ລິ້ງ ສຳຫລັບເຂົ້າຫາ

 
ມີ​ບໍ​ລິ​ສັດ​ຂອງ​ປະ​ເທດ ໄທ ປະ​ກົດ​ຢູ່​ໃນ​ລາຍ​ຊື່ ຖືກ​ມາດ​ຕະ​ການ​ລົງ​ໂທດ​ຂອງ ສະ​ຫະ​ລັດ ສຳ​ລັບ​ການ​ຄ້າ​ຂາຍ​ກັບ ຣັດ​ເຊຍ
ວັນເສົາ, ໒໙ ມີນາ ໒໐໒໕

ມີ​ບໍ​ລິ​ສັດ​ຂອງ​ປະ​ເທດ ໄທ ປະ​ກົດ​ຢູ່​ໃນ​ລາຍ​ຊື່ ຖືກ​ມາດ​ຕະ​ການ​ລົງ​ໂທດ​ຂອງ ສະ​ຫະ​ລັດ ສຳ​ລັບ​ການ​ຄ້າ​ຂາຍ​ກັບ ຣັດ​ເຊຍ


​ໃນ​ພາບ​ວັນ​ທີ 6 ມິ​ຖຸ​ນາ 2019 ນີ້, ສະ​ແດງ​ໃຫ້​ເຫັນ​ຕຶກ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. (AP Photo/Patrick Semansky, File)
​ໃນ​ພາບ​ວັນ​ທີ 6 ມິ​ຖຸ​ນາ 2019 ນີ້, ສະ​ແດງ​ໃຫ້​ເຫັນ​ຕຶກ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. (AP Photo/Patrick Semansky, File)

ປະ​ເທດ ໄທ ກຳ​ລັງ​ກາຍ​ມາ​ເປັນ​ນຶ່ງ​ໃນ​ແຫຼ່ງ​ສະໜອງ​ຊິ້ນ​ສ່ວນ​ເຄື່ອງ​ຈັກ ແລະ ອຸປະກອນຄອມ​ພິວ​ເຕີຫຼັກ​ໃຫ້ແກ່ ຣັດ​ເຊຍ ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ການ​ນຳ​ໄປ​ໃຊ້​ໃນ​ການ​ທະ​ຫານ ໂດຍ​ມີ​ບໍ​ລິ​ສັດ​ໃນ​ປະ​ເທດ​ຈຳ​ນວນຫຼາຍ​ຂຶ້ນ​ທີ່​ຖືກ​ກ່າວ​ຫາ​ວ່າ ຊ່ວຍ​ໃຫ້​ມົ​ສ​ກູ ຫຼີກ​ລ່ຽງ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ຊຶ່ງ​ມີ​ຈຸດ​ມຸ່ງ​ໝາຍ​ເພື່ອ​ທຳ​ລາຍ​ສົງ​ຄາມຂອງຕົນ​ກັບ ຢູ​ເຄ​ຣນ ນັ້ນ.

ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ ຢູ​ເຄ​ຣນ ​ເຕັມ​ອັດ​ຕາ​ຂອງ ຣັດ​ເຊຍ ໃນ​ເດືອນ​ກຸມ​ພາ 2022, ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່ 7 ບໍ​ລິ​ສັດ​ໃນ ໄທ ສຳ​ລັບ​ການ​ສົ່ງ​ອອກ​ “ວັດ​ຖຸ​ບູ​ລິ​ມະ​ສິດ​ສູງ” ໄປ ຣັດ​ເຊຍ, ໂດຍ​ຄັ້ງຫຼ້​າ​ສຸດ​ເກີດ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ ທີ່​ຜ່ານມາ.

ຂໍ້​ມູນ​ການ​ຄ້າ​ທີ່​ຖືກ​ເປີດເຜີຍ​ໂດຍ​ ບໍ​ລິ​ສັດ S&P Global, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ການ​ວິ​ເຄາະ ແລະ ການ​ບໍ​ລິ​ການ​ດ້ານ​ການ​ເງິນ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ລັດ ນິວຢອກ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເພີ່ມ​ຂຶ້ນ​ໃນ​ການ​ສົ່ງ​ອອກ​ທີ່​ວ່ານີ້​ຢ່າງຫຼວງຫຼາຍ​ຈາກ ໄທ ນັບ​ຕັ້ງ​ແຕ່​ປີ 2022.

ປະ​ເທດ ໄທ ໄດ້ຫຼີກ​ລ່ຽງ​ການ​ກ່າວ​ເຖິງ ເມື່ອ​ກະ​ຊວງ​ການ​ເງິນ ແລະ ການ​ຄ້າຂອງ ສະ​ຫະ​ລັດ ເລີ່ມ​ເຕືອນ​ໃນ​ໄລ​ຍະ​ກາງ​ປີ 2023 ວ່າ ​ມີປະ​ເທດ​ທີ​ສາມຖືກ​ໃຊ້​ເພື່ອ​ສົ່ງ​ສິນ​ຄ້າ​ທີ່​ມີ​ຄວາມ​ສຳ​ຄັນ​ສູງ​ໄປ​ຍັງ ຣັດ​ເຊຍ ເພື່ອ​ເປັນ​ວິ​ທີ​ການຫຼີກ​ລ່ຽງ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຂອງ​ປະ​ເທດ​ຕ​າ​ເວັນ​ຕົກ.

