ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ ຫຼາຍກວ່າ 200 ຄອບຄົວ ຖືກກະທົບຈາກ ໂຄງການພັດທະນາ ບຶງທາດຫຼວງ


ທ່ານສຸກັນ ມະຫາລາດ ເຈົ້າຄອງກໍາແພງນະຄອນວຽງຈັນ
ທ່ານສຸກັນ ມະຫາລາດ ເຈົ້າຄອງກໍາແພງນະຄອນວຽງຈັນ

ປະຊາຊົນ​ລາວ 200 ກວ່າ​ຄອບ​ຄົວ ​ໃນ 6 ບ້ານ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການພັດທະນາ ​ເມືອງ​ໃໝ່​ຢູ່​ບຶງ​ທາດຫຼວງ​ ທີ່​ເປັນ​ການ​ລົງທຶນ​ໂດຍກຸ່ມ​ທຸລະ​ກິດ​ຈາກ​ຈີນ.

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ຫ້ອງການ​ວ່າການ​ປົກຄອງ​ເຂດ​ນະຄອນ​ວຽງ​ຈັນ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ
​ໂຄງການ​ພັດທະນາ​ເມືອງ​ໃໝ່​ ຢູ່​ບຶງ​ທາດຫຼວງ​ທີ່​ເປັນ​ການ​ລົງທຶນ​ໂດຍ​ກຸ່ມ​ທຸລະກິດຈາກ​
ປະ​ເທດ​ຈີນ​ນັ້ນ ຈະ​ມີ​ພື້ນ​ທີ່​ລວມທັງ​ໝົດ 365 ​ເຮັກ​ຕ້າ ຊຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ມີການຍົກ
ຍ້າຍ​ປະຊາຊົນ​ລາວ​ອອກ​ໄປ​ຈາກ​ເຂດ​ສໍາ​ປະທານ​ຂອງ​ໂຄງການ​ຈໍານວນ 200 ກວ່າ
​ຄອບຄົວ​ໃນ​ເຂດ 6 ບ້ານ​ຂອງ​ເມືອງ​ສີ​ສັດຕະ​ນາກ ​ແລະ​ເມືອງ​ໄຊ​ເສດ​ຖາ.

​ປະຊາຊົນ​ລາວ​ທີ່​ຖືກ​ກະທົບ​ຈາກ​ໂຄງການ​ດັ່ງ​ກ່າວ​ນີ້​ ໄດ້​ຮັບ​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ​ແລະ
​ສິ່ງ​ປູກ​ສ້າງ​ຕ່າງໆ ຢ່າງ​ຄົບ​ຖ້ວນ​ຕາມ​ກົດໝາຍ​ທຸກ​ປະການ ຊຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ມີ​ລາຍ​
ງານ​ວ່າ ທ່ານ​ສຸກັນ ມະຫາລາດ ​ເຈົ້າຄອງ​ເຂດ​ນະຄອນ​ວຽງ​ຈັນ ພ້ອມດ້ວຍ​ຄະນະ​ຜູ້​ຕາງ
​ໜ້າ​ຂອງ​ບໍລິສັດ ​ຫວານ​ເຟີງ ຈາກປະ​ເທດ​ຈີນ ​ໃນ​ຖານະ​ຜູ້​ລົງທຶນ​ໃນ​ໂຄງການ​ນັ້ນ​ກໍໄດ້
ຮ່​ວມກັນລົງ​ໄປ​ພົບ​ປະ​ກັບ​ປະຊາຊົນ ​ເພື່ອ​ທໍາ​ຄວາມ​ເຂົ້າ​ໃຈ​ແລະ​ຊີ້​ແຈງ​ເຖິງ​ລາຍ​ລະອຽດ
​ຕ່າງໆ​ຂອງ​ໂຄງການ​ດັ່ງກ່າວ​ແລ້ວ.

ທັງ​ນີ້ ​ໂດຍ​ສະ​ເພາະ ​ແມ່ນ​ທ່ານ​ສຸ​ກັນນັ້ນ ​ເຖິງ​ກັບ​ໄດ້​ໃຫ້ການ​ເນັ້ນ​ຢໍ້າວ່າ​ ໂຄງການ​ດັ່ງ
ກ່າວ​ນັ້ນ​ນອນ ​ຢູ່​ໃນ​ແຜນການ​ພັດທະນາ​ລາວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ​ທີ່​ໄດ້​ຜ່ານ​ການ​ຮັບ
ຮອງ​ຈາກ​ຂັ້ນ​ສູນ​ກາງ​ພັກ ​ລັດຖະບານ ​ແລະ​ຄະນະ​ປົກຄອງ​ເຂດ​ນະຄອນ​ວຽງ​ຈັນ ຢ່າງ
​ຄົບ​ຖ້ວນ​ແລ້ວ ດັ່ງ​ທີ່​ທ່ານ​ສຸ​ກັນ ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ກ່ຽວ​ກັບ​ເປົ້າໝາຍ​ດັ່ງກ່າວ​ໃນຕອນ​ນຶ່ງວ່າ:

ພິທີວາງສີລາເລີກໂຄງການພັດທະນາ​ເມືອງ​ໃໝ່​ຢູ່​ບຶງ​ທາດຫຼວງ ​ທີ່​ເປັນ​ການ​ລົງທຶນ​ໂດຍ​ກຸ່ມ​ທຸລະກິດ​ຈີນ ທີ່ຈັດຂຶ້ນໃນວັນທີ 18 ພະຈິກ, 2010
ພິທີວາງສີລາເລີກໂຄງການພັດທະນາ​ເມືອງ​ໃໝ່​ຢູ່​ບຶງ​ທາດຫຼວງ ​ທີ່​ເປັນ​ການ​ລົງທຶນ​ໂດຍ​ກຸ່ມ​ທຸລະກິດ​ຈີນ ທີ່ຈັດຂຶ້ນໃນວັນທີ 18 ພະຈິກ, 2010

“ສູ້​ຊົນ​ສ້າງ​ເສດ​ຖະກິດ​
ນະຄອນຫຼວງ​ວຽງ​ຈັນ
​ໃຫ້​ມີ​ຄວາມ​ໜັກ​ແໜ້ນ
ມີ​ການ​ຂະຫຍາ​ຍຕົວ
ຢ່າງ​ຕໍ່​ເນື່ອງ ​ແລະ​ໝັ້ນ
​ທ່ຽງ ​ແຕ່ລະ​ປີ ​ເສດຖະ
ກິດ​ຂະຫຍາ​ຍຕົວ​ບໍ່​ໃຫ້
​ຫລຸດ 12% ສ້າງ​ໂຄງ
​ປະກອບ​ເສດຖະກິດ​ທີ່
​ສົມສ່ວນ ກ້າວ​ສູ່​ການ
​ຫັນ​ເປັນ​ອຸດສາຫະກໍາທັນ​ສະ​ໄໝ. ລວມຍອດຜະລິດຕະພັນ​ພາຍ​ໃນສະ​ເລ່ຍລາຍ​ຮັບ​ພົນ
ລະ​ເມືອງ ບໍ່​ໃຫ້​ຫລຸດ 4,000 ​ໂດ​ລາ​.”


ກຸ່ມ​ບໍລິ​ສັດ ຫວານ​ ​ເຟິງ ຈະ​ໃຊ້​ເງິນ​ລົງທຶນ​ໃນ​ມູນ​ຄ່າ​ລວມ​ເຖິງ 12,800 ຕື້​ກີບ ຫຼື ປະມານ
1,600 ລ້ານໂດລາ​ ​ເພື່ອ​ພັດທະນາ​ບຶງ​ທາດຫຼວງ​ ໃຫ້​ເປັນ​ສູນ​ບໍລິການ​ຢ່າງ​ຄົບ​ວົງຈອນ
ພາຍ​ໃນ​ປີ 2020 ຊຶ່ງ​ຈະ​ມີ​ທັງ​ສວນສາທາລະນະ ສວນ​ນໍ້າ ສູນ​ສຸຂະພາບ ບ້ານ​ພັກ ​ໂຮງ
​ແຮມ​ລະດັບ 5 ດາວ ສູນ​ການ​ຄ້າ ສູນ​ບັນ​ເທີ​ງ ​ແລະ​ສິ່ງ​ອໍານວຍ​ຄວາມ​ສະ​ດວກ​ຕ່າງໆ​ ຢ່າງ​
ຄົບ​ຊຸດ ຊຶ່ງ​ລວມ​ເຖິງ​ລະບົບ​ຮັກສາ​ຄວາມ​ປອດ​ໄພ ​ແລະລະບົບ​ຮັກສາ​ສະພາບ​ແວດ​ລ້ອມ
​ທໍ​າມະ​ຊາດ​ຢ່າງ​ຄົບ​ວົງ​ຈອນ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດກໍ​ຕາມ ກໍ​ມີ​ລາຍ​ງານ​ວ່າ ​ຍັງ​ມີ​ປະຊາຊົນ​ລາວ​ຈໍານວນ​ນຶ່ງ ​ທັງ​ຢູ່​ໃນ​ເຂດ​ບ້ານ​ໂນນ​
ຫວາຍ ບ້ານ​ດອນ​ກອຍ ບ້ານ​ໂພນ​ທັນ ບ້ານ​ເມືອງ​ນ້ອຍ ບ້ານ​ໂນນ​ຄໍ້ ​ແລະ​ບ້ານ​ໂພນ​ປ່າ​ເປົ້າ
ທີ່​ບໍ່​ຍອມ​ຍົກຍ້າຍ​ອອກ​ໄປ​ຈາກ​ທີ່​ດິນ​ຂອງ​ພວກ​ເຂົາ​ເຈົ້າ ​ເນື່ອງຈາກ​ເຫັນ​ວ່າ ​ຄ່າ​ຊົດ​ເຊີຍ​ທີ່​ໄດ້​
ຮັບ​ນັ້ນ​ຕໍ່າ​ເກີນໄປ ແລະ​ພື້ນ​ທີ່​ຮອງ​ຮັບ​ທີ່​ທາງ​ການຈັດ​ໄວ້​ໃຫ້​ພວກ​ເຂົາ​ເຈົ້ານັ້ນກໍ​ຢູ່​ໄກ​ເກີນ​ໄປ
ດ້ວຍ​ເຫດ​ທີ່​ຈຶ່ງ​ເຮັດ​ໃຫ້ ທ່ານ​ສຸ​ກັນ ພ້ອມ​ດ້ວຍ​ຄະນະ​ຜູ້ຕາງໜ້າ​ຂອງ​ບໍລິສັດ​ຈີນ​ ຕ້ອງ​ລົງ​ໄປ
​ພົບ​ກັບ​ປະຊາຊົນ​ດັ່ງກ່າວ.

ບໍລິສັດ CAMCE ຈາກປະເທດຈີນ ໄດ້ຈັດງານເປີດຕົວໂຄງການ Vientiane New World ຊຶ່ງເປັນໂຄງການລົງທຶນໃນມູນຄ່າລວມ ຫຼາຍກວ່າ 600 ລ້ານໂດລາ ຢ່າງເປັນທາງການເມື່ອກາງເດືອນພຶດ ສະພາ, 2012
ບໍລິສັດ CAMCE ຈາກປະເທດຈີນ ໄດ້ຈັດງານເປີດຕົວໂຄງການ Vientiane New World ຊຶ່ງເປັນໂຄງການລົງທຶນໃນມູນຄ່າລວມ ຫຼາຍກວ່າ 600 ລ້ານໂດລາ ຢ່າງເປັນທາງການເມື່ອກາງເດືອນພຶດ ສະພາ, 2012

ອີກ​ດ້ານ​ນຶ່ງ ບໍລິສັດ CAMCE
ຈາກ​ປະ​ເທດ​ຈີນ​ເຊັ່ນ​ດຽວ​ກັນ​ກໍ​
ໄດ້​ຈັດ​ງານ​ເພື່ອ​ເປີດ​ຕົວ​ໂຄງການ
Vientiane New Worldຊຶ່ງ​ເປັນ
​ໂຄງການ​ລົງທຶນ​ໃນ​ມູນ​ຄ່າລວມ
ຫຼາຍ​ກວ່າ 600 ລ້ານ​ໂດ​ລາ ຢ່າງ
​ເປັນ​ທາງ​ການ​ເມື່ອ​ບໍ່​ດົນ​ມາ​ນີ້
ໂດຍມີ​ທ່ານ​ທອງລຸນ ສີ​ສຸ​ລິດ
ຮອງ​ນາຍົກລັດຖະມົນຕີ ​ແລະ
​ລັດ​ຖະມົນຕີ​ກະຊວງການ​ຕ່າງ
ປະ​ເທດ ພ້ອມ​ດ້ວຍລັດຖະມົນຕີ
​ແລະ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານລາວ​ຈໍານວນ​ບໍ່ໜ້ອຍ​ທີ່​ໄດ້​ຮ່ວມເປັນ​ກຽດ​ໃນ​ງານ ​ດັ່ງກ່າວອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງຈາກ​ວ່າ ​ໂຄງການ Vientiane New World ຈະ​ເປັນ​ການ​ພັດທະນາພື້ນ​ທີ່ 46
​ເຮັກ​ຕ້າ​ຢູ່​ດອນ​ຈັນ ​ໃຫ້​ເປັນ​ເມືອງ​ທັນ​ສະ​ໄໝ ​ແລະ​ເປັນ​ສູນ​ກາງ​ທາງ​ເສດຖະກິດ ການ​ຄ້າ ​ແລະ
​ບໍລິການ​ຢ່າງ​ຄົບ​ຊຸດ​ຂອງ​ນະຄອນວຽງ​ຈັນ​ພາຍ​ໃນປີ 2020 ​ເປັນ​ຢ່າງ​ຊ້າດັ່ງກ່າວ​ນີ້ ​ຖື​ເປັນ​ພາກ
ສ່ວນ​ທີ່​ສໍາຄັນ ​ກໍ​ຄື​ການ​ລົງທຶນ​ກໍ່ສ້າງ​ບ້ານພັກ 52 ຫຼັງ ສໍາລັບຮັບ​ຮອງ​ຜູ້​ນໍາ​ລັດຖະບານທີ່​ຈະ​
ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ-ຢູ​ໂຣບ (ASEM) ຄັ້ງ​ທີ່ 9 ທີ່​ລັດຖະບານ​ລາວ​ຈະ​ເປັນ
​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ວັນ​ທີ 5-6 ​ເດືອນ​ພະຈິກ​ຕໍ່ໜ້າ​ນີ້ນັ້ນ​ເອງ.

XS
SM
MD
LG