ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

100 ກວ່າບໍລິສັດຕ່າງ​ຊາດ ​​ລົງ​ທຶນ​ ຢູ່ເຂດ​​ເສດຖະກິດ​ພິ​ເສດ 10 ແຫ່ງໃນລາວ


ກາສິ​ໂນ ຢູ່​ໃນ​​ເຂດ​ເສດຖະກິດ​ພິ​ເສດ ແຫ່ງໜຶ່ງ ໃນລາວ.
ກາສິ​ໂນ ຢູ່​ໃນ​​ເຂດ​ເສດຖະກິດ​ພິ​ເສດ ແຫ່ງໜຶ່ງ ໃນລາວ.

ບັນດາ​ບໍລິສັດ​ຕ່າງ​ຊາດ​ເກີນກວ່າ 100 ບໍລິສັດ​ໄດ້​ລົງ​ທຶນ​ໃນ
​ເຂດເສດຖະກິດ​ພິ​ເສດ ​ແລະ​ ​ເຂດ​ເສດຖະກິດ​ສະ​ເພາະ​ທັງ 10
​ແຫ່ງ​ໃນ​ລາວ ​ໂດຍ​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດ​ຫລວງ​ມີ​
ມູນຄ່າ​ການ​ລົງ​ທຶນ​ສູງ​ທີ່ສຸດ.

ຄະນະ​ກຳມະການ​ຄຸ້​ມຄອງ​ເຂດ​ເສດຖະກິດ​ພິ​ເສດ​ ​ແລະ
​ເຂ​ດ​ເສດຖະກິດ​ສະ​ເພ​າະ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າການ​
ລົງທຶນ​ ຂອງ​ບັນດາ​ບໍລິສັດ​ຕ່າງ​ຊາດ​ຢູ່​ໃນ​ເຂດ​ເສດຖະກິດ
​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ໃນ​ລາວ ທີ່​ມີ​ຢູ່ 10 ​ແຫ່ງ​ຍັງ​ຄົງ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ
​ໂດຍ​ໃນ​ປັດ​ຈຸ​ບັນ​ກໍ​ມີ​ຢູ່​ເຖິງ 105 ບໍລິສັດ​ແລ້ວ ທີ່​ໄດ້​ລົງທຶນ​ຢູ່​ໃນ​ເຂດ​ເສດຖະກິດ​ທັງ 10
​ແຫ່ງ​ດັ່ງກ່າວ​ ແລະ ມີ​ທຶນ​ຈົດ​ທະບຽນ​ລວມກັນເກືອບ​ເຖິງ 5,000 ລ້ານດອນ​ລາ.

ແຜນທີ່​ເຂດເສດຖະກິດ​ພິ​ເສດ ​ແລະ​ ​ເຂດ​ເສດຖະກິດ​ສະ​ເພາະ​ທັງ 10 ​ແຫ່ງ​ໃນ​ລາວ.
ແຜນທີ່​ເຂດເສດຖະກິດ​ພິ​ເສດ ​ແລະ​ ​ເຂດ​ເສດຖະກິດ​ສະ​ເພາະ​ທັງ 10 ​ແຫ່ງ​ໃນ​ລາວ.

ໂດຍ​ເຂດ​ທີ່​ມີ​ມູນ​ຄ່າ​ການ​ລົງທຶນຫຼາຍທີ່​ສຸດ ກໍ​ແມ່ນ​ເຂດ
​ເສດຖະກິດ​ສະ​ເພາະ​ ບຶງ​ທາດຫລວງ ​ໃນ​ນະຄອນ​ຫລວງ​
ວຽງ​ຈັນ ທີ່​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ທຸລະ​ກິດ​ຈາກ​ຈີນ ​ໃນ
​ມູນ​ຄ່າ​ລວມ​ເຖິງ 1,600 ລ້ານ​ດອນ​ລາ ສ່ວນ​ຮອງ​ລົງ​ມາ​ກໍ​ຄື​
ເຂດ​ເສດຖະກິດ​ສະ​ເພາະລ່ອງ​ແຖ່ງ ວຽງ​ຈັນ ທີ່​ເປັນ​ການ​ລົງ
​ທຶນ​ ຂອງ​ກຸ່ມ​ທຸລະ​ກິດ​ຫວຽດນາມ ​ໃນ​ມູນ​ຄ່າ​ເຖິງ 1,000 ລ້ານ​
ດອນ​ລາ ຫາກ​ແຕ່​ວ່າ ​ເຂດ​ທີ່​ມີ​ຄວາມ​ຄືບ​ໜ້າຫຼາຍທີ່​ສຸດ​ກໍ​ຄື ​
ເຂ​ດ​ເສດຖະກິດ​ພິ​ເສດ​ສາມຫລ່ຽມ​ຄຳ​ ທີ່​ເມືອງ​ຕົ້ນ​ເຜິ້ງ​ ໃນ
​ແຂວງ​ບໍ່​ແກ້ວ​ ໂດຍ​ມີ​ກຸ່ມ​ທຸລະ​ກິດ​ຈີນ 23 ບໍລິສັດ​ທີ່​ໄດ້​ລົງທຶນ
​ຢູ່​ໃນ​ເຂດ​ດັ່ງກ່າວ​ນີ້.

ສ່ວນ​ເຂດ​ເສດຖະກິດ​ສະ​ເພາະ ​ບໍ່ເຕັນ​ແດນ​ງາມ ຊຶ່ງຕັ້ງຢູ່​ຊາຍ
​ແດນ​ລະຫວ່າງ​ລາວ​ກັບ​ຈີນ ໃນ​ເຂດ​ແຂວງ​ຫລວງ​ນ້ຳ​ທານັ້ນ
ກໍ​ເປັນ​ອີກ​ເຂດ​ໜຶ່ງ​ທີ່​ເປັນ​ການ​ລົງທຶນ ຂອງ​ກຸ່ມ​ບໍ​ລິ​ສັດ​ຈາກ​
ປະ​ເທດ​ຈີນ​ ເຊັ່ນ​ດຽວ​ກັນ ​ໂດຍ​ໃນ​ປັດຈຸບັນ ​ກຸ່ມ​ຜູ້​ລົງທຶນ​ກຳລັງ
​ກໍ່ສ້າງ​ ສາງ​ສິນຄ້າ​ແລະ ສູນ​ກັກ​ກັນ​ພືດ​ອັນ​ເປັນ​ສ່ວນ​ໜຶ່ງ​ຂອງ
ແຜນການ​ພັດທະນາ​ໃຫ້​ເປັນ​ເຂດ​ການ​ຄ້າ ແລະ ບໍລິການ​ຢ່າງ​ຄົບ​ວົງ​ຈອນ​ ທີ່​ຈະ​ໃຊ້​ເງິນ​ລົງທຶນ​ເຖິງ 500 ລ້ານ​ດອນ​ລາ.

ໂດຍ​ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ໄດ້​ມີ​ຄຳ​ສັ່ງໃຫ້​ປິດ ບ່ອນ​ກາສິໂນ​ຢູ່​ໃນ​ເຂດ​ເສດຖະກິດ​
ສະ​ເພາະ ບໍ່​ເຕັນ​ແດນ​ງາມ ​ໄປ​ແລ້ວ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນຫາ​ຫຍໍ້​ທໍ້ ທີ່​ເກີດ​ຂຶ້ນພາຍ
​ໃນ ບ່ອນກາສິ​ໂນ​ໃນ​ເຂດ​ດັ່ງກ່າວ ທັງ​ຍັງ​ເປັນສາ​ເຫດ​ທີ່​ເຮັດ​ໃຫ້​ທາງ​ການ​ລາວ ຕ້ອງ​ທົບ
​ທວນຄືນ​ແຜນການ​ສ້າງຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ ​ໃນ​ທົ່ວ
​ປະ​ເທດ​ຢ່າງ​ຮອບ​ຄອບ​ອີກ​ເທື່ອ​ໃໝ່​ດ້ວຍ.

ທັງ​ນີ້​ໂດຍ​ທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ດ້ານ
ເສດຖະກິດ ຂອງ​ລັດຖະບານ​ລາວ ທັງ​ກໍ​ຍັງ​ເປັນ​ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ ​ເຂດ
​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ແຫ່ງ​ຊາດ ດ້ວຍ​ນັ້ນ ​ໄດ້​ໃຫ້ການ​ຊີ້​ແຈງ
​ວ່າການ​ຄຸ້ມ​ຄອງເຂດ​ເສດຖະກິດ ທັງ 10 ​ແຫ່ງໃນ​ປັດຈຸບັນ​ນີ້ ​ໄດ້​ດຳ​ເນີນ​ໄປ​ພາຍ​ໃຕ້​ສະພາວະ ​ທີ່​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ໃນ​ບາງ​ດ້ານ ຕົວ​ຢ່າງ​ກໍ​ຄື ການ​ທີ່​ອະນຸຍາດ​ໃຫ້​ມີ​ບ່ອນ
​ກາສິ​ໂນ ຢູ່​ໃນ​ເຂດ​ເສດຖະກິດ​ສະ​ເພາະ ​ບໍ່ເຕັນ​ແດນ​ງາ​ມ ​ໄດ້​ເກີດ​ບັນຫາ​ອາຊາ​ຍາ​ກຳ ຫຼາຍຂຶ້ນນັບ​ມື້ ຊຶ່ງກໍ​ເຮັດ​ໃຫ້​ທາງ​ການ​ລາວຕ້ອງ​ສັ່ງ​ປິດ​ບ່ອນ​ກາສິ​ໂນ​ດັ່ງກ່າວ​ ນັບ​ເປັນ​
ເວລາ​ກວ່າ 1 ປີ​ມາ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ບັນຫາ​ດັ່ງ​ກ່າວ ຍັງ​ເຮັດ​ໃຫ້​ທາງ​ການ​ລາວ ​ໄດ້​ຕັດສິນ​ໃຈ ​ທີ່​ຈະ​ບໍ່​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນ ຢູ່​ໃນເຂດ​ເສດຖະກິດ​ພິ​ເສດ ​ທີ່​ຈະ​ສ້າງຕັ້ງຂຶ້ນ​ໃໝ່​ໃນ​ລະຍະ​ຕໍ່​ໄປ​ອີກ​ດ້ວຍ ​ໂດຍ​ຈະ​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນ​ໄດ້​ ສະ​ເພາະ​ເຂດ​ທີ່​ມີ​ຢູ່​ແລ້ວ​ເທົ່າ​ນັ້ນ ດັ່ງ​ທີ່ ທ່ານສົມ​ສະຫວາດ ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຍ້ອນ​ວ່າ​ກາສິ​ໂນ​ມັນ​ມີ​ເກີດ​ເລື້ອງ​ກັນ​ ມີ​ການ​ຂ້າ​ກັນ​ແດ່​ອີ​ສັງ​ກັນ​ແດ່​ແລ້​ວ ລັດຖະບານ​
ເຫັນ​ວ່າມັນ​ເປັນ​ການ​ ກະທົບ​ກະເທືອນ​ເຖິງ​ການ​ພົວພັນ​ລາວ​ກັບ​ຈີນ ຈຶ່ງ​ໄປ​ເຈລະຈາ​ກັບ​ຜູ້​ພັດທະນາ​ຫັ້ນ ​ແລະ ​ໃນ​ທີ່​ສຸດ​ເຂົາ​ເຈົ້າກະ​ເຫັນ​ດີ​ວ່າ​ຍົກ​ເລີກ​ບໍ່ໃຫ້​ມີ​ກາສິ​ໂນ ສະນັ້ນ ລັດຖະບານ​ຈຶ່ງ​ເວົ້າວ່າ​ຢຸດ​ໄວ້​ກ່ອນ​ຈັ່ງຊັ້ນສະ ​ແຕ່​ວ່າ​ອັນ​ທີ່​ມີ​ແລ້ວ​ກະ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຕາມ​ສັນຍາ​ເມື່ອ​ໝົດ​ສັນຍາ​ແລ້ວໆ​ເຊົາ ວ່າ​ແນວ​ນັ້ນ​ແຫລະ ບໍ່​ຂະຫຍາຍ​ໃໝ່.”

ທັງ​ນີ້​ໂດຍ​ທາງ​ການ​ລາວ ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ສ້າງຕັ້ງ​ເຂດ​ເສດຖະກິດ ​ໃຫ້​ໄດ້​ບໍ່​ນ້ອຍ​ກວ່າ 20 ​ແຫ່ງ​ພາຍ​ໃນ​ປີ 2015 ​ໂດຍ​ເຂດ​ທຳ​ອິດ​ກໍ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ ​ເຊ​ໂນ​ ໃນ​ແຂວງ​ສະຫວັນ​ນະ​ເຂດ ທີ່​ສ້າງຕັ້ງຂຶ້ນ​ໃນ​ປີ 2003 ຕິດຕາມ​ດ້ວຍ​ເຂ​ດ​ເສດຖະກິດ​ສະ​ເພາະ​ບໍ່ເຕັນ​ແດນ​ງາມ​ ຢູ່​ແຂວງ​ຫລວງ​ນ້ຳ​ທາ ທີ່​ສ້າງຕັ້ງຂຶ້ນ​ໃນ​ປີ​ດຽວ​ກັນ ​ແຕ່​ທີ່​ຖື​ວ່າ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໄວ​ວາ​ທີ່​ສຸດ​ ແມ່ນ​ເຂດ​ເສດຖະກິດ​ພິ​ເສດ​ສາມ​ຫລຽ່ມຄຳ​ທີ່​ເມືອງ​ຕົ້ນ​ເຜິ້ງ ​ໃນ​ແຂວງ​ບໍ່​ແກ້ວ​ດັ່ງກ່າວ.

ສ່ວນ​ນະຄອນຫລວງ​ວຽງ​ຈັນ ກໍ​ມີ​ຢູ່​ເຖິງ 5 ​ເຂດ​ຄື​ນິຄົມ​ອຸດສາຫະກຳ ​ແລະ ການ​ຄ້າ​ວຽງ​ຈັນ ​ໂນນ​ທອງ ​ເຂດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ ​ເຂດ​ເສດຖະກິດ​ສະ​ເພາະ​ລ່ອງ​ແຖ່ງ ວຽງ​ຈັນ ​ແລະ ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ສ່ວນ​ເຂດ​ທີ 5 ນັ້ນ​ ​ເປັນເຂດ​ທີ່​ສ້າງຕັ້ງຂຶ້ນ​ໃໝ່ ກໍ​ຄື​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫລວງ ທີ່​ເປັນ​ການ​ລົງທຶນ ຂອງ​ກຸ່ມ​ບໍລິສັດ​ຈາກ​ຈີນ​ອີກ​ເຂ​ດໜຶ່ງ.

XS
SM
MD
LG