ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກໍາລັງປະທານາທິບໍດີ Basha al-Assad ສືບຕໍ່ ໂຈມຕີ ນະຄອນຫຼວງ (ສະໄລດ໌ກັບວີດີໂອ)


ຮູບພາບອົບພະຍົກຊີເຣຍ ທີ່ພາກັນນອນພັກຜ່ອນຢູຊາຍແດນຂອງຊີເຣຍທທີ່ Bab Al-Salam ໃນວັນທີ່ 15 ສິງຫາ
ຮູບພາບອົບພະຍົກຊີເຣຍ ທີ່ພາກັນນອນພັກຜ່ອນຢູຊາຍແດນຂອງຊີເຣຍທທີ່ Bab Al-Salam ໃນວັນທີ່ 15 ສິງຫາ
ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍ ກ່າວວ່າ ກໍາ​ລັງ​ຂອງ
ປະທານາທິ ບໍດີ Basha al-Assad ​ໄດ້​ຍິງຖະຫລົ່ມ​ບາງ​ເຂດ
ຂອງ​ນະຄອນ​ຫລວງ ​ແລະເປົ້າ​ໝາຍ​ທີ່ເມືອງ Aleppo ​ໃນ​ວັນ​ສຸກ
ມື້ນີ້ ນຶ່ງ​ມື້​ຫລັງ​ຈາກອົງການ​ສະຫະ​ປະຊາ​ຊາດ ​ເອົາ​ບາດ​ກ້າວສີ້​ນ
ສຸດການ​ປະຕິບັດ​ງານ​ຂອງ​ຄະນະສັງ​ເກດ​ການ​ຢູ່ໃນ​ປະ​ເທດນັ້ນ.

ອົງການ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ​ກໍໄດ້​ລາຍ​ງານໃຫ້​ຊາບຄື​ກັນ​ວ່າ ມີ​ການ​ປະ​ທະ​ກັນລ​ະຫວ່າງກໍາລັງ​ລັດຖະບານ​ແລະ​ພວກ​ກະບົດ ​ຢູ່​ໃກ້​ກັບ​ເດີ່ນ​ເຮືອບິນ​ໃຫຍ່​ທະຫານ ໃນ​ກຸງ​ດາ​ມັສກັສ.

ທ່ານ Rami Abd al-Rahman ຜູ້ອຳນວຍການ​ຂອງ​ອົງການ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍທີ່​ມີ​ສຳນັກງານ​ຢູ່​ອັງກິດ ກ່າວ​ຕໍ່​ວີ​ໂອ​ເອວ່າ ຄວາມ​ຮຸນ​ແຮງ​ຫຼ້າ ສຸດໄດ້​ເກີດ​ຂຶ້ນຫຼັງຈາກມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 180 ຄົນ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ ພະຫັດ​ວານ​ນີ້. ທ່ານ​ເວົ້າວ່າ ສົບຄົນ​ຕາຍຕື່ມ​ອີກ 65 ສົບໄດ້​ຖືກ​ຄົ້ນພົບ​ທີ່​ເມືອງ Qatana ທີ່​ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ກຸງ​ດາ​ມັສກັສ.



ໃນ​ວັນ​ພະຫັດ​ວານ​ນີ້ ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ໃຫ້ ຄໍາ​ສັ່ງ​ປະຕິບັດ​ງານຂອງຄະນະສັງ​ເກດ​ການສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍສິ້ນສຸດ ລົງໃນ​ວັນ​ອາທິດ​ນີ້ ​ແຕ່​ສະພາ​ຄວາມ​ໝັ້ນຄົງ​ກ່າວວ່າ​ ຕົນ​ຫວັງ​ວ່າ ຈະ​ຕັ້ງ​ຫ້ອງ ການໆ​ເມືອງຢູ່​ໃນ​ຊີ​ເຣຍ.

ddປະທານ​ສະພາ​ຄວາມ​ໝັ້ນຄົງຄົນ​ປັດຈຸ​ບັນ ​ຄືເອກ​ອັກ​ຄະ​ລັດຖະທູດຝຣັ່ງ ທ່ານ Gerard Araud ກ່າວ​ວ່າ ບັນດາ​ສະມາ​ຊິກ​ເຫັນ​ນຳ​ກັນ​ວ່າ ​ເງື່ອນ​ໄຂ​ສຳ​ຫຼັບຕໍ່​ອາຍຸ​ຂອງ​ການ​ປະຕິບັດ​ງານ​ໃນ​ປັດ​ຈຸ​ບັນ​ນີ້ ບໍ່ສາມາດ​ບັນລຸ​ກັນ​ໄດ້.

​ເຈົ້າ​ໜ້າ​ທີ່ອົງການ​ສະຫະ​ປະຊາ​ຊາດ ຄາດ​ຄະ​ເນ​ວ່າ ມີຊາວ​ຊິ​ເຣຍ ປະມານ 2 ລ້ານ 5 ​ແສນ​ຄົນ ກໍາ​ລັງ​ຕ້ອງ​ການ​ໆຊ່ວຍ​ເຫລືອ ອັນ​ເປັນ​ຜົນ​ເນຶຶ່ອງ​ມາ​ຈ​າກ ການ​ລຸກ​ຮື​ຂຶ້ນ​ເປັນ​ເວລາ​ນຶ່ງ​ປີ​ເຄິ່ງ ຕໍ່ຕ້ານ​ປະທານາທິບໍດີ Assad.

ວີດີໂອກ່ຽວກັບຊາວເມືອງ Azaz ພາກັນມ້ຽນມັດຄວາມເສຍຫາຍລຸນຫລັງ
ການຖິ້ມລະເບີດໃສ່ຂອງຝ່າຍລັດຖະບານ ເມື່ອວັນພຸດຜ່ານມາ:

XS
SM
MD
LG