ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນ ລາວ ຫຼາຍກວ່າ 10,000 ຄົນ ຮຽນໃນ ຫວຽດນາມ ດ້ວຍທຶນຕົນເອງ


ນັກສຶກສາ ລາວ ສອບເສັງເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ລາວ.
ນັກສຶກສາ ລາວ ສອບເສັງເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ລາວ.

ນັກສຶກສາລາວ ຫຼາຍກວ່າ 10,000 ຄົນກຳລັງຮຽນຢູ່ໃນສະຖາບັນການສຶກສາຊັ້ນສູງ
ໃນ ຫວຽດນາມ ດ້ວຍທຶນຂອງພວກເຂົາເຈົ້າເອງ ເນື່ອງຈາກສະຖາບັນການສຶກສາຊັ້ນ
ສູງໃນ ລາວບໍ່ສາມາດຮອງຮັບໄດ້.

ເຈົ້າໜ້າທີ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ວຽງຈັນ ເປີດເຜີຍວ່າປັດຈຸບັນ
ມີສາສຶກສາ ລາວ ຈຳນວນທັງໝົດ 14,644 ຄົນທີ່ກຳລັງຮຽນຢູ່ສະຖາບັນການສຶກສາ
ຊັ້ນສູງໃນ ຫວຽດນາມ ຊຶ່ງໃນນີ້ແບ່ງເປັນ 4,228 ຄົນທີ່ໄດ້ຮັບທຶນການສຶກສາຈາກລັດ
ຖະບານ ຫວຽດນາມ ສ່ວນອີກ 10,416 ຄົນນັ້ນ ໃຊ້ທຶນຂອງພວກເຂົາເຈົ້າເອງ, ເນື່ອງ
ຈາກສະຖາບັນການສຶກສາຊັ້ນສູງໃນ ລາວ ບໍ່ສາມາດຮອງຮັບໄດ້ ດັ່ງຈະເຫັນໄດ້ຈາກ
ຈຳນວນນັກສຶກສາ ຫວຽດນາມ ທີ່ມີໂອກາດຮຽນຢູ່ໃນສະຖາບັນການສຶກສາຊັ້ນສູງຂອງ
ລັດຖະບານ ລາວ ພຽງແຕ່ 428 ຄົນເທົ່ານັ້ນ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ທາງການ ລາວ ຄາດຫວັງວ່າຈະໄດ້ຮັບ
ການຊ່ວຍເຫຼືອໃນດ້ານການສຶກສາຈາກລັດຖະບານ ຫວຽດນາມ ຫຼາຍຂຶ້ນ ໂດຍສະ
ເພາະແມ່ນການຊ່ວຍເຫຼືອເພື່ອການກໍ່ສ້າງພະນັກງານພັກ-ລັດຖະບານ ລາວ ນັ້ນ ດັ່ງ
ທີ່ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ
ໄດ້ຖະແຫຼງຢືນຢັນວ່າ

“ແຕ່ລະປີ ສສ ຫວຽດນາມ ເພິ່ນກະໄດ້ຊ່ວຍທຶນໃນການກໍ່ສ້າງພະນັກງານໃຫ້ພວກເຮົາ
ພັນກວ່າທຶນນີ້ ຖືວ່າເປັນກຳລັງທີ່ຈະມາຊ່ວຍພັດທະນາປະເທດເຮົາໃນອະນາຄົດຫຼາຍ
ສົມຄວນ ອັນນີ້ກໍບໍ່ນັບໃນການກໍ່ສ້າງພະນັກງານແບບໄລຍະສັ້ນທາງດ້ານການປ້ອງ
ກັນຊາດ ປ້ອງກັນຄວາມສະຫງົບ ທາງດ້ານພັກພະນັກງານເບື້ອງລັດ ນອກຈາກສູນ
ກາງຊ່ວຍແລ້ວ ບັນດາແຂວງແຮກຊ່ຽວກະໄດ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນເປັນຈຳນວນ
ຫຼາຍສົມຄວນ.”

