ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກລົບເກົ່າ ສຫລ ຈຳນວນນຶ່ງ ລາຍງານວ່າ ຖືກສານເຄມີ ໃນ ສົງຄາມອີຣັກ


ຖັງບັນຈຸເຄມີຕ່າງໆ ທີ່ທະຫານສະຫະລັດ ຄົ້ນພົບ ຢູ່ໃນອີຣັກ.
ຖັງບັນຈຸເຄມີຕ່າງໆ ທີ່ທະຫານສະຫະລັດ ຄົ້ນພົບ ຢູ່ໃນອີຣັກ.

ໜັງສື​ພິມ The New York Times ລາຍ​ງານ​ວ່າ ພວກນັກລົບ
ເກົ່າຈາກສົງຄາມອີຣັກ​ຫລາຍ​ກວ່າ 600 ຄົນ ກ່າວ​ວ່າ ​ເຂົາ​ເຈົ້າ
ໄດ້​ຖືກ​ສານພິດອາວຸດ​ເຄມີ ນັບແຕ່​ປີ 2003 ເປັນຕົ້ນມາ ​ແລະ
ທຳນຽບຫ້າ​ແຈໄດ້ເອົາ​ບາດກ້າວແຕ່ພຽງເລັກ ​ນ້ອຍ​ ຫລື​ບໍ່ໄດ້
ເອົາເລີຍກໍມີ​.

ລາຍ​ງານທີ່ພິມເຜີຍແຜ່​ໃນ​ວັນ​ພະຫັດ​ວານ​ນີ້ກ່າວ​ວ່າ ລັດຖະມົນ
ຕີປ້ອງ​ກັນ​ປະ​ເທດ ທ່ານ Chuck Hagel ​ໄດ້​ຄົ້ນພົບການ​ຖືກ​
ສານພິດເຫຼົ່ານີ້ ​ໃນ​ລະຫວ່າງ ທ່ານ​ທົບ​ທວນ​ເບິ່ງຄໍາ ​ຖາມຕ່າງໆ
ທີ່​ທະຫານ​ໄດ້​ຕອບ ໃນຕອນ​ທ້າຍຂອງການ​ຖືກສົ່ງໄປປະຕິບັດ
​ງານ​ໃນອີຣັກ.

ທະ​ຫານຈຳນວນ 629 ຄົນ ​ໄດ້​ລາຍ​ງານ​ວ່າ​ຖືກ​ສານພິດເຄມີ ຢູ່​ໃນອີຣັກ ຮວມທັງແກັສ
ພິດ mustard ນຳດ້ວຍ.

ໜັງສື​ພິມ The Times ກ່າວ​ວ່າ ຄົນ​ອຶ່ນໆ​ອາດໄດ້​ຖືກສານພິດ​ເຊັ່ນ​ດຽວກັນ ຮວມທັງ
ທະຫານ​ຕ່າງປະເທດ ພະນັກງານສັນຍາ​ຈ້າງ ​ພ້ອມທັງ​ທະຫານ​ອິຣັກ ​ແລະ​ພົນລະ​ເຮືອນ.

ໜັງສື​ພິມສະບັບນີ້​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ທໍານຽບຫ້າ​ແຈ ບໍ່ຍອມ​ຮັບຮູ້ກ່ຽວ ກັບກໍລະນີ​
ຈຳນວນ​ຫລວງຫລາຍທີ່ໄດ້ລາຍງານ ຫລື​ຕິດ​ຕາມເບິ່ງພວກ​ທະຫານ ທີ່​ໄດ້​ຮັບ​ຜົນ​ກະທົບ
​ເພື່ອ​ໃຫ້​ການ​ປິ່ນປົວ​ເຂົາ​ເຈົ້າ​ຢ່າງ​ພຽງພໍ. ຍັງ​ບໍ່​ແຈ່ມ​ແຈ້ງວ່າ ​ເປັນ​ຫຍັງທຳ​ນຽບຫ້າ​ແຈ ຈຶ່ງ
ບໍ່​ເອົາ​ບາດກ້າວ ​ແຕ່​ກ່າວ​ວ່າ ບັດ​ນີ້​ຈະ​ຊອກ​ຫາ​ບັນ​ດາ​ນັກລົບເກົ່າ ​ທີ່​ລາຍ​ງານ​ວ່າ ​ໄດ້ຖືກ
ສານພິດເຄມີນັ້ນ.

XS
SM
MD
LG