ທ່ານ ບາຍ​ຣອນ ແມັກ​ຄິນ​ນີ, ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ສ່ຽງ​ຂອງ​ມາດ​ຕະ​ການ​ລົງ​ໂທດ ແລະ ຕ່ອງ​ໂສ​ການ​ສະ​ໜອງ​ສິນ​ຄ້າ​ຢູ່​ພະ​ແນກ​ຂໍ້​ມູນ​ລັບ​ຕະຫຼາດ​ໂລກ S&P ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ກ່ຽວ​ກັບ ການ​ຄົ້ນ​ຄວ້າ​ຂອງ​ທີມ​ທ່ານ​ວ່າ “ສະ​ນັ້ນ, ມັນ​ໜ້າ​ປະຫຼາດ​ໃຈ​ທີ່​ໄດ້​ເຫັນ​ເຂົາ​ເຈົ້າ, ດັ່ງ​ກັບ​ປະ​ເທດ​ໃໝ່ ຫຼື ສະ​ຖານ​ທີ່​ໃໝ່​ເຊິ່ງ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ນຳ​ສົ່ງ​ສິນ​ຄ້າ​ປະ​ເພດນີ້.”

ທ່ານ ແມັກ​ຄິນ​ນີ ກ່າວ​ວ່າ ຕ່ອງ​ໂສ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຖືກ​ມາດ​ຕະ​ການ​ລົງ​ໂທດແມ່ນ “ໜ້ອຍ​ດຽວ​ຄື​ກັບ​ນ້ຳ​ໃນ​ກະ​ແສ​ນ້ຳ, ຖ້າ​ເຈົ້າ​ພະ​ຍາ​ຍາມ​ເຮັດ​ເຂື່ອນ​ຢູ່​ບ່ອນ​ນຶ່ງ, ມັນ​ຈະ​ພະ​ຍາ​ຍາມ ແລະ ເຄື່ອນ​ໄປ​ມາ. ສະ​ນັ້ນ, ປະ​ເທດ ໄທ ແມ່ນ​ຂ້ອນ​ຂ້າງ​ປະ​ກົດ​ເປັນ​ແນວນີ້, ດັ່ງ​ກັບ​ປະ​ເທດ​ເຊິ່ງບໍ່​ແມ່ນ​ຢູ່​ຫັ້ນ​ໂດຍ​ດັ້ງ​ເດີມ​ສຳ​ລັບ​ການ​ຂົນ​ສົ່ງ​ຂ້າມ ຫຼື ຂົນ​ສົ່ງ​ສິນ​ຄ້າ​ພ​ວກນີ້ ແຕ່​ໄດ້​ປະ​ກົດ​ຕົວ​ໃນ​ເວ​ລາ​ຕໍ່​ມາ.”

ພາຍ​ໃນ​ບໍ່​ເທົ່າ​ໃດ​ວັນ​ຂອງ​ການ​ບຸກ​ລຸກ​ໃນ​ປີ 2022, ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ໄດ້​ກຳ​ນົດ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຕໍ່​ວັດ​ຖຸ​ທີ່​ເປັນ​ບູລິ​ມະ​ສິດ​ຫຼາຍ​ສິບ​ຢ່າງ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ຣັດ​ເຊຍ ຕ້ອງ​ການ​ທີ່​ສຸດ “ເພື່ອ​ຮັກ​ສາ​ການ​ໂຈມ​ຕີ​ທີ່​ໂຫດ​ຮ້າຍ​ໃສ່ ຢູ​ເຄ​ຣນ,” ນັບ​ຈາກ​ລູກ​ປືນເຖິງ​ໄມ​ໂຄ​ຣ​ຊິບ. ສິ່ງ​ດັ່ງ​ກ່າວນີ້​ເປັນ​ທີ່​ຮູ້​ຈັກ​ໂດຍ​ທົ່ວ​ໄປ​ດັ່ງ​ກັບສິນ​ຄ້າ​ທີ່​ຖືກ​ໃຊ້​ສອງ​ຢ່າງ ສຳ​ລັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ມັນ​ທີ່​ຈະ​ຖືກ​ໃຊ້​ຕໍ່​ທັງ​ພົນ​ລະ​ເຮືອນ ແລະ ການ​ທະ​ຫານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Thailand is emerging as one of Russia’s main pipelines for machine and computer parts with the potential for military use, with a growing number of local companies accused of helping Moscow evade Western export controls meant to cripple its war on Ukraine.

Since Russia’s full-scale invasion of Ukraine in February 2022, the United States has imposed sanctions on seven companies in Thailand for exporting these “high priority items” to Russia, the last of them in December.

Trade data published last year by S&P Global, a financial analytics and services firm based in New York, also show a huge spike in these exports out of Thailand since 2022.

Thailand eluded mention when the U.S. Treasury and Commerce departments started warning in mid-2023 of third countries being used to funnel high priority items to Russia as a way of skirting the West’s export controls.

“So, it was a surprise to see them … as a new country or a new location which had been involved in this type of goods transaction,” Byron McKinney, a sanctions risk and supply chain expert at S&P Global Market Intelligence, told VOA of his team’s research.

Supply chains hit by sanctions, McKinney said, are “a little like water in a stream — if you try damming in one place, it will try and move around. So, Thailand kind of appeared in this way, as a country which wasn’t there originally for the transshipment or transit of these goods but has appeared later on.”

Within days of the 2022 invasion, the U.S. Commerce Department placed export controls on dozens of high priority items it said Russia needed most “to sustain its brutal attack on Ukraine,” from ball bearings to microchips. These are commonly known as dual-use goods for their potential to be put to both civilian and military use.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG