ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບໍລິສັດ ໃນພາກທຸລະກິດບໍລິການ ແລະທ່ອງທ່ຽວ ຫຼາຍກວ່າ 4,900 ບໍລິສັດ ໃນລາວ ຂໍເລື່ອນການຊຳລະໜີ້່


ເງິນກີບລາວ
ເງິນກີບລາວ

ບັນດາບໍລິສັດໃນພາກທຸລະກິດບໍລິການ ແລະທ່ອງທ່ຽວຫຼາຍກວ່າ 4,900 ບໍລິສັດ ໃນ
ລາວ ຂໍເລື່ອນການຊຳລະໜີ້່ໃຫ້ທະນາຄານພາຍໃນປີ 2021 ເພາະຖືກກະທົບ ຢ່າງໜັກ
ຈາກການລະບາດໄວຣັສໂຄວິດ-19 ຊຶງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວ ເປີດເຜີຍວ່າ ການລະບາດຂອງ ໄວຣັສ
ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດບໍລິການ ແລະທ່ອງທ່ຽວຢ່າງ ໜັກໜ່ວງທີ່ສຸດ
ຊຶ່ງໃນປັດຈຸບັນນີ້ ກໍປາກົດວ່າ ມີບໍລິສັດເອກກະຊົນທີ່ດຳເນີນ ທຸລະກິດການທ່ອງທ່ຽວ
ໂຮງແຮມ ບ້ານພັກ ແລະບໍລິສັດພັດທະນາແຫຼ່ງທ່່ອງ ທ່ຽວຫຼາຍກວ່າ 4,900 ລາຍ ທີ່ໄດ້ຂໍ
ເລື່ອນການຊຳລະໜີ້ຄືນໃຫ້ກັບທະນາຄານ ຕ່າງໆໃນປີ 2021 ໃນນີ້ລວມເຖິງກິດຈະການ
ໂຮງແຮມ ບ້ານພັກ 2,950 ລາຍ ບໍລິສັດທ່ອງທ່ຽວ 575 ລາຍ ບໍລິສັດຜູ້ພັດທະນາແຫຼ່ງ
ທ່ອງທ່ຽວ 809 ລາຍ ແລະຜູ້ປະກອບການສະຖານບັນເທີງອີກ ເກີນກວ່າ 580 ລາຍ.

ສ່ວນກະຊວງຖະແຫຼງຂ່າວ ວັດທະນາທຳ ແລະທ່ອງທ່ຽວ ປະເມີນວ່າ ນັກທ່ອງ ທ່ຽວສາ
ກົນ ທີ່ເດີນທາງມາລາວໃນປີ 2020 ຫລຸດລົງເກີນກວ່າ 85 ເປີເຊັນ ຊຶ່ງເຮັດໃຫ້ລາຍຮັບ
ຂອງພາກບໍລິການ ແລະທ່ອງທ່ຽວຫລຸດລົງກວ່າ 700 ລ້ານ ໂດລາສະຫະລັດ ແລະໃນປີ
2021 ນີ້ສະພາບການກໍຍັງຄົງບໍ່ດີຂຶ້ນ ຈຶ່ງຄາດວ່າ ພາກບໍລິການ ແລະທ່ອງທ່ຽວໃນລາວ
ຈະສູນເສຍລາຍຮັບກວ່າ 700 ລ້ານໂດ ລາສະຫະລັດ ເຊັ່ນດຽວກັນ ຫາກແຕ່ລັດຖະບານ
ລາວກໍຄາດຫວັງວ່າພາກທຸລະກິດ ບໍລິການ ແລະທ່່ອງທ່ຽວຈະກັບມາຟື້ນໂຕໄດ້ເມື່ອທົ່ວ
ໂລກສາມາດຄວບຄຸມການ ລະບາດຂອງໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວ ແຕ່ວ່າ
ພາກທຸລະກິດການ ທ່ອງທ່ຽວຂອງລາວ ຍັງຈະຕ້ອງໄດ້ຮັບການພັດທະນາ ປັບປຸງດ້ານຄຸນ
ນະພາບ ດ້ານບໍລິການ ແລະຄ່າໃຊ້ຈ່າຍໃຫ້ເໝາະສົມ ເພາະມີຫາງສຽງວ່າ ຄ່າໃຊ້ຈ່າຍ
ການທ່ອງທ່ຽວໃນລາວສູງກວ່າປະເທດເພື່ອນບ້ານ ໂດຍສະເພາະແມ່ນຄ່າອາ ຫານ ເຄື່ອງ
ດື່ມ ແລະຄ່າທຳນຽມຕ່າງໆ ເຊັ່ນຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ

ແລະຄ່າຈອດລົດນັ້ນ ດັ່ງທີ່ນັກທ່ອງທ່ຽວພາຍໃນຂອງລາວເອງ ໄດ້ສະທ້ອນເຖິງ ບັນຫາດັ່ງ
ກ່າວໃນລາວວ່າ:

“ແຕ່ລະແຂວງຫັ້ນດຽວນີ້ເຂົາພັດທະນາໝົດແລ້ວ ມີໝົດບ່ອນທ່ອງທ່ຽວ ທຳມະຊາດ ຫຼືວ່າ
ບ່ອນທ່ອງທ່ຽວວັດທະນາທຳຕ່າງໆ ແຕ່ວ່າບ່ອນມັນບໍ່ດີຫັ້ນນະ ນຶ່ງ ລະແມ່ນ ເກັບຄ່າຝາກ
ລົດ ສອງກະລະຢາກໃຫ້ຫລຸດຄ່າເກັບປີ້ເຂົ້າໄປຊົມຢ່າສຸ ເອົາແພງຫຼາຍ ບັດນີ້ອາຫານການ
ກິນກະໄປຊື້ຢູ່ຫັ້ນຢູ່ ມັນໝົດເງິນຫຼາຍເດ້ນີ້ນະ ພວກບໍ່ມີກະ ບໍ່ຍາກໄປຫັ້ນແຫຼະ ອັນນີ້ໃຫ້
ເບິ່ງຄືນກ່ຽວກັບໂຕນີຫັ້ນນະ ເນັ້ນເລື້ອງ ອາຫານອີກກະໃຫ້ມັນສະອາດ ບໍ່ແມ່ນ 2-3 ມື້ກະ
ຍັງມາຂາຍແມງວັນຕອມມັນ ບໍ່ໄດ້ແບບນີ້."

ສ່ວນທ່ານຄຳພັນ ສິດທິຄຳພາ ເຈົ້າແຂວງວຽງຈັນຖະແຫຼງວ່າ ການຄົມມະນາຄົມຂົນສົ່ງທີ່
ສະດວກວ່ອງໄວຫຼາຍຂຶ້ນ ໂດຍສະເພາະແມ່ນການເປີດໃຊ້ທາງດ່ວນ ຈາກນະຄອນຫຼວງ
ວຽງຈັນ ມາເຖິງເມືອງວັງວຽງ ນັບຈາກທ້າຍປີ 2020 ເປັນ ຕົ້ນມາ ທັງຍັງມີກຳນົດຈະເປີດ
ການເດີນລົດໄຟລາວ-ຈີນ ຂະບວນປະຖົມມະເລີກ ທີ່ເຊື່ອມຕໍ່ຈາກເມືອງຄຸນໝີງ ຂອງຈີນ
ມາທີ່ນະຄອນຫຼວງວຽງຈັນ ໃນວັນທີ 2 ທັນວາ 2021 ໂດຍຜ່ານແຂວງວຽງຈັນ 145.5
ກິໂລແມັດດ້ວຍນັ້ນຈຶ່ງເຊື່ອວ່າ ຈະມີນັກທ່ອງທ່ຽວລາວ ແລະຕ່າງຊາດເດີນທາງມາທ່ອງ
ທ່ຽວແຂວງວຽງຈັນ ຫຼາຍຂຶ້ນອັນເຮັດໃຫ່້ຈະຕ້ອງເລັ່ງການພັດທະນາພາກບໍລິການ ແລະ
ທ່ອງທ່ຽວ ເພື່ອຮອງຮັບຢ່າງພຽງພໍ ແຕ່ເນື່ອງຈາກວ່າລັດຖະບານລາວມີງົບປະມານຈຳກັດ
ຈຶ່ງຕ້ອງສົ່ງເສີມການລົງ ທຶນຂອງເອກກະຊົນລາວ ແລະຕ່າງຊາດເປັນດ້ານຫລັກ ໂດຍສະ
ເພາະແມ່ນໃນເຂດອ່າງນ້ຳງື່ມ ກໍມີບໍລິສັດຕ່າງຊາດຫຼາຍກວ່າ 10 ລາຍທີ່ໄດ້ເຂົ້າມາສຶກສາ
ຄວາມເປັນໄປໄດ້ ໃນການລົງທຶນໃນປັດຈຸບັນ ດັ່ງທີ່ທ່ານຄຳ ພັນ ໄດ້ຢືນຢັນວ່າ:

“ບໍລິສັດທີ່ໄດ້ມາລົງທຶນຢູ່ໃນເຂດລຽບອ່າງນໍ້າງື່ມເຮົາຫັ້ນ ກະສິບກວ່າບໍລິສັດ ທີ່ໄດ້ເຊັ່ນ
ສັນຍາສຶກສາສຳຫຼວດຄວາມເປັນໄປໄດ້ ຈຸດໜັກລະແມ່ນ ເວົ້າເລື້ອງ ການ ທ່ອງທ່ຽວ ແຕ່
ວ່າເຂົາເຈົ້າກຳຍັງຖີ້ມໃນຊ່ວງໂຄວິດນີ້ ຖືວ່າກະຍັງບໍ່ທັນໄດ້ສຶກສາ ສຳຫຼວດຈຳນວນນຶ່ງ
ແຕ່ຈຳນວນນຶ່ງກະຍັງຂຽນແຜນພັດທະນາໂຄງການ ເຮັດບົດວິພາກເສດຖະກິດ ເທັກນິກ
ພັດທະນາໂຄງການຕ່າງໆ ແລ້ວກະກ້າວເຂົ້າ ໄປເຊັ່ນບົດບັນທຶກຕໍ່ໄປຄິດວ່າໃນແຕ່ນີ້
ຮອດປີ 2025 ນີ້ກະຖືວ່າສິມີອັນໃໝ່.”

ພ້ອມກັນນີ້ ທາງການແຂວງວຽງຈັນ ຍັງໄດ້ໃຫ້ການສົ່ງເສີມການລົງທຶນຢູ່ເຂດ ເມືອງວັງ
ວຽງອີກດ້ວຍ ໂດຍລ້າສຸດບໍລິສັດເອກກະຊົນຈີນກໍໄດ້ຮັບອະນຸຍາດສຳປະ ທານໂຄງການ
ພັດທະນາເມືອງໃໝ່ຢູ່ວັງວຽງ ດ້ວຍເງິນລົງທຶນລວມ 5,000 ລ້ານ ໂດລາສະຫະລັດ ເພື່ອ
ພັດທະນາເມືອງໃໝ່ບົນພື້ນທີ່ 7,000 ເຮັກຕາ ທີ່ຝັ່ງຕາ ເວັນຕົກຂອງນໍ້າຊອງ ໃຫ້ເປັນແຫຼ່ງ
ທ່ອງທ່ຽວຄົບວົງຈອນ ທັງສູນການຄ້າ ໂຮງແຮມ ໂຮງໝໍ ໂຮງຮຽນານາຊາດ ແລະສະຖານ
ບັນເທີງຕ່າງໆ ເພື່ອຮອງຮັບ ນັກທ່ອງທ່ຽວຈີນ ປີລະ 9 ລ້ານຄົນ ນັບແຕ່ປີ 2024 ເປັນຕົ້ນ
ໄປ.

ນອກຈາກນີ້ ກໍມີລາຍງານວ່າກິດຈະການບ້ານພັກ ໂຮງແຮມ ແລະຮ້ານອາຫານຢູ່ ເມືອງ
ວັງວຽງ ໄດ້ຖືກໂອນກິດຈະການ ໄປເປັນຂອງນັກທຸລະກິດຈິນ ເປັນສ່ວນ ໃຫຍ່ແລ້ວ.

XS
SM
MD
LG