ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດເອກະຊົນ ຫຼາຍກວ່າ 500 ບໍລິສັດ ລົງທຶນໃນເຂດເສດຖະກິດ ພິເສດຂອງ ລາວ


ຮູບພາບທີວທັດຂອງເຂດເສດຖະກິດພິເສດ ລາວ ຈີນ ທີ່ບຶງທາດຫຼວງ.
ຮູບພາບທີວທັດຂອງເຂດເສດຖະກິດພິເສດ ລາວ ຈີນ ທີ່ບຶງທາດຫຼວງ.

ບໍລິສັດເອກກະຊົນລາວ ແລະຕ່າງຊາດ 500 ກວ່າລາຍໄດ້ລົງທຶນຄິດເປັນມູນຄ່າຫຼາຍ
ກວ່າ 4,000 ລ້ານໂດລາ ໃນເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ 13 ແຫ່ງໃນລາວ ທັງມີທ່າອຽງເພີ່ມຂຶ້ນນັບມື້.

ທ່ານນາງບົວທາ ຂັດຕິຍະ ປະທານຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດ ຖະກິດພິເສດ ແລະເຂດເສດຖະກິດສະເພາະ ຢືນຢັນວ່າ ການລົງທຶນໃນເຂດເສດຖະ
ກິດພິເສດ ແລະເຂດເສດຖະກິດສະເພາະ ທັງ 13 ແຫ່ງຂອງລາວ ໃນປັດຈຸບັນນີ້ມີມູນ ຄ່າລວມຫຼາຍກວ່າ 4,000 ລ້ານໂດລາ ໂດຍເປັນການລົງທຶນຂອງບັນດາບໍລິສັດເອກ ກະຊົນລາວ ແລະຕ່າງຊາດ ຈຳນວນ 500 ກວ່າລາຍ ແລະໄດ້ມີການຈ້າງງານແລ້ວ ຈຳ
ນວນ 22,000 ກວ່າຄົນໂດຍເຂດເສດຖະກິດພິເສດ ສະຫວັນ-ເຊໂນ ໃນແຂວງສະຫວັນ ນະເຂດ ມີການຈ້າງງານຫຼາຍທີ່ສຸດ ດັ່ງທີ່ ທ່ານນາງບົວທາ ໄດ້ຖະແຫລງຢືນຢັນວ່າ:

“ປັດຈຸບັນ ເຂດພັດທະນາເສດຖະກິດ ຈຳນວນ 13 ເຂດ ສາມາດສ້າງວຽກເຮັດງານທຳ ໄດ້ປະມານ 22,000 ກວ່າຕຳແໜ່ງງານ ເປັນຕົ້ນແມ່ນແຮງງານທີ່ມີຈຳນວນແຮງງານ
ຄົນລາວ ທັງໝົດຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ 4,120 ຄົນ ໃນນັ້ນ 60
ຄົນ ແມ່ນກັບມາຈາກປະເທດໄທ ການລົງທຶນທັງໝົດໃນປັດຈຸບັນແມ່ນທຶນຈົດທະບຽນ
ເຖິງ 4 ຕື້ໂດລາ ແລະການລົງທຶນຕົວຈິງ 1.2 ຕື້ໂດລາ”

ໂດຍຫລ້າສຸດ ບໍລິສັດຮ່ວມທຶນລາວ-ຈີນ ຈຳກັດ ກໍໄດ້ລົງທຶນໃນມູນຄ່າ 83 ລ້ານໂດລາ ເພື່ອພັດທະນາພື້ນຖານໂຄງຮ່າງໃນເຂດພັດທະນາກວມລວມ ໄຊເສດຖາ ໃນນະຄອນຫຼວງ
ວຽງຈັນ ເຊັ່ນການກໍ່ສ້າງເສັ້ນທາງອ້ອມເຂດດັ່ງກ່າວ ການວາງລະບົບລະບາຍນ້ຳ ການ
ຕິດຕັ້ງເຄືອຂ່າຍສື່ສານ ການສ້າງອາຄານສຳນັກງານ ຫ້ອງວາງສະແດງ ກໍ່ສ້າງສະຖານີ
ໄຟຟ້າ ລະບົບນ້ຳປະປາ ແລະ ອື່ນໆ.

ທັງນີ້ ການດຳເນີນງານດັ່ງກ່າວຖືເປັນຄວາມສຳເລັດ ໃນໄລຍະທີ 1 ຈາກ 3 ໄລຍະຂອງ
ໂຄງການທີ່ 1 ຈາກ 3 ໄລຍະຂອງໂຄງການທີ່ມີເນື້ອທີ່ສຳປະທານທັງໝົດ 1,149 ເຮັກ
ຕາ ຊຶ່ງຕັ້ງຢູ່ລະຫວ່າງເຂດເມືອງໄຊເສດຖາ ແລະ ໄຊທານີ ໃນເຂດນະຄອນຫຼວງວຽງຈັນ
ແລະ ຈາກຜົນສຳເລັດດັ່ງກ່າວນີ້ ກໍເຮັດໃຫ້ບໍລິສັດຮ່ວມທຶນ ລາວ-ຈີນ ສາມາດດຶງເອົາ
ການລົງທຶນຈາກຕ່າງປະເທດເຂົ້າມາໃນເຂດພັດທະນາກວມລວມໄຊເສດຖາໄດ້ແລ້ວ
ເຖິງ 30 ບໍລິສັດ ມີມູນຄ່າການລົງທຶນຫຼາຍກວ່າ 350 ລ້ານໂດລາ ທີ່ລວມເຖິງການ
ສ້າງໂຮງກັນນ້ຳມັນແຫ່ງທຳອິດໃນ ລາວ ທີ່ເປັນການລົງທຶນຂອງບໍລິສັດເອກະຊົນ ຈີນ
ໃນມູນຄ່າ 180 ລ້ານດ້ວຍ.

ສຳລັບໂຮງກັນນ້ຳມັນແຫ່ງທຳອີດໃນ ລາວ ດັ່ງກ່າວນີ້ຈະສາມາດກັ່ນນໍ້າມັນໄດ້ເຖິງ 950 ລ້ານລິດຕໍ່ປີ ໂດຍແບ່ງເປັນນ້ຳມັນແອັດຊັງ 390 ລ້ານລິດ ແລະ ນໍ້າມັນກາຊວນ 560
ລ້ານລິດ ທັງຍັງຈະມີຜົນຜະລິດເປັນແກ໊ສແຫຼວ LPG ໃນປະລິມານ 18,000 ໂຕນ, ນ້ຳ
ມັນສັງເຄາະ 12,600 ໂຕນ ແລະ ນ້ຳມັນເຕົາສຳລັບໂຮງງານອຸດສາຫະກຳອີກ 5,000
ໂຕນ ຊຶ່ງຈະເຮັດໃຫ້ ລາວ ສາມາດຫຼຸດປະລິມານການນຳເຂົ້ານ້ຳມັນເຊື້ອໄຟໄດ້ເຖິງ 60
ເປີເຊັນ ຂອງຄວາມຕ້ອງການທັງໝົດໃນແຕ່ລະປີ.

ເຂດພັດທະນາກວມລວມໄຊເສດຖາເປັນ 1 ໃນ 13 ເຂດພັດທະນາເສດຖະກິດທີ່ລັດຖະ
ບານ ລາວ ໄດ້ອະນຸມັດໃຫ້ສ້າງຕັ້ງຂຶ້ນໃນປີ 2010 ໂດຍເຂດທີ 13 ທີ່ໄດ້ຮັບອະນຸຍາດ
ໃນຕົ້ນປີ 2016 ທີ່ຜ່ານມາລົງທຶນໂດຍກຸ່ມບໍລິສັດພູສີຈຳກັດນັ້ນ ກໍຄືເຂດເສດຖະກິດພິ
ເສດບົນເນື້ອທີ່ລວມ 4,850 ເຮັກຕາຢູ່ເຂດຊານເມືອງເກົ່າຫຼວງພະບາງ ກັບເມືອງຈອມ
ເພັດໃນແຂວງຫຼວງພະບາງ.

ສັນຍາດັ່ງກ່າວນີ້ມີອາຍຸສຳປະທານ 99 ປີ ໂດຍກຸ່ມບໍລິສັດພູສີຈຳກັດ ຈະລົງທຶນໃນມູນ
ຄ່າລວມເຖິງ 1,200 ລ້ານໂດລາເພື່ອພັດທະນາພື້ນທີ່ສຳປະທານໃຫ້ເປັນເຂດທ່ອງທ່ຽວ
ແລະ ບໍລິການທີ່ທັນສະໄໝຢ່າງຄົບວົງຈອນ ໂດຍຈະກໍ່ສ້າງລະບົບພື້ນຖານໂຄງລ່າງ
ແລະ ສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດເຊັ່ນ ຖະໜົນ, ລະບົບໄຟຟ້າ, ນ້ຳປະ
ປາ, ໂຮງໝໍ, ໂຮງຮຽນ, ໂຮງແຮມ, ທະນາຄານ, ສູູນການຄ້າ, ອາຄານທຸລະກິດສູງ 23
ຊັ້ນ ແລະ ບ້ານພັກສຳລັບຄົນສູງອາຍຸທີ່ສ່ວນຫຼາຍຈະເປັນຊາວຕ່າງປະເທດ.

ກ່ອນໜ້ານີ້ ທາງການ ລາວ ໄດ້ອະນຸມັດໃຫ້ສ້າງຕັ້ງເຂດເສດຖະກິດປາກເຊ-ຍີ່ປຸ່ນ ທີ່
ແຂວງ ຈຳປາສັກ. ສ່ວນນະຄອນຫຼວງວຽງຈັນ ກໍຍັງມີເຂດອຸດສາຫະກຳ ແລະ ການຄ້າ
ວຽງຈັນ ໂນນທອງ, ເຂດເສດຖະກິດສະເພາະດົງໂພສີ, ເຂດເສດຖະກິດສະເພາະລ່ອງ
ແຖ່ງ ວຽງຈັນ, ເຂດເສດຖະກິດພິເສດທີ່ບຶງທາດຫຼວງ. ນອກຈາກນັ້ນກໍມີເຂດເສດຖະ ກິດສະເພາະທ່າແຂກ ແລະ ເຂດເສດຖະກິດສະເພາະ ພູຂຽວທີ່ແຂວງຄຳມ່ວນ.

XS
SM
MD
LG