ເກົາຫລີໃຕ້ໄດ້ສົ່ງເຮືອບິນລົບຂອງຕົນບິນຂຶ້ນຢ່າງຮີບດ່ວນ ຫລັງຈາກເຮືອບິນທະຫານຈີນ ແລະຣັດເຊຍ ໄດ້ບິນເຂົ້າມາສູ່ເຂດລະບຸໂຕທາງອາກາດຂອງຕົນ (ADIZ) ຢູ່ທາງພາກໃຕ້ ແລະພາກຕາເວັນອອກຂອງແຫລມເກົາຫລີ ໃນວັນອັງຄານວານນີ້ ຊຶ່ງເຫດການດັ່ງກ່າວມີຂຶ້ນຫຼັງຈາກໄດ້ມີການປະເຊີນໜ້າກັນມໍ່ໆມານີ້ ລະຫວ່າງກຳລັງສະຫະລັດ ແລະຈີນຢູ່່ຊ່ອງແຄບໄຕ້ຫວັນ ແລະທະເລຈີນໃຕ້.
ກະຊວງປ້ອງກັນຂອງປະເທດຈີນ ໄດ້ກ່າວຢູ່ໃນຖະແຫລງການວ່າ ເຮືອບິນໄດ້ ບິນເຂົ້າໄປເຂດ ADIZ ຂອງໂຊລ ເພື່ອເຂົ້າຮ່ວມໃນການເຝິກຂ້ອມປະຈຳປີກັບ ຣັດເຊຍ ຢູ່ເທິງທະເລຍີ່ປຸ່ນ ແລະທະເລຈີນຕາເວັນອອກ ການເຝິກຊ້ອມຄັ້ງທີຫົກມີມານັບແຕ່ປີ 2019. ການຊ້ອມລົໍບເທື່ອຫລ້າສຸດໄດ້ເລີ້ມຂຶ້ນຫຼັງຈາກການຊ້ອມລົບຮ່ວມ ຂອງກອງທັບສະຫະລັດ ກັບໂຊລ.
ເຂດ ADIZ ຂອງເກົາຫລີໃຕ້ ບໍ່ແມ່ນພາກສ່ວນຂອງເຂດນ່ານຟ້າຂອງປະເທດ ເຖິງຢ່າງໃດກໍດີ ບໍ່ມີປະເທດໃດໄດ້ໃຫ້ຄຳເຕືອນວ່າ ເຮືອບິນຂອງຕົນໄດ້ເຂົ້າໄປສູ່ເຂດດັ່ງກ່າວ ອີງຕາມອົງການຂ່າວຢອນຮັບຂອງເກົາຫລີໃຕ້.
ການບິນລ່ວງລ້ຳໃນວັນອັງຄານ ມີຂຶ້ນຫຼັງຈາກການປະເຊີນໜ້າກັນໃນໄລຍະໃກ້ກ່ອນໜ້ານັ້ນ ກຳປັ່ນລົບຈີນໄດ້ແລ່ນເຂົ້າໄປໃກ້ ຢູ່ຕໍ່ໜ້າກຳປັ່ນພິຄາດສະຫະລັດ ທີ່ຊ່ອງແຄບໄຕ້ຫວັນໃນວັນອາທິດທີ່ຜ່ານມາ ແລະເຮືອບິນລົບຈີນໄດ້ບິນໃກ້ກັບເຮືອບິນທະຫານສະຫະລັດ ຢູ່ນ່ານຟ້າສາກົນເທິງທະເລຈີນໃຕ້ ໃນວັນທີ 6 ພຶຶດສະພາ. ເຈົ້າໜ້າທີ່ລັດຖະບານທ່ານໄບເດັນຄົນນຶ່ງ ໄດ້ໃຫ້ຂໍ້ສັງເກດເປັນໂຕຢ່າງຂອງການເພີ້ມທ່າທີ “ແບບຮຸກຮານ” ຂອງປັກກິ່ງ.