ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໃນປີ 2016 ພວກເຮົາ ຈະໄດ້ເຫັນ ຄວາມກ້າວໜ້າຂອງ ອຸປະກອນ ສະຫຼາດ ໃນທຸກໆດ້ານ


2016 Will See More Steps Toward ‘Smart Everything’
please wait

No media source currently available

0:00 0:02:30 0:00

ກະລຸນາຊົມວິດີໂອ ກ່ຽວກັບ ລາຍງານນີ້

ງານວາງສະແດງເຄື່ອງໃຊ້ ອີເລັກໂທຣນິກ ຈັດຂຶ້ນໃນທຸກໆເດືອນ
ມັງກອນ ທີ່ນະຄອນ Las Vegas ໄດ້ຖືກພິຈາລະນາວ່າເປັນງານ
ວາງສະແດງ ທີ່ມີຄວາມສຳຄັນທີ່ສຸດ ກ່ຽວກັບເຄື່ອງໃຊ້ອີເລັກໂທຣ
ນິກ ປະຈຳວັນທີ່ຄາດວ່າ ຈະວາງຂາຍຢູ່ຕະຫຼາດ ໃນເວລາທີ່ມີ
ເຫຼືອຢູ່. ການຕັດສິນໂດຍລາຍການ The Sneak Preview ທີ່ໄດ້
ຈັດ ຂຶ້ນເມື່ອບໍ່ດົນມານີ້ ໃນນະຄອນ ນິວຢອກ, ບັນດາຜູ້ບໍລິໂພກ
ໃນປີ 2016 ສາມາດຄາດຫວັງການສືບຕໍ່ກ້າວໜ້າສູ່ທຸກໆຢ່າງ ທີ່
ມີຄວາມສະຫຼາດ ໃນໂລກນີ້. ນັກຂ່າວ ວີໂອເອ George Putic
ມີລາຍງານເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ກ້ອງຖ່າຍຮູບຄຸນ​ນະພາ​ບສູງ, ສັນຍານເຊັນເຊີ, ເຄື່ອງຈັກໄຟຟ້າ ແລະ ຣີໂມດການຄວບ
ຄຸມໄດ້ກາຍເປັນອຸປະກອນ ທີ່ນ້ອຍຫຼາຍ ແລະ ມີລາຄາຖືກ, ມັນສາມາດນຳໄປປະກອບ
ໃສ່ເຄື່ອງໃຊ້ປະຈຳວັນໄດ້ເກືອບໝົດທຸກຢ່າງ. ເມື່ອໃຊ້ພະລັງໃນການດຳເນີນງານ ຂອງ
ໂທລະສັບສະຫຼາດຂອງພວກເຮົາ ມັນກໍຈະກາຍເປັນຫຸ່ນຍົນໄດ້.

ທ່ານ Jonathan Roubini, ນັກວິເຄາະເຄື່ອງໃຊ້ເທັກໂນໂລຈີ ໄດ້ກ່າວວ່າ “ຢ່າງຊ້າໆ
ຢ່າງຊ້າໆ ພວກເຮົາກໍຈະໄດ້ເຫັນຫຸ່ນຍົນຫຼາຍຕື່ມອີກໃນຊີວິດຂອງພວກເຮົາ. ພວກມັນ
ຈະບໍ່ເບິ່ງຄືຫຸ່ນຍົນແທ້ໆ ແຕ່ມັນຈະເປັນເທັກໂນໂລຈີຫຸ່ນຍົນ ທີ່ໃຊ້ໄດ້ກັບວັດຖຸ ແລະ
ອຸປະກອນອື່ນໆ ເຊິ່ງມັນຈະເຮັດໃຫ້ຊີວິດການເປັນຢູ່ຂອງພວກເຮົາງ່າຍຫຼາຍຂຶ້ນ.”

ໝາກບານສະຫຼາດມີຊື່ວ່າ Sensor Sphere ສາມາດເຮັດໜ້າທີ່ເປັນກ້ອງຍາມ ກວດກາ
ວ່າທຸກຢ່າງປົກກະຕິດີບໍ່ ໃນເວລາທີ່ທ່ານບໍ່ຢູ່ບ້ານ.

ທ່ານ Omar Barlas ຜູ້ຄົ້ນພົບໝາກບານສະຫຼາດ Sensor Sphere ກ່າວວ່າ “ທ່ານສາ ມາດບັງຄັບມັນຈາກຫ້ອງໜຶ່ງໄປຫາອີກຫ້ອງໜຶ່ງ ແລະ ມັນສາມາດຫຼິ້ນວິດີໂອ, ຟັງເພງ,
ບອກຂໍ້ມູນອຸນຫະພູມ ແລະ ຄວາມຊຸ່ມ ແລະ ແມ່ນກະທັ້ງຂໍ້ມູນຄວັນໄຟ ຖ້າວ່າມີໄຟໄໝ້
ຢູ່ໃນບ້ານຂອງທ່ານ."

ເຄື່ອງເຊັນເຊີແມ່ນມີຂະໜາດນ້ອຍຫຼາຍ ຈົນເຮັດໃຫ້ມັນມີຊ່ອງວ່າງສຳລັບອຸປະກອນເພີ່ມ
ເຕີມ, ຕົວຢ່າງກ້ອງຈັບພາບຄວາມຮ້ອນ ເຊິ່ງສາມາດຊອກຫາຜູ້ລອດຊີວິດ ໃນພື້ນທີ່ໆແຄບ
ກະທັດຮັດ ເຊັ່ນຕຶກຫັກພັງ.

ຜູ້ຜະລິດອຸປະກອນກິລາ Adidas ໄດ້ສະເໜີໝາກບານ ທີ່ຈະສະໜອງຂໍ້ມູນທີ່ໜ້າຕື່ນເຕັ້ນ
ໃຫ້ແກ່ຄູຝຶກສອນ ແລະ ກອງເຊຍ.

ທ່ານນາງ Vinti Bhatnagar ໂຄສົກບໍລິສັດ Adidas ກ່າວວ່າ “ໝາກບານເຕະ ແທ້ຈິງ
ແລ້ວ ມີໃສ້ໃນ ເປັນແກນວັດແທກ ແລະ ເຄື່ອງເຊັນເຊີບາງອັນ ທີ່ສາມາດຈັບຄວາມໄວ,
ທິດກາງການບິນ, ການໝູນວຽນ ຫຼື ປິ່ນ ແລະ ປ້ອນຂໍ້ມູນກ່ຽວກັບວິທີທີ່ເຈົ້າເຕະມັນ
ຜ່ານໂປຣແກຣມຄູ່ຂອງມັນ ກັບຄືນມາໄດ້ໃນເກືອບທັນທີ.”

ໝາກບານເຕະສະຫຼາດມີຊື່ວ່າ miCoach ແມ່ນມີໄວ້ວາງຂາຍທາງອິນເອເຕີເນັດແລ້ວ
ດ້ວຍລາຄາເກືອບ 200 ໂດລາ.

ອຸປະກອນສະຫຼາດອີກອັນໜຶ່ງມີຊື່ວ່າ Skulpit Chisel ສາມາດວັດແທກກ້າມເນື້ອ 24
ຊະນິດໃນຮ່າງກາຍຂອງມະນຸດ.

ທ່ານ Jose Bohorquez ຜູ້ບໍລິຫານຂອງບໍລິສັດ Skulpit ກ່າວວ່າ “ມັນເປັນເຄື່ອງ ອຸປະ
ກອນທຳອິດ ທີ່ອະນຸຍາດໃຫ້ເຈົ້າວັດແທກໄຂມັນ ແລະ ຄຸນນະພາບກ້າມເນື້ອຂອງເຈົ້າ.
ດັ່ງນັ້ນເຈົ້າຈຶ່ງສາມາດເຫັນວ່າເຈົ້າຫຼຸດໄຂມັນໄດ້ຫຼາຍເທົ່າໃດ ແລະ ເຈົ້າໄດ້ສ້າງກ້າມ
ເນື້ອຫຼາຍເທົ່າໃດ ແລະ ເຈົ້າແຂງແຮງຂຶ້ນກວ່າເກົ່າໄດ້ແນວໃດ.”

ແວ່ນຕາຮູບພາບເໝືອນຄວາມຈິງກໍເລີ່ມມີລາຄາຖືກເຊັ່ນກັບໂທລະສັບມືຖື. ອຸປະກອນ
ລຽບງ່າຍເອີ້ນວ່າ Weareality ສາມາດປ່ຽນໂທລະສັບສະຫຼາດທຸກໜ່ວຍ ໃຫ້ເຫັນແວ່ນ
ຕາພາບເໝືອນຈິງ.

ທ່ານ David Smith ຈາກບໍລິສັດ Weareality ກ່າວວ່າ “ຕອນນີ້ພວກເຮົາເຫັນຄວາມ
ສຳເລັດຂອງໂທລະສັບມືຖື ເພີ່ມຂຶ້ນເປັນສອງເທົ່າໃນແຕ່ລະປີ, ສິ່ງທີ່ພວກເຮົາຈະໄດ້
ເຮັດກໍແມ່ນທຸກໆເທັກໂນໂລຈີ ພວກນີ້ຈະກາຍເປັນໂທລະສັບມືຖື ແລະ ເປັນບາງສິ່ງ
ທີ່ທ່ານຈະພົກພາຕິດໂຕໄປກັບທ່ານ.”

ແລະ ນີ້ກໍແມ່ນພຽງແຕ່ການຊົມກ່ອນ ຂອງສິ່ງທີ່ພວກເຮົາສາມາດຄາດຫວັງ ທີ່ຈະໄດ້ເຫັນ
ໃນງານ ວາງສະແດງເຄື່ອງໃຊ້ອີເລັກໂທຣນິກທີ່ໃຫຍ່ທີ່ສຸດໃນໂລກ ໃນຕົ້ນເດືອນມັງກອນ
ປີໜ້ານີ້ ທີ່ນະຄອນ Las Vegas.

XS
SM
MD
LG