ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເສຍຊີວິດ ຈາກຄວາມອຶດຫິວ ເພີ້ມສູງຂຶ້ນ ໃນຫຼາຍ ເມືອງຂອງຊີເຣຍ ທີ່ຖືກປິດລ້ອມ


ພາບໃບປິວທີ່ໄດ້ຖືກເຜີຍແຜ່ໂດຍ UNICEF ແລະຖ່າຍເມື່ອ ວັນທີ 14 ມັງກອນ 2016, ສະແດງໃຫ້ເຫັນພະນັກງານ UNICEF ແທກແຂນຂອງເດັກນ້ອຍຍິງ ຜູ້ຂາດທາດອາຫານ ໃນເມືອງ Madaya ຂອງຊີເຣຍ ທີ່ໄດ້ຖືກປິດລ້ອມ ໃນຂະນະ ທີ່ພວກເຂົາເຈົ້າສັ່ງຊາເບິ່ງ ສະພາບການດ້ານສາທາລະນະສຸກ ຂອງພົນລະເມືອງທີ່ປະສົບກັບ ການຂາດແຄນອາຫານ ການກິນ.
ພາບໃບປິວທີ່ໄດ້ຖືກເຜີຍແຜ່ໂດຍ UNICEF ແລະຖ່າຍເມື່ອ ວັນທີ 14 ມັງກອນ 2016, ສະແດງໃຫ້ເຫັນພະນັກງານ UNICEF ແທກແຂນຂອງເດັກນ້ອຍຍິງ ຜູ້ຂາດທາດອາຫານ ໃນເມືອງ Madaya ຂອງຊີເຣຍ ທີ່ໄດ້ຖືກປິດລ້ອມ ໃນຂະນະ ທີ່ພວກເຂົາເຈົ້າສັ່ງຊາເບິ່ງ ສະພາບການດ້ານສາທາລະນະສຸກ ຂອງພົນລະເມືອງທີ່ປະສົບກັບ ການຂາດແຄນອາຫານ ການກິນ.

ອົງການສະຫະປະຊາຊາດ ໄດ້ກ່າວເມື່ອວັນເສົາວານນີ້ ໂດຍ
ອ້າງ ອີງເຖິງລາຍງານທີ່ຢັ້ງຢືນບໍ່ໄດ້ ໂດຍພະນັກງານສາທາ
ລະນະສຸກ ວ່າ 15 ຫາ 20 ຄົນ ຊຶ່ງຢູ່ໃນນັ້ນມີເດັກນ້ອຍ 4 ຄົນ
ໄດ້ເສຍຊີວິດ ຍ້ອນຄວາມອຶດຫິວ ຢູ່ໃນເມືອງ Deir al-Zor
ຂອງຊີເຣຍ ເມື່ອປີກາຍນີ້.

ອົງການຈັດຕັ້ງຂອງໂລກແຫ່ງນີ້ ເຕືອນວ່າ ພົນລະເມືອງຫຼາຍ
ພັນຄົນ ໄດ້ປະເຊີນໜ້າກັບສະພາບການ ທີ່ຊຸດໂຊມລົງຢ່າງໜັກ
ເຊັ່ນວ່າ ບໍ່ມີໄຟຟ້າໃຊ້ເປັນເວລາຫຼາຍກວ່າ 10 ເດືອນ ແລະ ມີ
ນ້ຳປະປາໃຊ້ພຽງແຕ່ 3 ຊົ່ວໂມງຕໍ່ທິດເທົ່ານັ້ນ ຢູ່ໃນເມືອງ ທີ່ຖືກ
ຕັດຂາດອອກຈາກການຊ່ອຍເຫຼືອ ໂດຍລັດຖະບານຊີເຣຍ, ກຸ່ມ
ລັດອິສລາມ ແລະ ກຸ່ມຕໍ່ຕ້ານລັດຖະບານຕ່າງໆ ທີ່ກ່ຽວພັນ ໃນສົງຄາມກາງເມືອງ ຂອງ
ປະເທດຊີເຣຍນັ້ນ.

ມີພົນລະເມືອງປະມານ 450,000 ຄົນ, ເມືອງ Deir al-Zor ແມ່ນມີປະຊາກອນອາ
ໄສ ຢູ່ຫຼາຍທີ່ສຸດ ຂອງບໍລິເວນ 15 ແຫ່ງ ທີ່ຖືກປິດລ້ອມ ຢູ່ໃນຊີເຣຍ. ພົນລະເມືອງອີກ
42,000 ຄົນ ທີ່ຖືກປິດລ້ອມ ແມ່ນຄ້າງຄາຢູ່ໃນເມືອງ Madaya ຊຶ່ງໄດ້ຮັບ ການຊ່ອຍ
ເຫຼືອ 2 ຂະບວນລົດຂອງ ໃນເດືອນນີ້ ແຕ່ວ່າ ພວກພະນັກງານຊ່ອຍເຫຼືອ ໄດ້ລາຍງານ
ວ່າ ມີ 32 ຄົນໄດ້ເສຍຊີວິດຍ້ອນຄວາມອຶດຫິວ.

ທ່ານນາງ Kyung-Wha Kang ຮອງຜູ້ປະສານງານການຊ່ອຍເຫຼືອບັນເທົາທຸກສຸກເສີນ
ໄດ້ກ່າວຕໍ່ສະມາຊິກ 15 ທ່ານ ຂອງສະພາຄວາມໝັ້ນຄົງອົງກາານສະຫະປະຊາຊາດ
ໃນລະຫວ່າງການລາຍງານສັ້ນໆ ວ່າ ມີຊາວຊີເຣຍຫຼາຍແສນຄົນ ທີ່ອາໄສຢູ່ໃນ “ຄວາມ
ເປັນຈິງທີ່ໂຫດຮ້າຍ ອັນເປັນການກຳນົດ ຂອງບັນຫາຂັດແຍ້ງ ທີ່ບໍ່ເຄົາລົບຕໍ່ກົດລະ
ບຽບ ແລະ ບໍ່ປະຕິບັດຕາມກົດໝາຍໃດໆເລີຍ ທ່ານບໍ່ສາມາດປ່ອຍໃຫ້ ພວກຄົນ
ເຫຼົ່ານັ້ນຕາຍໄປ ຕໍ່ໜ້າຕໍ່ຕາ.”

ທ່ານນາງກ່າວອີກວ່າ “ອາຫານ ນ້ຳດື່ມ ແລະ ຢາ ບໍ່ແມ່ນເຄື່ອງຕໍ່ລອງ ຫຼື ການເອື້ອ
ອຳນວຍ ທີ່ກຸ່ມຝ່າຍຕ່າງໆຂັດແຍ້ງກັນນັ້ນ ສາມາດອະນຸຍາດໃຫ້ ຫຼືີ ປະຕິເສດໃຫ້
ຕາມໃຈຊອບ. ພວກສິ່ງຂອງດັ່ງກ່າວ ເປັນສິ່ງທີ່ຈຳເປັນຂັ້ນພື້ນຖານ ທີ່ນອນຢູ່ໃນ
ເນື້ອແທ້ ຂອງຄວາມຢູ່ລອດ ແລະ ສິດໃນການມີຊີວິດ ຊຶ່ງສະພານີ້ ແລະ ບັນດາ
ສະມາຊິກ ຂອງສະພານີ້ ມີຄວາມຮັບຜິດຊອບທີ່ຈະຕ້ອງປົກປ້ອງ.”

XS
SM
MD
LG