ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ໂຣ​ຮິງ​ຢາ 500 ກວ່າ​ຄົນ ເດີນ​ທາງ​ໄປ​ເຖິງ ​ອິນ​ໂດ​ເນ​ເຊຍ


ອົບ​ພະ​ຍົບ​ຊາວ​ໂຣ​ຮິງ​ຢາ ທີ່​ເດີນ​ທາງ​ໄປ​ຮອດ​ໃໝ່ໆ ພາ​ກັນ​ພັກ​ຜ່ອນ​ ທີ່​ສູນ​ກາງ​ສວດ​ມົນ ຢູ່​ໃນ​ທ້ອງ​ຖິ່ນ ທີ່​ເມືອງ​ກູ​ລີ ໃນ​ແຂວງ​ອາ​ເຈ ປະ​ເທດ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 19 ພະ​ຈິກ 2023.
ອົບ​ພະ​ຍົບ​ຊາວ​ໂຣ​ຮິງ​ຢາ ທີ່​ເດີນ​ທາງ​ໄປ​ຮອດ​ໃໝ່ໆ ພາ​ກັນ​ພັກ​ຜ່ອນ​ ທີ່​ສູນ​ກາງ​ສວດ​ມົນ ຢູ່​ໃນ​ທ້ອງ​ຖິ່ນ ທີ່​ເມືອງ​ກູ​ລີ ໃນ​ແຂວງ​ອາ​ເຈ ປະ​ເທດ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 19 ພະ​ຈິກ 2023.

ROHINGYA REFUGEES INDONESIA #8

​ເຮືອ 3 ລຳ ທີ່​ເຕັມ​ດ້ວຍອົບ​ພະ​ຍົບ​ໂຣ​ຮິງ​ຢາ​ຫຼາຍກວ່າ 500 ຄົນ​ ໄດ້​ເຂົ້າ​ຈອດ​ທີ່​ແຂວງ ​ໃນ​ພາກ​ຕາ​ເວັນ​ຕົກ​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ອາ​ທິດ​ວານນີ້ ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ ຊຶ່ງ​ເປັນ​ການ​ເດີນ​ທາງ​ໄປ​ເຖິງ​ທີ່​ຫຼາຍ​ທີ່​ສຸດ ນັບ​ຕັ້ງ​ແຕ່​ມຽນ​ມາ ​ເລີ້ມທຳ​ການ​ປາ​ບ​ປາມ​ທາງ​ທະ​ຫານ ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ​ດັ່ງ​ກ່າວ​ໃນ​ປີ 2017 ອີງ​ຕາມ​ລາຍ​ງານ​ຂ​ອງ​ອົງ​ການ​ຂ່າວ AFP.

ພວກ​ມຸ​ສ​ລິມ​ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຊາວ​ໂຣ​ຮິງ​ຢາ ​ໄດ້​ຖືກ​ປະ​ຫັດ​ປະ​ຫານ​ຢ່າງ​ໜັກ​ຢູ່​ໃນ​ປະ​ເທດ​ມຽນ​ມາ ແລະ​ຫຼາຍໆ​ພັນ​ຄົນ ​ໄດ້​ພາ​ກັນ​ສ່ຽງ​ຊີ​ວິດ ​ໃນ​ແຕ່​ລະ​ປີອອກ​ເດີນ​ທາງ​ໄລ​ຍະ​ໄກທາງ​ທະ​ເລ ​ແລະ​ລາ​ຄາ​ແພງ​ ໂດຍ​ມັກ​ຈະ​ໃຊ້​ເຮືອ ​ທີ່​ບໍ່​ຄ່ອຍ​ແຂງ​ແຮງ​ປານ​ໃດເພື່ອ​ພະ​ຍາ​ຍາມເດີນ​ທາງ​ໄປ​ຍັງ​ມາ​ເລ​ເຊຍ​ຫຼື​ບໍ່​ກໍ​ອິນ​ໂດ​ເນ​ເຊຍ.

ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ອົບ​ພະ​ຍົບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ໄຟ​ຊາ​ລ ຣາ-ມານກ່າວ​ຕໍ່​ອົງ​ການ​ຂ່າວ​ AFP ວ່າ ເຮືອ​ລຳ​ນຶ່ງ​ໄດ້​ເດີນ​ທາງ​ໄປ​ເຖິງ​ເມືອງ​ບີ​ເຣິນ
(Bireuen) ໃນ​ແຂວງ​ອາ​ເຈ ພ້ອມ​ດ້ວຍ 256 ຄົນ ໃນ​ຂະ​ນະ​ທີ່​ 241 ຄົນເດີນ​ ທາງ​ໄປ​ເຖິງ​ເຂດພີ​ດີ (Pidie) ​ຂອງ​ແຂວງ​ອາ​ເຈ ແລະ​ເຮືອ​ນ້ອຍ​ອີກ​ລຳ​ນຶ່ງພ້ອມ 36 ຄົນ​ເດີນ​ທາງ​ໄປ​ເຖິງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ແຂວງ​ອາ​ເຈ.

ທ່ານ​ຣາ​ມານ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ພວກ​ເຂົາ​ໄດ້​ຖືກ​ພົບ​ເຫັນ​ຢູ່​ຫຼາຍໆ​ຈຸດ.

ກຸ່ມ​ອົບ​ພະ​ຍົບ 256 ຄົນ​ທີ່​ໄປ​ຮອດ​ເມືອງ​ບີ​ເຣິນນັ້ນ 110 ຄົນ​ແມ່ນ​ແມ່​ຍິງ​ແລະ 60 ຄົນ​ແມ່ນ​ເປັນ​ເດັກ​ນ້ອຍ.

ມັນ​ແມ່ນ​ເຮືອ​ລຳ​ດຽວ​ກັນ ທີ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ໄດ້​ສົ່ງ​ພວກ​ເຂົາ​ເຈົ້າ​ໃຫ້​ກັບ​ຄືນ​ອອກ​ສູ່​ທະ​ເລ​ໃນ​ວັນ​ພະ​ຫັດ​ຜ່ານ​ມາ ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຕົກ​ຄ້າງ​ຢູ່ນອກ​ແຄມ​ຝັ່ງ​ເປັນ​ເວ​ລາ​ຫຼາຍໆ​ມື້ ອີງ​ຕາມ​ທ່ານ​ຣາ​ມານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG