ອຸໂມງຢູໂຣບ ຊຶ່ງເປັນບໍລິສັດບໍລິຫານງານອຸໂມງລອດພື້ນທະເລ
ລະຫວ່າງຝຣັ່ງ ແລະອັງກິດ ກ່າວວ່າ ຕົນໄດ້ສະກັດກັ້ນ ອົບພະ
ຍົບຫລາຍກວ່າ 37,000 ຄົນທີ່ພະຍາຍາມລັກລອບຂ້າມແຕ່ທະ
ວີບຢູໂຣບໄປຫາອັງກິດ ຢ່າງຜິດກົດໝາຍ ນັບແຕ່ຕົ້ນປີກາຍນີ້ມາ.
ອຸໂມງຢູໂຣບ ໄດ້ປະກາດແຈ້ງຈຳນວນທັງໝົດ ໃນວັນພຸດມື້ນີ້ວ່າ
ໂດຍກ່າວວ່າ ຝຣັ່ງ ແລະອັງກິດ ຕ້ອງໄດ້ດຳເນີນງານຫລາຍຂື້ນ
ເພື່ອຊ່ວຍອຸໂມງຢູໂຣບ ຮັບມືກັບການເພີ້ມຂຶ້ນຂອງຊາວອົບພະ
ຍົບ ທີ່ຫລັ່ງໄຫລໄປສູ່ຂົງເຂດ.
ການປະກາດໄດ້ມີຂຶ້ນສອງຄືນ ຫລັງຈາກອົບພະຍົບຫລາຍເປັນ
ປະຫວັດການ ໄດ້ພະຍາຍາມເຂົ້າໄປໃນອຸໂມງດັ່ງກ່າວ.
ບັນດາເຈົ້າໜ້າທີ່ ທີ່ເມືອງທ່າ Calais ໃນພາກເໜືອຂອງປະເທດຝຣັ່ງ ກ່າວໃນວັນພຸດມື້ນີ້
ວ່າ ໃນຕອນກາງຄືນເຂົາເຈົ້າສາມາດນັບມີອົບພະຍົບອີກຈຸນຶ່ງ 1,500 ຄົນ ທີ່ໄດ້ພະຍາ
ຍາມລັກເຂົ້າໄປອຸໂມງຢູໂຣບ ໃນຄວາມຫວັງເພື່ອຈະໄປເຖິງອັງກິດ ໂດຍໄດ້ພົບເຫັນຢ່າງ
ໜ້ອຍນຶ່ງສົບ ທີ່ໄດ້ພະຍາຍາມແຕ່ບໍ່ສຳເລັດ. ການລັກ ລອບດັ່ງກ່າວ ມີຂຶ້ນຫລັງຈາກອົບ
ພະຍົບຫຼາຍເປັນປະຫວັດການ ໄດ້ພະຍາຍາມ ໃນຄືນວັນຈັນແລ້ວ ເວລາຕຳຫລວດໄດ້
ຂັບໄລ່ອົບພະຍົບຫຼາຍກວ່າ 2000 ຄົນ.
ຜູ້ທີ່ເສຍຊີວິດ ເຈົ້າໜ້າທີ່ຕຳຫລວດຝຣັ່ງລາຍງານຈາກ ຢູ່ໜ້າແວັບໄຊທ໌ ວ່າເປັນຜູ້ຊາຍ
ຊາວຊູດານອາຍຸລະຫວ່າງ 25 ຫາ 30 ປີທີ່ອາດຖືກລົດບັນທຸກຕຳຕາຍ.
ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ຊຶ່ງໃນປັດຈຸບັນກຳລັງ ຢ້ຽມຢາມສິງ
ກະໂປ ກ່າວໃນວັນພຸດມື້ນີ້ວ່າ ອັງກິດກຳລັງປະຕິບັດທຸກວິທາງທີ່ສາມາດເຮັດໄດ້ໂດຍຮ່ວມ
ມືກັບຝຣັ່ງເພື່ອປ້ອງກັນບໍ່ໃຫ້ເກີດເຫດການວຸ້ນວາຍ ຢູ່ອຸໂມງຢູໂຣບ ບ່ອນທີ່ອົບພະຍົບໄດ້
ເຕົ້າໂຮມກັນເປັນເວລາຫົກອາທິດທີ່ຜ່ານມາ ເພື່ອພະຍາຍາມລັກລອບຂ້າມແຕ່ຝຣັ່ງເຂົ້າ
ໄປສູ່ອັງກິດ. ອົບພະຍົບແປດຄົນ ມີລາຍງານວ່າ ເສຍຊີວິດຢູ່ທີ່ອຸໂມງຢູໂຣບ ນັບແຕ່ກາງ
ເດືອນມິຖຸນາ.