ແຕ່ຢ່າງໃດກໍຕາມລັດຖະບານ ລາວ ກໍ່ໄດ້ວາງແຜນການສົ່ງເສີມພາກເອກະຊົນຈາກ
ຕ່າງປະເທດ ໃຫ້ເຂົ້າມາລົງທຶນພັດທະນາສະຖາບັນການສຶກສາຊັ້ນສູງໃນ ລາວ ຫຼາຍ
ຂຶ້ນ ເນື່ອງຈາກລັດຖະບານ ລາວ ຕ້ອງປະເຊີນກັບບັນຫາຂາດແຄນດ້ານງົບປະມານ
ຈຶ່ງເຮັດໃຫ້ບໍ່ສາມາດຈະຂະຫຍາຍ ຫຼື ສ້າງຕັ້ງສະຖາບັນການສຶກສາຊັ້ນສູງໄດ້ເທົ່າທັນ
ກັບຈຳນວນນັກສຶກສາທີ່ເພີ່ມຂຶ້ນຢ່າງໄວວາ ເຖິງແມ່ນວ່າສະຖາບັນການສຶກສາຊັ້ນສູງ
ຂອງເອກະຊົນ 100 ກວ່າແຫ່ງໃນ ລາວ ຈະສ້າງບຸກຄະລາກອນທີ່ຈົບລະດັບປະລິນ
ຍາຕີ ແລະ ປະລິນຍາໂທໄດ້ຈຳນວນຫຼາຍພັນຄົນໃນແຕ່ລະປີກໍຕາມ ແຕ່ກໍຍັງບໍ່ພຽງພໍ
ກັບຄວາມຕ້ອງການຕົວຈິງ ດັ່ງທີ່ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກ
ສາທິການ ແລະ ກິລາ ໄດ້ຖະແຫຼງຢືນຢັນວ່າ

“ພັກ-ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ກໍໄດ້ເອົາໃຈໃສ່ໃນແຜນຍຸດ
ທະສາດ ແຜນການປະຕິບັດການສຶກສາແຫ່ງຊາດ ເຂົ້າໃນການກໍ່ໍ່ສ້າງສະຖາບັນການ
ສຶກສາຊັ້ນສູງ ແລະ ຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນມາລົງທຶນໃນວຽກງານນີ້ ຊຶ່ງໄດ້
ເຮັດໃຫ້ວຽກງານການສຶກສາຊັ້ນສູງທີ່ດຳເນີນການຮຽນການສອນວິຊາສະເພາະຂະ
ແໜງການລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາໂທມີການຂະຫຍາຍໂຕເທື່ອລະກ້າວ
ທັງປະລິມານ ແລະ ຄຸນນະພາບ ຊຶ່ງສາມາດສ້າງນັກວິຊາການອອກຮັບໃຊ້ສັງຄົມໄດ້
ຫຼາຍພັນ.”

ທັງນີ້ໂດຍການສອບເສັງເພື່ອສຶກສາຕໍ່ລະດັບປະລິນຍາຕີໃນມະຫາວິທະຍາໄລແຫ່ງ
ຊາດຂອງ ລາວ ໃນແຕ່ລະປີນັ້ນ ຈະມີນັກຮຽນສະໝັກສອບເສັງເກືອບ 20,000 ຄົນ
ໃນທົ່ວປະເທດໂດຍທີ່ມະຫາວິທະຍາໄລທັງ 4 ແຫ່ງຂອງລັດຖະບານ ລາວ ກໍ່ສາມາດ
ຮັບນັກສຶກສາໃໝ່ທີ່ຜ່ານການສອບເສັງໄດ້ລວມກັນພຽງແຕ່ 11,000 ຄົນເທົ່ານັ້ນ ໃນ
ນີ້ແບ່ງເປັນ 4,800 ກວ່າຄົນທີ່ຈະຜ່ານການຄັດເລືອກເພື່ອໃຫ້ເຂົ້າສຶກສາຕໍ່ໃນມະຫາ
ວິທະຍາໄລແຫ່ງຊາດທີ່ນະຄອນຫຼວງ ວຽງຈັນ. ສ່ວນອີກ 6,000 ກວ່າຄົນຈະໄດ້ຮັບ
ການຄັດເລືອກໃຫ້ເຂົ້າສຶກສາໃນມະຫາວິທະຍາໄລແຫ່ງຊາດທີ່ຫຼວງພະບາງ, ສະຫວັນ
ນະເຂດ ແລະ ຈຳປາສັກ.

ແຕ່ຢ່າງໃດກໍຕາມ ໃນແຕ່ລະປີຈະມີນັກຮຽນຈົບຊັ້ນມັດທະຍົມປາຍຫຼາຍກວ່າ 60,000
ຄົນໃນນີ້ຈະມີໂອກາດໄດ້ສຶກສາຕໍ່ໃນມະຫາວິທະຍາໄລແຫ່ງຊາດທັງສີ່ແຫ່ງຂອງລັດ
ຖະບານ ລາວ ພຽງ 11,000 ຄົນເທົ່ານັ້ນ ຈຶ່ງເຮັດໃຫ້ຈຳນວນນັກຮຽນທີ່ເຫຼືອເກືອບອີກ
50,000 ຄົນນັ້ນທີ່ບໍ່ໄດ້ຮັບໂອກາດເຂົ້າສຶກສາຕໍ່ ໃນມະຫາວິທະຍາໄລແຫ່ງຊາດ ຈຶ່ງ
ຕ້ອງເຂົ້າສຶກສາຕໍ່ໃນສະຖາບັນການສຶກສາຂອງເອກະຊົນເປັນຫຼັກ.

XS
SM
MD
LG