ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສົ່ງຜົນ ກະທົບຕໍ່ 4,411 ຄອບຄົວ ໃນ 5 ແຂວງ


ປະທານສະພາແຫ່ງຊາດ ທ່ານນາງປານີ ຢາທໍ່ຕູ້ ພ້ອມດ້ວຍ ຄະນະ ລົງໄປຢ້ຽມຊົມ ຄວາມຄືບໜ້າ ຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ
ປະທານສະພາແຫ່ງຊາດ ທ່ານນາງປານີ ຢາທໍ່ຕູ້ ພ້ອມດ້ວຍ ຄະນະ ລົງໄປຢ້ຽມຊົມ ຄວາມຄືບໜ້າ ຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສົ່ງຜົນກະທົບຕໍ່ປະຊາຊົນລາວ 4,411 ຄອບຄົວ
ໃນ 13 ເມືອງຂອງ 5 ແຂວງ ໂດຍທາງການລາວ ແລະ ຈີນ ຈະຊົດເຊີຍຄວາມເສຍຫາຍ
ໃຫ້ຕາມສະພາບຕົວຈິງ.

ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ
ຂົນສົ່ງ ຢືນຢັນວ່າ ການສຳຫຼວດກ່ຽວກັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ
ລາວ-ຈີນ ດຳເນີນການສຳເສັດແລ້ວ ໃນຂະນະນີ້ ຊຶ່ງກໍປາກົດວ່າ ມີປະຊາຊົນທີ່ຈະໄດ້
ຮັບຜົນກະທົບ ຈຳນວນ 4,411 ຄອບຄົວ ໃນເຂດ 13 ເມືອງໃນແຂວງຫລວງນ້ຳທາ
ອຸດົມໄຊ ຫລວງພະບາງ ວຽງຈັນ ແລະ ນະຄອນວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ
3,832 ເຮັກຕາ ສິ່ງປຸກສ້າງ 3,346 ຫລັງ ຕົ້ນໄມ້ຊະນິດຕ່າງໆ ເກືອບ 5 ແສນຕົ້ນ ແລະ
ເປັນໄມ້ກິນໝາກ ຫຼາຍກວ່າ 4 ແສນຕົ້ນ.

ທ່ານລັດຕະນະມະນີ ບອກວ່າ ການຊົດເຊີຍຄ່າທີ່ດິນສະເພາະໃນເຂດ ແຂວງຫລວງ
ນ້ຳທາ ອຸດົມໄຊ ແລະ ຫລວງພະບາງ ນັ້ນ ໄດ້ແບ່ງເປັນດິນນາ ໃນຕົວເມືອງທີ່ຕິດຖະໜົນ
ສາຍເອກ ຕິດທາງຊອຍ ແລະດິນນາ ທີ່ບໍ່ມີເສັ້ນທາງນັ້ນ ຈະໄດ້ຄ່າຊົດເຊີຍ 11,000-
80,000 ກີບຕໍ່ຕາແມັດ ສ່ວນທີ່ດິນທີ່ຢູ່ເຂດຊານເມືອງທີ່ຕິດທາງຫລວງແຫ່ງຊາດ ຕິດ
ທາງຫລວງແຂວງ ແລະ ດິນທີ່ບໍ່ມີເສັ້ນທາງ ກໍຈະໄດ້ຮັບຄ່າຊົດເຊີຍ 16,000-40,000
ກີບຕໍ່ຕາແມັດ ດິນໃນເຂດຊົນນະບົດທີ່ຕິດທາງ ແລະ ບໍ່ຕິດທາງ ກໍຈະໄດ້ຮັບຄ່າຊົດເຊີຍ
11,000-15,000 ກີບຕໍ່ຕາແມັດ.

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ພ້ອມດ້ວຍຄະນະ ລົງສຳຫຼວດ ພື້ນທີ່ດິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ພ້ອມດ້ວຍຄະນະ ລົງສຳຫຼວດ ພື້ນທີ່ດິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

ສ່ວນໃນເຂດແຂວງວຽງຈັນ ແລະ ນະຄອນວຽງຈັນ ນັ້ນ ດິນນາໃນຕົວເມືອງທີ່ຕິດຖະໜົນ
ສາຍເອກ ຕິດທາງຊອຍ ແລະ ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ 20,000-30,000
ກີບຕໍ່ຕາແມັດ ດິນຢູ່ຊານເມືອງທີ່ຕິດທາງຫລວງແຫ່ງຊາດ ຕິດທາງຫລວງແຂວງ ແລະ
ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ 15,000-25,000 ກີບຕໍ່ຕາແມັດ ສ່ວນດິນໃນເຂດ
ເມືອງ ໄຊທານີ ຈະໄດ້ຄ່າຊົດເຊີຍ 55,000-107,000 ກີບ ຕໍ່ຕາແມັດ ແລະ 50,000-
137,000 ກີບ ຕໍ່ຕາແມັດ ສຳລັບດິນນາໃນເຂດເມືອງນາຊາຍທອງ.

ນອກຈາກນີ້ ກໍໄດ້ກຳນົດຄ່າຊົດເຊີຍ ສຳລັບດິນສວນ ດິນປູກສ້າງ ແລະ ສິ່ງປຸກສ້າງ
ທີ່ຮວມເຖິງເຮືອນຢູ່ອາໄສດ້ວຍນັ້ນ ຊຶ່ງຈະຊົດເຊີຍຕາມສະພາບຕົວຈິງ ຫຼື ລາຄາໃນ
ການກໍ່ສ້າງທີ່ເປັນຈິງ ໃນແຕ່ລະລາຍການເປັນສຳຄັນ ແລະ ທາງການລາວ ຍັງຈະຮັບ
ຜິດຊອບໃນການຈັດສັນທີ່ຢູ່ອາໄສໃໝ່ ໃຫ້ກັບປະຊາຊົນທີ່ບໍ່ຢາກຈະສ້າງເຮືອນໃໝ່
ອີກດ້ວຍ ດັ່ງທີ່ ທ່ານລັດຕະນະມະນີ ໄດ້ຢືນຢັນວ່າ:

“ໃນການທົດແທນແມ່ນຕ້ອງອີງໃສ່ລາຄາຕົວຈິງຫັ້ນ ຄັນວ່າຖືກເຮືອນນີ້ ຢາກໃຫ້
ເຮົາປຸກໃຫ້ບໍ່ ຫຼືວ່າ ຊິເອົາເງິນໄປປຸກ ອັນນີ້ແມ່ນຫລັກການທີ່ວ່າ ພວກເຮົາວາງ
ອອກຄືແນວນັ້ນ ຕ້ອງຖາມປະຊາຊົນ ຖ້າວ່າເຂົາເຈົ້າວ່າຢູ່ເຮືອນລວມ ກະຈັດ
ເຮືອນລວມໃຫ້ ຫຼືວ່າ ບາງຄົນຢາກປຸກເອງ ເພາະເຮົາຈ່າຍທົດແທນ ກະຢ່າງນ້ອຍ
ກະຊ່ຳເກົ່າຂອງເຂົາເຈົ້າເດ້ ສົມມຸດວ່າ ຫລັງຄານີ້ 500 ລ້ານ ແຕ່ວ່າຜູ້ມີເງິນແນ່
ກໍຢາກປຸກເປັນຫລັງຄາມູນຄ່າ 700 ລ້ານ ກະໂອເຄ້ ອອກແບບ 700 ລ້ານ ແຕ່ວ່າ
ເງິນເຮົາໃຊ້ໂຄງການນີ້ ເຮົາກະໃຊ້ 500 ລ້ານ ເຮືອນໃດທີ່ຖືກກະທົບ ບໍ່ມີບ່ອນຢູ່
ເຮົາກະບໍ່ຟ້າວແຕະຕ້ອງ ຈົນວ່າມີເຮືອນເຂົ້າໄປຢູ່ ແລ້ວຈຶ່ງມາມ້າງເຮືອນຕົວເກົ່ານີ້.”

ໂດຍການເຈລະຈາກ່ຽວກັບການຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນລາວຍ ທີ່ຖືກກະທົບ
ນັ້ນ ສາມາດຕົກລົງໃນຫລັກການຮ່ວມກັນໄດ້ແລ້ວ ຈຶ່ງຍັງເຫລືອພຽງການປະເມີນຄ່າ
ຊົດເຊີຍ ແລະ ນັດໝາຍການຊຳລະຄ່າຊົດເຊີຍ ໃຫ້ກັບປະຊາຊົນແຕ່ລະລາຍ ຢ່າງຄົບ
ຖ້ວຍເທົ່ານັ້ນ ໂດຍໃນຂັ້ນຕອນດັ່ງກ່າວນີ້ ລັດຖະບານລາວ ໄດ້ມອບໝາຍໃຫ້ອຳນາດ
ການປົກຄອງຂອງແຂວງທີ່ຖືກກະທົບນັ້ນ ເປັນຜູ້ຮັບຜິດຊອບໃນການພົວພັນກັບປະຊາ
ຊົນ ທີ່ຖືກກະທົບຕໍ່ໄປ ທັງນີ້ ລັດຖະບານລາວ ກູ້ຢືມເງິນທຶນຈາກທະນາຄານການຄ້າ
ຂາອອກ-ຂາເຂົ້າ ຂອງຈີນ ໃນມູນຄ່າ 480 ລ້ານໂດລາ ເພື່ອຮ່ວມລົງທຶນໃນໂຄງການ
ທີ່ມີມູນຄ່າເຖິງ 6,000 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ສຳຫລັບປະຊາຊົນລາວ ໃນເຂດນະຄອນວຽງຈັນ ທີ່ຖືກກະທົບຈາກ
ໂຄງການນີ້ ກໍຢືນຢັນວ່າ ຄ່າຊົດເຊີຍທີ່ດິນທີ່ພວກເຂົາເຈົ້າ ຈະໄດ້ຮັບນັ້ນ ຕ່ຳກວ່າຄວາມ
ເປັນຈິງ ເພາະດິນປຸກສ້າງໃນເຂດທີ່ຖືກກະທົບນັ້ນ ມີລາຄາຊື້-ຂາຍທີ່ລະດັບສະເລ່ຍເຖິງ
6​ ລ້ານກີບຕໍ່ຕາແມັດ ໃນປັດຈຸບັນນີ້.

XS
SM
MD
LG