ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຍົາວະຊົນລາວ ເຂົ້າໄປມີສ່ວນ ໃນການຕັ້ງ ແກ້ງຄ້າຢາເສບຕິດ ຫຼາຍຂຶ້ນນັບມື້


ຊາວໜຸ່ມລາວ ທີ່ຖືກຈັບໄດ້ຍ້ອນມີສ່ວນກ່ຽວຂ້ອງກັບແກ້ງ ເພື່ອຄ້າຢາເສບຕິດ ທີ່ມີເຄືອຂ່າຍຢູ່ທັງພາຍໃນລາວ ແລະຕ່າງປະເທດ
ຊາວໜຸ່ມລາວ ທີ່ຖືກຈັບໄດ້ຍ້ອນມີສ່ວນກ່ຽວຂ້ອງກັບແກ້ງ ເພື່ອຄ້າຢາເສບຕິດ ທີ່ມີເຄືອຂ່າຍຢູ່ທັງພາຍໃນລາວ ແລະຕ່າງປະເທດ

ແກນນຳສູນກາງຊາວໜຸ່ມປະຕິວັດ ຍອມຮັບວ່າ ເຍົາວະຊົນລາວ ໄດ້ເຂົ້າໄປມີສ່ວນ
ໃນອາຊະຍາກຳຕ່າງໆຫຼາຍຂຶ້ນ ໂດຍສະເພາະແມ່ນການຕັ້ງແກ້ງ ເພື່ອຄ້າຢາເສບຕິດ
ທີ່ມີເຄືອຂ່າຍທັງພາຍໃນລາວ ແລະຕ່າງປະເທດ.

ທ່ານອະລຸນໄຊ ສູນນະລາດ ຮອງເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ໃຫ້ການ
ຍອມຮັບວ່າ ປາກົດການຫຍໍ້ທໍ້ທາງສັງຄົມໃນລາວ ທີ່ເປັນບັນຫາໄພສັງຄົມ ທີ່ມີລະດັບ
ຄວາມຮຸນແຮງຫຼາຍຂຶ້ນນັບມື້ ນັ້ນ ໃນດ້ານນຶ່ງ ຍ່ອມບໍ່ສາມາດປະຕິເສດໄດ້ເລີຍວ່າ
ມີເຍົາວະຊົນລາວ ເຂົ້າໄປມີສ່ວນກ່ຽວຂ້ອງໃນບັນຫາ ຫຼາຍຂຶ້ນນັບມື້ດ້ວຍເຊັ່ນກັນ
ໂດຍສະເພາະ ແມ່ນການເຂົ້າໄປມີສ່ວນກ່ຽວຂ້ອງ ໃນການກໍ່ອາຊະຍາກຳ ທີ່ກ່ຽວຂ້ອງ
ກັບການລັກລອບຄ້າຢາເສບຕິດ ອັນເປັນສາເຫດທີ່ນຳໄປສູ່ອາຊະຍາກຳອື່ນໆ ທີ່ກ່ຽວ
ພັນກັນອີກດ້ວຍ ດັ່ງທີ່ ທ່ານອະລຸນໄຊ ໄດ້ໃຫ້ການຢືນຢັນວ່າ:

“ຊາວໜຸ່ມພວກເຮົາ ສ່ວນຫຼາຍແມ່ນຕົກເປັນເຫຍື່ອຂອງປາກົດການຫຍໍ້ທໍ້ ນັບ
ແຕ່ າກົດການຫຍໍ້ທໍ້ ສັງຄົມອອນລາຍ ບັນຫາຢາເສບຕິດ ການຄ້າມະນຸດ ຫຼືວ່າ
ອຸບັດຕິເຫດຕາມທ້ອງຖະໜົນ ເມົາແລ້ວຂັບ ໂດຍສະເພາະ ບັນຫາປາກົດການ
ດ້ານຢາເສບຕິດ ບັນຫາປາກົດການອຸບັດຕິເຫດຕາມທ້ອງຖະໜົນ ເພາະຖ້າຫາກ
ຊາວໜຸ່ມພວກເຮົາ ຕົກເປັນເຫຍື່ອຂອງບັນດາປາກົດການຫຍໍ້ທໍ້ຫຼາຍເທົ່າໃດ ກໍ
ເຮັດໃຫ້ເປັນອຸປະສັກ ຕໍ່ການພັດທະນາປະເທດຊາດເທົ່ານັ້ນ ແລະຍິ່ງໄປກວ່າ
ນັ້ນ ມັນຍັງແຕະຕ້ອງເຖິງຄວາມໝັ້ນຄົງຂອງປະເທດຊາດອີກດ້ວຍ.”

