ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນ ຫຼາຍກວ່າ 22,000 ຄົນ ຕິດເຊື້ອໄຂ້ເລືອດອອກ ໂດຍ ເຂດວຽງຈັນ ມີຄົນປ່ວຍ ຫຼາຍທີ່ສຸດ


ປະຊາຊົນລາວ ຫຼາຍກວ່າ 22,000 ຄົນ ຕິດເຊື້ອພະຍາດ ໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ທີ່ແຜ່ລະບາດ ຢູ່ໃນຂະນະນີ້
ປະຊາຊົນລາວ ຫຼາຍກວ່າ 22,000 ຄົນ ຕິດເຊື້ອພະຍາດ ໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ທີ່ແຜ່ລະບາດ ຢູ່ໃນຂະນະນີ້

ປະຊາຊົນລາວ ຫຼາຍກວ່າ 22,000 ຄົນ ເປັນໄຂ້ເລືອດອອກ ໂດຍນະຄອນວຽງຈັນ ຖື ເປັນເຂດທີ່ມີຜູ້ປ່ວຍເປັນໄຂ້ເລືອດອອກ ຫຼາຍທີ່ສຸດ ແລະມີຜູ້ເສຍຊີວິດ ຍ້ອນໄຂເລືອດ
ອອກ 50 ກວ່າຄົນໃນທົ່ວປະເທດ.

ສຸນວິເຄາະແລະລະບາດວິທະຍາ ໃນສັງກັດກະຊວງສາທາລະນະສຸກ ລາຍງານວ່າ
ນັບແຕ່ເດືອນມັງກອນ ເຖິງກາງເດືອນສິງຫາ 2019 ມີປະຊາຊົນລາວ ຫຼາຍກວ່າ
22,000 ຄົນ ຕິດເຊື້ອພະຍາດໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ແລະເສຍຊີວິດໄປແລ້ວ
53 ຄົນ ໃນທົ່ວປະເທດ ໂດຍນະຄອນວຽງຈັນ ຖືເປັນເຂດທີ່ມີຄົນຕິດເຊື້ອພະຍາດໄຂ້
ເລືອດອອກຫຼາຍທີ່ສຸດ ຄື 5,300 ກວ່າຄົນຕິດຕາມດ້ວຍແຂວງສະຫວັນນະເຂດ
3,813 ຄົນ ຈຳປາສັກ 2,950 ຄົນ ສາລະວັນ 2,673 ຄົນ ຄຳມ່ວນ 2,352 ຄົນ ແລະ
ອັດຕະປື 1,102 ຄົນ ສ່ວນແຂວງບໍລິຄຳໄຊ ວຽງຈັນ ຫລວງນ້ຳທາ ໄຊຍະບູລີ ເຊກອງ
ຫລວງພະບາງ ໄຊສົມບູນ ຊຽງຂວາງ ບໍ່ແກ້ວ ອຸດົມໄຊ ແລະຜົ້ງສາລີ ມີຜູ້ຕິດເຊື້ອຕັ້ງ
ແຕ່ 4 ຄົນ ເຖິງ 850 ກວ່າຄົນ ຈຶ່ງມີພຽງແຕ່ແຂວງຫົວພັນ ເທົ່ານັ້ນ ທີ່ຍັງບໍ່ມີລາຍງານ
ຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ ໃນປັດຈຸບັນ.

ດຣ. ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນວຽງຈັນ ຖະ
ແຫລງຢືນຢັນວ່າ ການແຜ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກ ໃນເຂດນະຄອນ
ວຽງຈັນ ຖືວ່າ ມີລະດັບຄວາມຮຸນແຮງທີ່ສຸດໃນຮອບ 30 ປີ ທັງຍັງເພີ້ມຂຶ້ນຢ່າງໄວວາ
ອີກດ້ວຍ ຊຶ່ງເຫັນໄດ້ຈາກການທີ່ມີຜູ້ປ່ວຍ ເປັນໄຂ້ເລືອດອອກເພີ້ມຂຶ້ນ ຈາກ 1,970
ຄົນ ໃນເດືອນມິຖຸນາ 2019 ເປັນຫຼາຍກວ່າ 5,300 ຄົນ ໃນກາງເດືອນສິງຫາ ທັງມີ
ຜູ້ເສຍຊີວິດເພີ້ມຂຶ້ນຈາກ 6 ຄົນ ເປັນ 13 ຄົນ ຂະນະທີ່ໃນຕະຫຼອດປີ 2018 ບໍ່ມີ
ລາຍງານຄົນເສຍຊີວິດແຕ່ຢ່າງໃດ ໂດຍສາເຫດກໍຄື ການກຳຈັດແຫລ່ງເພາະພັນ
ຍຸງລາຍ ທີ່ບໍ່ມີປະສິດທິພາບ ດັ່ງທີ່ ດຣ. ໄຊພອນ ຢືນຢັນວ່າ:

“ກະຍ້ອນວ່າ ການທຳລາຍແຫລ່ງເພາະພັນຂອງຍຸງລາຍ ຫຼືວ່າ ເວົ້າງ່າຍໆ ກໍຄືເຮົາ
ຂ້າຍຸງລາຍຫັ້ນບໍ່ໄດ້ດີ ແລ້ວມັນກະເຮັດໃຫ້ເກີດມີຍຸງ ມີອີຫຍັງຢູ່ຕາມບ້ານເຮືອນ
ປະຊາຊົນຢູ່ ຄັນສິເວົ້າ ແມ່ນເກືອບສ່ວນຫລາຍ ພຸ້ນຫລະໄປ໊ ຍັງບໍ່ທັນເອົາໃຈໃສ່
ບໍ່ທັນເປັນເຈົ້າການດ້ວຍຕົວເອງ ໃນການທຳລາຍແຫລ່ງເພາະພັນ ຂອງຍຸງໃນ
ການຂ້າຍຸງວ່າຊັ້ນຊະເນາະ ຄັນບໍ່ທັນທຳລາຍແຫລ່ງເພາະພັນ ຂອງຍຸງຫັ້ນ ກະຍັງ
ເຮັດໃຫ້ເກີດມີຍຸງຢູ່ ແລະຍັງມີກໍລະນີເຈັບເປັນ ໄຂ້ຍຸງລາຍຢູ່.”

ຍຸງລາຍ ທີ່ເປັນພາຫະນະ ຂອງເຊື້ອພະຍາດໄຂ້ຍຸງ ຫຼື ໄຂ້ເລືອດອອກ
ຍຸງລາຍ ທີ່ເປັນພາຫະນະ ຂອງເຊື້ອພະຍາດໄຂ້ຍຸງ ຫຼື ໄຂ້ເລືອດອອກ

ໂດຍການເປັນໄຂ້ເລືອດອອກຂອງປະຊາຊົນໃນເຂດນະຄອນວຽງຈັນດັ່ງກ່າວ ນອກ
ຈາກຈະຖືເປັນອັນດັບທີ 1 ຂອງປະເທດແລ້ວ ຍັງມີທ່າອຽງທີ່ຈະຮຸນແຮງເພີ້ມຂຶ້ນອີກ
ຖ້າຫາກວ່າ ການດຳເນີນມາດຕະການປ້ອງກັນຍັງບໍ່ມີປະສິດທິພາບຢ່າງແທ້ຈິງ ໂດຍ
ສະເພາະ ການດຳເນີນມາດຕະການຄວບຄຸມ ແລະກຳຈັດເຊື້ອໂຣກ ໃນເຂດທີ່ເກີດ
ການແຜ່ລະບາດ ການຮັກສາຄົນປ່ວຍ ຢ່າງມີປະສິດທິພາບ ການປະສານງານຢ່າງ
ໃກ້ຊິດ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ ໃນການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ
ເພື່ອປ້ອງກັນການແພ່ລະບາດຂອງເຊື້ອໂຣກທີ່ຈະຕ້ອງໄດ້ຮັບການຮ່ວມມື ຈາກ
ປະຊາຊົນ ຢ່າງແທ້ຈິງອີກດ້ວຍ.

ກະຊວງສາທາລະນະສຸກ ລາຍງານເມື່ອວັນທີ 15 ສິງຫາ 2019 ວ່າ ມີປະຊາຊົນລາວ
ປ່ວຍເປັນໄຂ້ເລືອດອອກ 22,787 ຄົນ ເສຍຊີວິດໄປແລ້ວ 53 ຄົນ ແລະມີພຽງແຕ່
ແຂວງຫົວພັນ ທີ່ຍັງບໍ່ມີລາຍງານ ການລະບາດຂອງໄຂ້ຍຸງລາຍ ສ່ວນໃນປີ 2018 ທີ່
ຜ່ານມາ ມີປະຊາຊົນລາວ ທີ່ປ່ວຍເປັນໄຂ້ເລືອດອອກ 6,000 ກວ່າຄົນ ແລະເສຍ
ຊີວິດ 19 ຄົນ ໃນທົ່ວປະເທດ ໂດຍແຂວງອັດຕະປື ມີຜູ້ປ່ວຍເປັນໄຂ້ເລືອດອອກຫຼາຍ
ທີ່ສຸດ ຕິດຕາມດ້ວຍນະຄອນວຽງຈັນ ຈຳປາສັກ ແລະສະຫວັນນະເຂດ ຕາມລຳດັບ
ສ່ວນສາເຫດທີ່ເຮັດໃຫ້ເກີດການແພ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກດັ່ງກ່າວ
ກໍຄືສະພາບຄວາມແອອັດໃນຕົວເມືອງ ການມີຂີ້ເຫຍື້ອທີ່ຕົກຄ້າງເພີ້ມຂຶ້ນ ແລະການ
ອະນາໄມອາຄານສະຖານທີ່ຕ່າງໆ ຍັງເຮັດໄດ້ບໍ່ດີ ໃນທົ່ວປະເທດ.

ອີກດ້ານນຶ່ງ ກະຊວງການຄ້າຂອງໄທ ໄດ້ອອກຄຳສັ່ງຫ້າມນຳເຂົ້າໝູ ແລະຊີ້ນໝູ
ຈາກລາວຢ່າງເດັດຂາດ ຈົນເຖິງທ້າຍເດືອນກັນຍາ 2019 ເນື່ອງຈາກການແຜ່ລະ
ບາດຂອງເຊື້ອໂຣກອະຫິວາ ອາຟຣິກັນ ໄດ້ເຮັດໃຫ້ໝູ ລົ້ມຕາຍໄປແລ້ວ ຫຼາຍພັນ
ໂຕຢູ່ໃນເຂດແຂວງສາລະວັນ ສະຫວັນນະເຂດ ນະຄອນວຽງຈັນ ແລະຜົ້ງສາລີນັ້ນ
ຈຶ່ງຕ້ອງສະກັດກັ້ນ ແລະປ້ອງກັນບໍ່ໃຫ້ເຊື້ອໂຣກຕິດຕໍ່ເຂົ້າໄປໃນປະເທດໄທນັ້ນເອງ.

ທັງນີ້ ໂດຍເຊື້ອໂຣກອະຫິວາ ອາຟຣິກັນ ໄດ້ເລີ້ມການແຜບາດໃນເຂດແຂວງ
ສາລະວັນ ເປັນພື້ນທີ່ທຳອິດ ແລ້ວຈຶ່ງແຜ່ລະບາດເຂົ້າໄປໃນແຂວງສະຫວັນນະເຂດ
ຕິດຕາມດ້ວຍບ້ານນາສ່ຽວ ເຂດເມືອງນາຊາຍທອງ ນະຄອນວຽງຈັນ ແລະຜົ້ງສາລີ
ຕາມລຳດັບ ເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນມາດຕະການຫ້າມເຄື່ອນຍ້າຍໝູ
ໂດຍເດັດຂາດ ທັງຍັງໄດ້ຂະຫຍາຍເຂດຄວບຄຸມໃນທົ່ວແຂວງສາລະວັນ ກັບ 5 ເມືອງ
ໃນແຂວງສະຫວັນນະເຂດ ທີ່ຕິດຕໍ່ກັບເຂດເມືອງຕຸ້ມລານ ພ້ອມທັງໄດ້ຕັ້ງດ່ານກວດ
8 ແຫ່ງ ໃນທົ່ວແຂວງພາກໃຕ້ອີກດ້ວຍ.

XS
SM
MD
LG