ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຕິດ ໄວຣັສໂຄໂຣນາ ຫຼາຍກວ່າ 54 ລ້ານກໍລະນີ ໃນທົ່ວໂລກ


ພະນັກງານຄົນນຶ່ງ ທຳການຂ້າເຊື້ອໃນວັດ ຮິນດູ ແຫ່ງນຶ່ງໃນນະຄອນ ມຸມໄບ, ປະເທດ ອິນເດຍ. 15 ພະຈິກ, 2020. (Photo by Punit…
ພະນັກງານຄົນນຶ່ງ ທຳການຂ້າເຊື້ອໃນວັດ ຮິນດູ ແຫ່ງນຶ່ງໃນນະຄອນ ມຸມໄບ, ປະເທດ ອິນເດຍ. 15 ພະຈິກ, 2020. (Photo by Punit…

ໄວຣັສໂຄໂຣນາຫຼາຍກວ່າ 54 ລ້ານກໍລະນີໄດ້ຖືກຢືນຢັນໃນທົ່ວໂລກ, ສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌ ໄດ້ລາຍງານໃນວັນອາທິດວານນີ້.

ສະຫະລັດ, ອິນເດຍ ແລະ ບຣາຊິລ ຍັງສືບຕໍ່ຢູ່ລະດັບສູງສຸດໃນລາຍຊື່ຂອງສະຖານທີ່ທີ່ມີການຕິດເຊື້ອຫຼາຍທີ່ສຸດ. ສະຫະລັດ ມີຫຼາຍກວ່າ 11 ລ້ານກໍລະ ນີ, ໃນຂະນະທີ່ ອິນເດຍ ແລະ ບຣາຊິລ ມີ ແປດລ້ານແປດແສນກໍລະນີ ແລະ ຫ້າລ້ານແປດແສນກໍລະນີຕາມລຳດັບ.

ໃນວັນອາທິດວານນີ້, ອິນເດຍ ໄດ້ລາຍງານການຕິດເຊື້ອໃໝ່ 41,100 ກໍລະນີ ໃນໄລຍະ 24 ຊົ່ວ ໂມງທີ່ຜ່ານມາ.

ຕົວເລກຂອງກໍລະນີໄວຣັສໂຄໂຣນາທັງໝົດຂອງ ເມັກຊິໂກ ໄດ້ກາຍ 1 ລ້ານ ຄົນໃນວັນເສົາທີ່ຜ່ານມາ. ເມັກຊິໂກ ໄດ້ຫຼີກລ່ຽງການປະກາດຂໍ້ບັງຄັບໃສ່ໜ້າກາກ ຫຼື ການກັກບໍລິເວນ.

ຮອງລັດຖະມົນຕີກະຊວງສາທາລະນະສຸກຂອງ ເມັກຊິໂກ ທ່ານ ຮີວໂກ ໂລເປສ-ກາແຕລລີ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ໜ້າກາກແມ່ນມາດຕະ ການຊ່ວຍເຫຼືອເພື່ອປ້ອງກັນການແຜ່ລາມຂອງໄວຣັສ,” ເຊິ່ງເປັນການປະຕິເສດຕໍ່ການຮຽກຮ້ອງຂອງບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກສາກົນ ເພື່ອໃຫ້ໃສ່ ໜ້າກາກເພື່ອຢຸດບໍ່ໃຫ້ປະຊາຊົນຕິດເຊື້ອ ແລະ ແຜ່ໄວຣັສໂຄໂຣນາ. ທ່ານ ໂລເປສ ໄດ້ກ່າວ ກ່ຽວກັບ ໜ້າກາກວ່າ “ມັນບໍ່ໄດ້ປົກປ້ອງພວກເຮົາ, ແຕ່ມັນເປັນປະໂຫຍດສຳລັບການປົກປ້ອງຄົນອື່ນ.”

ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ລາຍງານວ່າ ເມັກຊິໂກ ໄດ້ບັນທຶກຜູ້ເສຍຊີວິດຍ້ອນ COVID-19 ຫຼາຍກວ່າ 98,000 ຄົນ.

ບັນດາເຈົ້າໜ້າທີ່ໃນປະເທດ ອາເຈັນຕີນາ ໄດ້ຖືກຈັດຢູ່ປ່ຽວ ຫຼັງຈາກສະມາຊິກຂອງອົງການກອງທຶນສາກົນ ຄົນນຶ່ງຖືກກວດເປັນຜົນບວກສຳລັບ COVID-19. ທີມງານກອງທຶນສາກົນ ໄດ້ເດີນ ທາງໄປນະຄອນຫຼວງ ບູເອນອສ ແອເຣັສ ເພື່ອປຶກສາຫາລື ກ່ຽວກັບ ໂຄງການຊ່ວຍເຫຼືອໃໝ່ສຳລັບປະເທດດັ່ງກ່າວ, ເຊິ່ງ ໄດ້ປະເຊີນກັບເສດຖະກິດທີ່ບໍ່ດີແມ່ນກະທັ້ງກ່ອນຖືກກະທົບໂດຍໂຣກລະ ບາດ.

ອາເຈັນຕີນາ ໄດ້ບັນທຶກ COVID-19 ຫຼາຍກວ່າ ນຶ່ງລ້ານສາມແສນກໍລະນີ ແລະ ຫຼາຍກວ່າ 35,000 ຄົນໄດ້ເສຍຊີວິດ,​ ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG