ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ​​ ເຝິກອົບຮົມ ​ພະນັກງານ ກວ່າ 28,000 ຄົນ​ ເພື່ອ​ສຳ​ຫລວດ ສຳມະໂນຄົວ


ພາບໂຄສະນາ ການສຳຫລວດ ສຳມະໂນຄົວ ໃນ​ທົ່ວ
​ປະ​ເທດ ​ຄັ້ງທີ 4 ທີ່​ຈະ​ທຳ​ການ​ສຳ​ຫລວດ​ຕົວ​ຈິງ​ ໃນ​ລະຫວ່າງ​ວັນ​ທີ 1-7 ມີນາ 2015.
ພາບໂຄສະນາ ການສຳຫລວດ ສຳມະໂນຄົວ ໃນ​ທົ່ວ ​ປະ​ເທດ ​ຄັ້ງທີ 4 ທີ່​ຈະ​ທຳ​ການ​ສຳ​ຫລວດ​ຕົວ​ຈິງ​ ໃນ​ລະຫວ່າງ​ວັນ​ທີ 1-7 ມີນາ 2015.

ລັດຖະບານ​ລາວເຝິກອົບຮົມ​ພະນັກງານຫຼາຍກວ່າ 28,000 ຄົນ
​ເພື່ອ​ດຳ​ເນີນ​ການ​ສຳ​ຫລວດ​ພົນລະ​ເມືອງ ​ແລະ​ທີ່​ຢູ່​ອາ​ໄສ​ໃນ​ທົ່ວ
​ປະ​ເທດ​ຄັ້ງທີ 4 ທີ່​ຈະ​ທຳ​ການ​ສຳ​ຫລວດ​ຕົວ​ຈິງ​ໃນ​ລະຫວ່າງ​ວັນ​ທີ
1-7 ມີນາ 2015.

ທ່ານສະໄໝ ຈັນບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ແລະຜູ້ປະຈຳການຄະນະຊີ້ນຳ
ການສຳຫລວດພົນລະເມືອງ ແລະທີ່ຢູ່ອາໄສລະດັບຊາດ ຖະແຫລງຢືນຢັນວ່າ ໄດ້
ສຳເລັດ ການເຝິກອົບຮົມພະນັກງານ ລັດຖະບານທັງໃນຂັ້ນສູນກາງ ແລະລະດັບ
ທ້ອງຖິ່ນ ຈຳນວນ 28,000 ກວ່າຄົນເພື່ອໃຫ້ຮັບຜິດຊອບການເດີນສຳຫລວດ ແລະ
ເກັບກຳຂໍ້ມູນກ່ຽວກັບພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດ ເມື່ອບໍ່ນານມານີ້.

ໂດຍພະນັກງານລັດຖະບານ ທີ່ຜ່ານການເຝິກອົບຮົມໃນຄັ້ງນີ້ ສ່ວນໃຫຍ່ກໍແມ່ນຄູ
ພະນັກງານໃນສັງກັດ ຂອງສະຫະພັນແມ່ຍິງ ຊາວໜຸ່ມ ແລະໜ່ວຍໄກ່ເກ່ຍຂໍ້ຂັດແຍ້ງ
ໃນຂັ້ນບ້ານ ຊຶ່ງມີຈຳນວນເກີນກວ່າ 20,000 ຄົນນັ້ນຈະເປັນພາກສ່ວນ ທີ່ຮັບຜິດຊອບ
ໃນການເດີນສຳຫລວດ ສ່ວນອີກກວ່າ 6,000 ຄົນທີ່ເປັນພະນັກງານ ປະຈຳສູນສະຖິຕິ
ຂອງເມືອງ ແລະແຂວງນັ້ນ ກໍຈະຮັບຜິດຊອບ ໃນການກວດກາຄວາມຖືກຕ້ອງຂອງ
ຂໍ້ມູນ ແລະສະຖິຕິທີ່ເກັບກຳມາໄດ້ນັ້ນ.

ການສຳຫລວດພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດລາວ ມີກຳນົດຈະດຳເນີນ ການໃນລະຫວ່າງວັນທີ 1-7 ມີນາປີ 2015 ຊຶ່ງຖືເປັນຄັ້ງທີ 4 ນັບຈາກການສຳຫລວດ
ຄັ້ງທຳອິດໃນປີ 1985 ຕິດຕາມດ້ວຍຄັ້ງທີ 2 ໃນປີ 1995 ແລະຄັ້ງທີ 3 ໃນປີ 2005
ຫາກແຕ່ສຳຫລັບຄັ້ງທີ 4 ນີ້ ກໍຖືວ່າມີຄວາມສຳຄັນ ຕໍ່ການວາງແຜນ ພັດທະນາ ເສດ
ຖະກິດ-ສັງຄົມ ລະຍະ 5 ປີຄັ້ງທີ 8 ຊຶ່ງມີເປົ້າໝາຍ ຈະເຮັດໃຫ້ລາວລຸດພົ້ນ ຈາກສະ
ພາບດ້ອຍພັດທະນາ ໃຫ້ໄດ້ພາຍໃນປີ 2020.

ປະເທດສະວິດເຊີແລນ ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ ໃນການສຳຫລວດ ສຳມະໂນຄົວ ໃນທົ່ວປະເທດຄັ້ງທີ 4 ປະຈຳປີ 2015.
ປະເທດສະວິດເຊີແລນ ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ ໃນການສຳຫລວດ ສຳມະໂນຄົວ ໃນທົ່ວປະເທດຄັ້ງທີ 4 ປະຈຳປີ 2015.

ທັງນີ້ກໍເນື່ອງຈາກວ່າ ຂໍ້ມູນທີ່ໄດ້ຈາກການສຳຫລວດນັ້ນ ຈະ
ເປັນປະໂຫຍດຢ່າງຍິ່ງຕໍ່ການກຳໜົດ ແຜນການ ແລະນະໂຍ
ບາຍດ້ານປະຊາກອນ ການວາງແຜນພັດທະນາ ຊັບພະຍາ
ກອນມະນຸດ ແລະແຮງງານ ການພັດທະນາອຸດສາຫະກຳການ
ຜະລິດສິນຄ້າ ການດຳເນີນທຸລະກິດ ແລະການຕະຫລາດ
ຮວມເຖິງການຕຽມຄວາມພ້ອມ ໃນການເຂົ້າຮ່ວມ ໃນປະຊາຄົມ ເສດຖະກິດອາຊ່ຽນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ການສຳຫລວດແລະທີ່ຢູ່ອາໄສ ໃນທົ່ວ
ປະເທດລາວດັ່ງກ່າວນີ້ ຈະຕ້ອງໃຊ້ງົບປະມານຫຼາຍກວ່າ 57
ຕື້ກີບ ຫຼື ປະມານ 7 ລ້ານ 2 ແສນດອນລາ ໂດຍລັດຖະບານລາວເອງ ຈະສາມາດຕອບ
ສະໜອງໄດ້ພຽງ 30 ເປີເຊັນ ເທົ່ານັ້ນ ໃນຂະນະທີ່ອົງການສະຫະປະຊາຊາດ ແລະສາກົນ
ກໍໄດ້ຮັບປາກວ່າ ຈະໃຫ້ການສະໜັບສະໜຸນ ໃນສັດສ່ວນ 25 ເປີເຊັນ ຈຶ່ງເຮັດໃຫ້ ລັດຖະ
ບານລາວ ຕ້ອງຈັດຫາງົບປະມານຈາກແຫລ່ງອື່ນໆ ອີກໃນສັດສ່ວນ 45 ເປີເຊັນ ທີ່ເຫຼືອ
ດ້ວຍການດຶງເອົາຈາກແຜນການງົບປະມານແຕ່ປີ 2014-2016.

ສຳຫລັບການສຳຫລວດໃນປີ 2005 ກໍປາກົດວ່າປະເທດລາວມີພົນລະເມືອງຢູ່ທັງໝົດ 5
ລ້ານ 6 ແສນ 2 ໝື່ນຄົນທີ່ແບ່ງເປັນເພດຍິງ 2 ລ້ານ 8 ແສນ 2 ໝື່ນຄົນ ແລະເພດຊາຍ
2 ລ້ານ 8 ແສນຄົນ ໂດຍຖ້າຫາກທຽບໃສ່ການສຳຫລວດໃນປີ 1995 ກໍປາກົດວ່າ ຈຳນວນ ພົນລະເມືອງລາວໄດ້ເພີ້ມຂຶ້ນ 1 ລ້ານກວ່າຄົນ ເພາະສະນັ້ນ ຈຶ່ງເຮັດໃຫ້ສາມາດ ປະເມີນໄດ້ວ່າ ໃນປັດຈຸບັນ ປະຊາກອນລາວ ໄດ້ເພີ້ມຂຶ້ນເປັນ 6 ລ້ານ 8 ແສນ ກ່ວາຄົນແລ້ວນັ້ນເອງ.

ໂດຍກໍລະນີຕົວຢ່າງ ທີ່ຊັດເຈນກໍຄືເຂດນະຄອນຫລວງວຽງຈັນ ຊຶ່ງຕາມສະຖິຕິປີ 1999
ລະບຸວ່າເຂດນະຄອນຫລວງ ມີປະຊາກອນຢູ່ທັງໝົດ 569,000 ກວ່າຄົນ ຫາກແຕ່
ສຳຫລັບ ໃນປັດຈຸບັນນີ້ ກໍເຊື່ອວ່າມີພົນລະເມືອງລາວ ທີ່ອາໄສຢູ່ໃນເຂດນະຄອນຫລວງ
ວຽງຈັນເກີນກວ່າ 1 ລ້ານຄົນແລ້ວ ດັ່ງທີ່ ທ່ານສາຍທອງ ແກ້ວດວງດີ ຮອງເຈົ້າຄອງເຂດ
ນະຄອນຫລວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ປະຊາກອນພວກເຮົາ ປັດຈຸບັນກໍມີຢູ່ໃນລະດັບ 840,000 ກວ່າຄົນ ແລະບວກ
ໃສ່ປະຊາກອນ ທີ່ເໜັງຕີງຈາກແຕ່ລະແຂວງ ແຕ່ລະພາກສ່ວນ ເຂົ້າມາເຮັດ
ທຸລະກິດ ການຄ້າການຂາຍ ມາທ່ອງມາທ່ຽວນີ້ ກໍປະມານ 9 ແສນກວ່າ ຫຼື
ສູງສຸດໃນບາງລະຍະມັນຂຶ້ນຮອດລ້ານ.”

ນອກຈາກນີ້ ໂດຍອິງຕາມການສຳຫລວດໃນປີ 2005 ກໍຍັງພົບວ່າ ປະຊາກອນລາວ
ທີ່ມີອາຍຸແຕ່ 14 ປີລົງມານັ້ນຄິດເປັນ 39 ເປີເຊັນ ສ່ວນປະຊາກອນທີ່ມີອາຍຸລະຫວ່າງ
15-64 ປີ ກໍຕໍຄິດເປັນ 57 ເປີເຊັນ ແລະ 4 ເປີເຊັນ ທີ່ເຫຼືອກໍຄືປະຊາກອນ ທີ່ມີອາຍຸ
ຕັ້ງແຕ່ 65 ປີຂຶ້ນໄປ.

XS
SM
MD
LG