ພວກສະມາຊິກ ແກ້ງຄ້າຢາເສບຕິດ ທີ່ທາງການລາວ ແລະໄທ ສາມາດທັບມ້າງ ແລະຈັບກຸມມາລົງໂທດ ຕາມກົດໝາຍ
ພວກສະມາຊິກ ແກ້ງຄ້າຢາເສບຕິດ ທີ່ທາງການລາວ ແລະໄທ ສາມາດທັບມ້າງ ແລະຈັບກຸມມາລົງໂທດ ຕາມກົດໝາຍ

ທາງດ້ານພັນໂທ ຄຳຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່ ສັງກັດໃນກອງກຳ
ລັງປ້ອງກັນຄວາມສະຫງົບ ໃນນະຄອນວຽງຈັນ ຢືນຢັນວ່າ ເຍົາວະຊົນລາວ ໄດ້ເຂົ້າໄປ
ກ່ຽວຂ້ອງໃນອາຊະຍາກຳຕ່າງໆ ຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນ ການຕັ້ງເປັນກຸ່ມ
ແກ້ງມົ້ວສຸມເສບຢາ ແລະລັກລອບຄ້າຢາເສບຕິດນັ້ນ ນັບເປັນບັນຫາຫຍໍ້ທໍ້ທາງສັງຄົມ
ທີ່ມີລະດັບຄວາມຮຸນແຮງເພີ່ມຂຶ້ນນັບມື້ ໃນນະຄອນວຽງຈັນ.

ກ່ອນໜ້ານີ້ ກໍມີລາຍງານວ່າທາງການຈີນ ໄດ້ຕົກລົງໃຫ້ການຊ່ວຍເຫຼືອທາງການລາວ
ໃນການສ້າງຕັ້ງສູນປູກຈິດສຳນຶກດ້ານເທັກໂນໂລຈີ ທີ່ທັນສະໄໝ ສຳລັບເຍົາວະຊົນ
ລາວ ເມື່ອບໍ່ນານມານີ້ ໂດຍຈະກໍ່ສ້າງອາຄານ ແລະຕິດຕັ້ງສິ່ງອຳນວຍຄວາມສະດວກ
ຕ່າງໆ ຢ່າງຄົບຊຸດ ຄິດເປັນມູນຄ່າການຊ່ວຍເຫຼືອເຖິງ 10 ລ້ານໂດລາ ໂດຍໂຕອາຄານ
ຈະຕັ້ງຢູ່ຕໍ່ໜ້າພິພິທະພັນ ແລະຮູບຫລໍ່ຂອງທ່ານໄກສອນ ພົມວິຫານ ໃນເຂດນະຄອນ
ວຽງຈັນ ເພື່ອເສີມສ້າງບົດບາດຂອງເຍົາວະຊົນ ທີ່ມີຕໍ່ສັງຄົມລາວ ດ້ວຍການຈັດກິດ
ຈະກຳຕ່າງໆ ທີ່ແນໃສ່ການປູກຈິດສຳນຶກໃຫ້ເຍົາວະຊົນລາວ ຕໍ່ຕ້ານຢາເສບຕິດ ທັງນີ້
ໂດຍຈາກການສຳຫຼວດກ່ຽວກັບສະພາວະການຊົມໃຊ້ຢາເສບຕິດໃນລາວ ພົບວ່າ
ມີເຍົາວະຊົນລາວ ຫຼາຍກວ່າ 4 ແສນຄົນ ທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະ
ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດໃນປັດຈຸບັນ.

ເຈົ້າໜ້າທີີ່ຂັ້ນນຳຂອງລາວ ກວດເບິ່ງ ຢາເສບຕິດ ຈຳນວນນຶ່ງ ທີ່ທາງການສາມາດຢຶດມາໄດ້ ຈາກພວກແກ້ງຄ້າຢາເສບຕິດ
ເຈົ້າໜ້າທີີ່ຂັ້ນນຳຂອງລາວ ກວດເບິ່ງ ຢາເສບຕິດ ຈຳນວນນຶ່ງ ທີ່ທາງການສາມາດຢຶດມາໄດ້ ຈາກພວກແກ້ງຄ້າຢາເສບຕິດ

ສ່ວນ ພົນຕີ ສິນລະວົງ ໄຊຍະກອນ ລັດຖະມົນຕີ ຊ່ວຍວ່າການ ກະຊວງປ້ອງກັນ
ຄວາມສະຫງົບ ຖະແຫລງຢືນຢັນວ່າ ໃນຮອບ 1 ປີຜ່ານມາ ສາມາດດຳເນີນຄະດີຢາ
ເສບຕິດໄດ້ 2,508 ລາຍ ໃນນີ້ຈັບກຸມຜູ້ຕ້ອງຫາທີ່ລັກລອບຄ້າຢາເສບຕິດໄດ້ 3,700
ກວ່າຄົນ ລວມຜູ້ຕ້ອງຫາເພດຍິງ 558 ຄົນ ແລະທຽບໃສ່ປີກ່ອນ ກໍປາກົດວ່າ ການດຳ
ເນີນຄະດີຢາເສບຕິດ ເພີ່ມຂຶ້ນຈາກເດີມເຖິງ 250 ຄະດີ.

ສ່ວນຂອງກາງທີ່ຢຶດໄດ້ຈາກການກຸມຈັບນັ້ນ ປະກອບດ້ວຍ ຢາບ້າ 1,862.87 ກິໂລ
ກຣາມ ເຮໂຣອິນ 188.39 ກິໂລກຣາມ ຢາໄອຊ໌ 144.66 ກິໂລກຣາມ ກັນຊາແຫ້ງ
425.46 ກິໂລກຣາມ ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6,831.16 ກິໂລກຣາມ
ແກ່ນຝິ່ນ 25 ກິໂລກຣາມ ເຄື່ອງອັດຢາບ້າ 7 ເຄື່ອງ ເຄື່ອງອົບຢາບ້າ 1 ເຄື່ອງ, ເຄື່ອງ
ຂົ້ວຢາບ້າ 3 ເຄື່ອງ ເຄື່ອງບົດຢາບ້າ 1 ເຄື່ອງ ຫົວເຊື້ອນ້ຳຫອມ 560 ຊຸດ ລົດຍົນ
97 ຄັນ ລົດຈັກ 136 ຄັນ ແລະອື່ນໆອີກຈຳນວນນຶ່ງ.

ນອກຈາກນັ້ນ ທາງການຕຳຫຼວດລາວ ຍັງສາມາດມ້າງແກ້ງຄ້າຢາເສບຕິດລາຍໃຫຍ່
ໄດ້ 5 ແກ້ງ ແລະຈັບກຸ່ມຜູ້ຕ້ອງຫາໄດ້ 33 ຄົນ ໃນນີ້ລວມເຖິງຜູ້ຕ້ອງຫາ 5 ຄົນ ທີ່ເປັນ
ສະມາຊິກແກ້ງຂອງ ທ້າວໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດ ລາຍໃຫຍ່ທີ່ຖືກ
ຕຳຫຼວດໄທ ຈັບກຸມໂຕໄດ້ໃນວັນທີ 19 ມັງກອນ 2017.

XS
SM
MD
LG