ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວນອງນັນ ກ່ຽວກັບ ການພົບພໍ້ ລະຫວ່າງ ເຈົ້າໜ້າທີ່ ສຫລ ແລະທູດຣັດເຊຍ ຍັງມີຕໍ່ມາ


ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak ໂອ້ລົມກັບພວກນັກຂ່າວ ທີ່ນະຄອນຫຼວງວໍຊິງຕັນ.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak ໂອ້ລົມກັບພວກນັກຂ່າວ ທີ່ນະຄອນຫຼວງວໍຊິງຕັນ.

ຫລັງ​ຈາກ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ Jeff Sessions ຍອມຮັບ​ວ່າ
ທ່ານ​ໄດ້​ພົບ​ພໍ້ 2 ​ຄັ້ງ ​ກັບ​ເອກ​ອັກຄະ​ລັດຖະທູດ​ຣັດ​ເຊຍ ທ່ານ Sergei Kislyak ​ໃນ
​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງປະທານາ​ທິບໍດີ​ໃນ​ປີ​ກາຍນີ້ແລະ​ບໍ່​ໄດ້​ແຈ້ງ
​ການ​ໂອ້​ລົມ​ດັ່ງກ່າວ ​ໃຫ້​ແກ່​ຄະນະ​ກຳມະການ​ຂອງ​ສະພາ​ສູງ ​ເພື່ອ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງທ່ານ​ນັ້ນ ລັດຖະບານ​ຂອງ​ປະທານາທິ​ບໍດີດໍ​ໂນ​ລ ທຣຳ ຍັງ​ສືບ​ຕໍ່​ປະ​ເຊີນ​ໜ້າ
​ກັບ​ການ​ເປີດ​ເຜີຍ​ໃໝ່ໆ ໃນ​ການ​ພົບ​ພໍ້​ທີ່​ມີ​ການ​ປົກ​ປິດຜ່ານ​ມາ ​ກັບ​ທ່ານ Kislyak.

ທ່ານ Sessions ກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມານີ້ວ່າ ທ່ານ​ຈະ​ບໍ່​ກ່ຽວຂ້ອງ​ ໃນການ​ສືບ
ສວນ​ໃດໆ​ກໍ​ຕາມ​ ຂອງ​ລັດຖະບານ​ກາງ ກ່ຽວ​ກັບ​ການ​ກ່າວຫາ​ທີ່ວ່າ ຣັດ​ເຊຍ​ໄດ້​ເຂົ້າ
ມາຫຍຸ້ງ​ກ່ຽວແຊກ​ແຊງ​ໃນການ​ເລືອກ​ຕັ້ງປະທານາ​ທິບໍດີ​ສະຫະລັດ​ໃນ​ປີ 2016. ປະ
ທານາທິບໍດີ​ທຣຳ ​ແລະ​ເຈົ້າໜ້າ​ທີ່​ຂອງ​ທຳນຽບຂາວ ​ແນວ​ໃດ​ກໍ​ຕາມຍັງ​ຕ້ອງ​ໄດ້​ຮັບ​ມື
ກັບ​ຜົນ​ກະທົບ​ໃນ​ທາງ​ທີ່​ບໍ່​ດີ ຈາກການ​ພົບ​ພໍ້​ ກັບ​ເອກ​ອັກຄະ​ລັດ​ຖະທູດຣັດ​ເຊຍ ທີ່​ມີ​
ຂຶ້ນຢູ່​ຕຶກ Trump Tower ​ໃນ​ນະຄອນ​ນິວຢອກ ເມື່ອ​ເດືອນທັນວາ​ຜ່ານ​ມາ ກັບ​ລູກ
​ເຂີຍ​ຂອງ​ທ່ານ​ທຣຳ ທ່ານ Jared Kushner ​ແລະ​ທ່ານ Michael Flynn ທີ່​ປຶກສາ
​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ທີ່​ໄດ້​ຖືກ​ປົດອອກຈາກຕຳ​ແໜ່​ງ​ໄປ​ແລ້ວນັ້ນ.

ທ່ານ Flynn ​ໄດ້​ຖືກ​ປົດ ລຸນ​ຫລັງ​ທີ່​ໄດ້​ເຂົ້າຮັບ​ໜ້າ​ທີ່​ພຽງ 24 ມື້​ເທົ່າ​ນັ້ນ ​ເວລາ​ຂໍ້ມູນ
​ໄດ້​ປ​າກົດ​ອອກ​ມາ​ວ່າ ທ່ານ​ໄດ້​ຕົວ​ະພວກ​ເຈົ້າໜ້າ​ທີ່​ຂັ້ນສູງກ່ຽວ​ກັບ​ການ​ໂອ້​ລົມ​ຂອງ​
ທ່ານ ກັບ​ທ່ານ Kislyak.

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ​ນາງ Hope Hicks ກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມານີ້ວ່າ
ຈຸດປະສົງ​ໃນການ​ພົບ​ພໍ້ ​ທີ່ Trump Tower ກໍແມ່ນ​ເພື່ອ​ຈັດຕັ້ງການ​ຕິດຕໍ່ລະຫວ່າງ
​ລັດຖະບານ​ສະຫະລັດ​ທີ່​ພວມ​ຈະ​ເຂົ້າຮັບ​ໜ້າ​ທີ່ ​ແລະເອກ​ອັກຄະ​ລັດຖະທູດຣັດ​ເຊຍ.
ທ່ານ​ນາງ​ກ່າວ​ວ່າ ການ​ພົບ​ພໍ້​ແບບ​ນີ້​ແມ່ນ​ເປັນ​ເລື່ອງ​ທຳ​ມະ​ດາ​ແລະ​ກ່າວ​ຕື່ມ​ວ່າທ່ານ
Kushner ຍັງ​ໄດ້​ພົບ​ພໍ້​ກັບ​ພວກ​ຜູ້ຕາງໜ້າ​ຂອງ​ປະ​ເທ ອື່ນໆ​ອີກ 20 ກວ່າ​ປະ​ເທດ.

​ເມື່​ອມີ​ການ​ຖາມ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ເປັນ​ຫຍັງ​ການ​ພົບ​ພໍ້​ທີ່ Trump Tower ຈຶ່ງ​ຫາ
​ກໍ​ມີ​ການ​ເປີດ​ເຜີຍ ​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Sean Spicer ກ່າວວ່າ “ນີ້ບໍ່​ແມ່ນ
​ຄວາມ​ລັບ ມັນ​ເປັນ​ພຽງ​ແຕ່...ທີ່​ຈິງ​ແລ້ວ ຂ້່າພະ​ເຈົ້າກໍ​ບໍ່​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້ ​ແລະ​ດັ່ງນັ້ນ
ຂ້າພະ​ເຈົ້າຈຶ່ງ​ບໍ່​ຄິດ​ວ່າມີ​ຄົນ​ມອງ​ເຫັນ​ເປັນ​ເລື່ອງ​ທີ່​ສຳຄັນ​ເລີຍ. ບໍ່​ມີ​ການ​ຫາລື​ກ່ຽວ​ກັບ
​ນະ​ໂຍບາຍ​ໃດໆ.”

​ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ລາຍ​ງານ​ທີ່​ວ່າ ທ່ານ Kislyak ​ໄດ້​ຫລົບ​ພວກ​ນັກ​ຂ່າວ ​ໂດຍ​
ສັງ​ເກດ​ເຫັນ​ວ່າທ່ານ​ໄດ້​ໃຊ້​ທາງ​ເຂົ້າ​ Trump Tower ທີ່​ບໍ່​ມີ​ຄົນ​ເຫັນ​ຫຼາຍ ທ່ານ​ນາງ
Sarah Sanders ຊຶ່ງ​ເປັນຮອງ​ ຂອງ​ທ່ານ Spicer ​ເວົ້າ​ວ່າ ​ທ່ານນາງ​ກໍ​ບໍ່​ແນ່​ໃຈ​ວ່າ
​ນັ້ນ ​ເປັນ​ຄຳ​ຕອບ​ທີ່​ຖືກຕ້ອງ​ຫຼືບໍ່ ​ແຕ່​ກໍ​ຈະ​ເຂົ້າ​ໄປ​ສຶກສາເບິ່ງກ່ຽວ​ກັບເລື່ອງ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG