ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງ ສະໜັບສະໜູນ ປະຊາທິປະໄຕ ຫຼາຍກວ່າ 200 ຄົນ ຖືກຈັບຢູ່ຮົງກົງ


ຕຳຫຼວດປາບປາມຈາລະຈົນ ຈັບພວກປະທ້ວງສະໜັບສະໜູນປະຊາທິປະໄຕ ໃນຮົງກົງ ເມື່ອວັນທີ 10 ພືດສະພາ 2020.
ຕຳຫຼວດປາບປາມຈາລະຈົນ ຈັບພວກປະທ້ວງສະໜັບສະໜູນປະຊາທິປະໄຕ ໃນຮົງກົງ ເມື່ອວັນທີ 10 ພືດສະພາ 2020.

ພວກປະທ້ວງສະໜັບສະໜູນປະຊາທິປະໄຕ ຢູ່ໃນຮົງກົງຫຼາຍກວ່າ 200 ຄົນ ໄດ້ຖືກຈັບໃນຄືນວັນອາທິດຜ່ານມານີ້ ຫຼັງຈາກໄດ້ພາກັນນັ່ງປະທ້ວງຢູ່ຮ້ານສັບ ພະສິນຄ້າ ໃນເຂດມົງກັອກ.

ເຈົ້າໜ້າທີ່ກ່າວວ່າພວກປະທ້ວງປະມານ 230 ຄົນ ອາຍຸລະຫວ່າງ 12 ຫາ 65 ປີ ໄດ້ຖືກຈັບໃນຂໍ້ຫາ ເຕົ້າໂຮມກັນຢ່າງຜິດກົດໝາຍ ບໍ່ສາມາດສະເນີບັດປະຈຳ ຕົວ ແລະລະເມີດກົດລະບຽບອື່ນໆ.

ການປະທ້ວງດັ່ງກ່າວ ແມ່ນນຶ່ງຂອງການເດີນຂະບວນນ້ອຍໆຢູ່ຫຼາຍແຫ່ງ ທີ່ໄດ້ ຈັດຂຶ້ນຢູ່ຕາມຮ້ານສັບພະສິນຄ້າຕ່າງໆໃນເຂດເຄິ່ງປົກຄອງຕົນເອງຂອງຈີນແຫ່ງນີ້ ໂດຍພວກທີ່ເຂົ້າຮ່ວມ ພາກັນຮ້ອງເພງ ຮ້ອງໂຮ ແລະຖືປ້າຍທ້າທາຍຕໍ່ພວກ ເຈົ້າໜ້າທີ່ ຫຼັງຈາກເຂົາເຈົ້າໄດ້ຖືກປະຕິເສດ ບໍ່ໃຫ້ຈັດການເດີນຂະບວນເພື່ອສະ ຫຼອງວັນແມ່.

ຕຳຫຼວດທີ່ໃສ່ເຄື່ອງປາບຈາລະຈົນໄດ້ສີດສະເປໝາກເພັດໃສ່ ເພື່ອທັບມ້າງພວກ ປະທ້ວງ.

ຄວາມເຄັ່ງຕຶງທາງດ້ານການເມືອງໄດ້ເພີ້ມທະວີຂຶ້ນ ຫຼັງຈາກຫ້ອງການຜູ້ຕາງ ໜ້າສູງສຸດຂອງປັກກິ່ງຢູ່ໃນຮົງກົງກ່າວວ່າ ຕົນຈະບໍ່ປະຕິບັດຕາມກົດໝາຍ ທີ່ ຈຳກັດການແຊກແຊງໂດຍພະແນກການຕ່າງໆຂອງຈີນແຜ່ນດິນໃຫຍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG