ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ 20 ກ່ວາຄົນແລ້ວ ເສຍຊີວິດ ຍ້ອນໄພນ້ຳຖ້ວມຮ້າຍແຮງ ໃນເຂດແຫຼມ Balkan (ວີດີໂອ/ສະໄລດ໌)


balkansflooding18may14
please wait

No media source currently available

0:00 0:01:23 0:00

ເບິ່ງວີດີໂອ ເລື້ອງນີ້

ປະຊາຊົນ​ຈຳນວນ​ຫຼາຍ​ກວ່າ 20 ຄົນ​ ໃນ​ເຊີ​ເບຍ ​ແລະ
Bosnia-Herzegovina ​ໄດ້​ເສຍ​ຊີວິດ ​ແລະ​ອີກ​ຫຼາຍ
​ພັນ​ຄົນ​ໄດ້​ອົບ​ພະຍົບໄປຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ
​ຍ້ອນ​ໄພ​ນ້ຳ​ຖວ້ມຄັ້ງ​ຮ້າຍ​ແຮງທີ່ສຸດ ​ທີ່​ໄດ້​ເກີດຂຶ້ນ ​ໃນ
ເຂດແຫຼມ Balkan ​ໃນ​ຮອບ​ກວ່າ​ນຶ່ງ​ສັດຕະວັດ​ຜ່ານ​ມາ.

ບັນດາ​ນັກ​ຊ່ຽວຊານ ​ເຕືອນ​ໃນ​ວັນ​ເສົາ​ວານ​ນີ້ວ່າ ຈຳນວນ
​ຜູ້​ເສຍ​ຊີວິດ​ຈະເພີ້​ມຂຶ້ນອີກ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​
ພວມ​ຕໍ່ສູ້​ຮັບມືກັບ​ກັບ​ຜົນ​ກະທົບຈາກປະລິມານ​ນ້ຳ​ຝົນ
​ເກືອບ​ເທົ່າ​ກັນ​ກັບນ້ຳ​ຝົນຕົກ 4 ​ເດືອນ​ໃນ​ຫວ່າງ 4 ມື້​ຜ່ານ​
ມາ​ນີ້​ ໃນ​ຂົງ​ເຂດ​ພາກ​ກາງຂອງ​ທະວີບຢູ​ໂຣບ.

​ໃນ​ວັນ​ເສົາ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພາບທີ່ເບິ່ງລົງມາຈາກເຮືອ ບິນສະ​ແດງ​
ໃຫ້​ເຫັນ​ວ່າ ເນື້ອ​ທີ່​ເກືອບ​ນຶ່ງ​ສ່ວນ​ສາມ​ຂອງ​ບອສ​ເນຍຮວມທັງ​ພວກ​ບ້ານ​ເຮືອນ ຖະໜົນ
​ຫົນທາງແລະ​ທາງລົດ​ໄຟ ​ໄດ້​ຖືກ​ນ້ຳຖ້ວມ. ​ໂຄສົກ​ລັດຖະບານ​ບອສ​ເນຍກະ​ປະມານ​ວ່າ
ມີປະຊາຊົນ​ໃນ​ຈຳນວນ 1 ລ້ານ​ຄົນ ​ອາ​ໄສ​ຢູ່​ໃນ​ຂົງ​ເຂດ​ຕ່າງໆ ​ທີ່​ຖືກນ້ຳ​ຖ້ວມ.

ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ເຕືອນ​ເຊັ່ນ​ກັນ​ວ່າ ດິນ​ເຈື່ອນ​ທີ່​ເກີດ​ຈາກໄພ​ນ້ຳ​ຖ້ວມ ພາ​ໃຫ້​ມີ​ການ​
ສ່ຽງ​ໄພ​ຫຼາຍ​ຂຶ້ນ​ໃນ​ການ​ໄດ້​ຮັບ​ບາດ​ເຈັບ ​ຫຼື​ເສຍ​ຊີວິດ​ຈາກ​ພວກ​ລູກ​ລະ​ເບີດ​ຝັງ​ດິນທີ່
​ຍັງ​ຕົກ​ຄ້າງ​ຢູ່ ​ຕັ້ງ​ແຕ່​ປາງ​ສົງຄາມ​ໃນ​ບອສ​ເນຍ ​ເມື່ອ​ຊຸມ​ປີ 1990 ນັ້ນ. ອົງການ​ຂ່າວ
AP ກ່າວ​ວ່າ ​ ​ການ​ຕິດ​ປ້າຍ​ເຕືອນ​ໃຫ້ລະມັດລະວັງຫຼາຍ​ບ່ອນ ​ໃນ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ​ຂອງ​ບອສ​ເນຍ​ ໃກ້ໆ​ກັບ​ບ່ອນ​ທີ່​ພວກ​ລູກ​ລະ​ເບີດ​ຝັງ​ດິນ ​ທີ່​ຍັງບໍ່​ທັນ​ແຕກ​
ຫຼາຍບ່ອນນັ້ນ​ ໄດ້ຖືກ​ນ້ຳ​ພັດ​ໄຫລຊຸ​ໄປ​.

ພວກ​ພະຍາກອນອາກາດ ກ່າວ​ວ່າ ການ​ລົບ​ກວນ​ຂອງ​ອາກາດ​ໃນ​ຊັ້ນ​ເທິງເມື່ອຕົ້ນ​
ສັບປະດາ​ນີ້ ​ເຮັດໃຫ້​ກະ​ແສ​ການເຄື່ອນໄຫວຂອງອາກາດຢຸດຊະງັກລົງ ​ໃນ​ເຂດ
Balkan ກີດ​ກັນ​ບໍ່​ໃຫ້​ກະແສການເຄື່ອນໄຫວຂອງອາກາດ ພັດ​ອອກ​ຈາກພາກ​ພື້ນ
​ດັ່ງກ່າວ.
XS
SM
MD
LG