລະກິດ.

ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ໃຫ້ການຢືນຢັນວ່າ ປະລິມານເງິນຕາຕ່າງປະເທດທີ່ໝູນວຽນຢູ່ໃນລະບົບທະນາຄານການຄ້າໃນລາວ ໃນປັດຈຸບັນນີ້ ຄິດເປັນສັດສ່ວນຫຼາຍກວ່າ 70 ເປີເຊັນຂອງມູນຄ່າທັງໝົດນັ້ນ ຄືເງິນຕາທີ່ຝາກໂດຍບັນດາບໍລິສັດແລະນັກທຸລະກິດຂອງລາວ ທີ່ພົວພັນກັບການຊຳລະບັນຊີເງິນຕາຕ່າງປະເທດນັ້ນ ສາມາດທີ່ຈະເພິິ່ງຕົນເອງໄດ້ໄດ້ບໍ່ເຖິງ 30 ເປີເຊັນ ສ່ວນເກີນກວ່າ 70 ເປີເຊັນນັ້ນ ຕ້ອງເພິ່ງພາເງິນຕາຈາກຕ່າງປະເທດເປັນດ້ານຫລັກ ດັ່ງທີ່ ທ່ານບຸນເຫຼືອ ໄດ້ໃຫ້ການຍອມຮັບວ່າ:

“ເສດຖະກິດຂອງພວກເຮົາ ແມ່ນເສດຖະກິດທີ່ມີຫຼາຍສະກຸນເງິນເປັນ multi-currency economy ຈັ່ງຊັ້ນກໍເປັນໂຄງປະກອບນຶ່ງທີ່ເປັນຈຸດພິເສດ ແລະລະບົບເງິນຝາກຂອງລະບົບທະນາຄານຂອງພວກເຮົາ ກະມີເງິນຕາຕ່າງປະເທດກວດເອົາ 70 ເປີເຊັນ ແມ່ນເງິນຝາກແລະກະມີສິນເຊື່ອເປັນຕາຕ່າງປະເທດ ຈັ່ງຊັ້ນ ພຶດຕິກຳຂອງລາຄາສິນຄ້າທີ່ມີການເໜັງຕີງຢູ່ບ້ານເຮົານີ້ ກະມີລັກສະນະທີ່ສະເພາະ ໂດຍສະເພາະສິນຄ້າທີ່ນຳເຂົ້າສ່ວນໃຫຍ່ ກະແມ່ນເໜັງຕີງໄປຕາມການອ່ອນຄ້າຂອງອັດຕາແລກປ່ຽນຂອງພວກເຮົາ.”

ສ່ວນຜູ້ຊ່ຽວວວວວຊານດ້ານການເງິນການທະນາຄານໃນອາຊຽນ ກໍໃຫ້ທັດສະນະວ່າ:

“ປະເດັນສຳຄັນ ຂອງ ສປປ ລາວ ທີ່ມັນມີບັນຫາຫຼາຍຫັ້ນ ກໍຄືຄົນບໍ່ເຊື່ອໝັ້ນໃນການໃຊ້ເງິນກີບ ເວລາບໍລິສັດຕ່າງຊາດໄປລົງທຶນໃນ ສປປ ລາວ ກໍບໍ່ໃຊ້ເງິນກີບ ຊື້ຂາຍກັນເອງໃນ ສປປ ລາວ ຄົນລາວເອງກໍບໍ່ໃຊ້ເງິນກີບ ເພາະສະນັ້ນ ເມື່ອເຈົ້າບໍ່ໝັ້ນໃຈ ບໍ່ໃຊ້ເງິນຕາຂອງເຈົ້າເອງຫັ້ນ ນັ້ນກໍເທົ່າກັບລັດຖະບານ ບໍ່ມີເຄື່ອງມືຄືນະໂຍບາຍການເງິນໃຫ້ໃຊ້ ແລ້ວຈະປັບປະລິມານເງິນກີບໄປຈັງໃດ ມັນກໍບໍ່ກະທົບຈັ່ງໃດ ເພາະວ່າ ທຸກຄົນຖືເປັນດອນລາ ເປັນຢວນ ເປັນບາດໝົດ ເທົ່າກັບບໍ່ມີອະທິປະໄຕໃນເລື້ອງການເງິນ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG