ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວຮ້ອງຂໍຄວາມ ຊ່ວຍເຫລືອຈາກສະພາແຫ່ງຊາດ ຫລາຍຂື້ນ


ຜູ້ແທນສະພາແຫ່ງຊາດ ກົດຜຸ່ມລົງຄະແນນສຽງ ໃນກອງປະຊຸມ
ຜູ້ແທນສະພາແຫ່ງຊາດ ກົດຜຸ່ມລົງຄະແນນສຽງ ໃນກອງປະຊຸມ

ຮອງ​ປະ​ທານ​ສະພາ​ແຫ່​ງຊາດ​ລາວ​ຍອມຮັບ​ວ່າ ມີ​ປະຊາຊົນ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ ສະພາ​ແຫ່ງ​ຊາດ​ຫລາຍ​ຂື້ນ​ນັບ​ມື້ ​ໃນ​ຂະນະ​ທີ່​ແກນ​ນຳ​ຂອງ ປະຊາ​ຊົນ​ທີ່​ມີ​ສ່ວນ​ໃນ​ການ​ຮຽກຮ້ອງ ​ກັບ​ໄດ້​ຢືນຢັນ​ວ່າ​ ມີ​ກໍລະນີ​ທີ່​ໄດ້​ຮັບ​ການ​ຕອບ​ສະໜອງ​ຫລື​ແກ້​ໄຂບັນຫາ​ພຽງ​ສ່ວນ​ນ້ອຍ​ເທົ່າ​ນັ້ນ.

ທ່ານ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະ​ທານ​ສະພາ​ແຫ່​ງຊາດ​ລາວ ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ​ໃນ​ຕະຫລອດ​ໄລຍະ​ຂອງ​ການ​ປະຊຸມ​ສະ​ໄມ​ສາມັນ​ຄັ້ງ​ທີ່ 9 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ ຊຸ​ດທີ່ 6 ຊຶ່ງ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ເປັນ ທາງ​ການ​ໃນ​ວັນ​ທີ່ 30 ມີ​ຖຸນາ​ນີ້ ປາກົດ​ວ່າ​ມີ​ປະຊາຊົນ​ລາວ​ທີ່​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ເພື່ອ​ຂໍ​ໃຫ້​ສະພາ​ແຫ່ງ ຊາດ​ລາວ​ ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆ​ໃນ​ສັງຄົມ​ລາວ​ ຈຳນວນ​ຫລາຍ​ກວ່າ 200 ກໍລະ​ນີ.

ໂດຍ​ຈາກ​ການ​ຮຽກຮ້ອງ​ດັ່ງກ່າວ​ຂອງ​ປະຊາ​ຊົນ​ລາວ​ນັ້ນ ກໍ​ປາກົດ​ວ່າ​ສ່ວນ​ໃຫຍ່​ເປັນ​ການ​ຮຽກຮ້ອງ​ຂໍ​ໃຫ້​ມີ​ການ ດຳ​ເນີນ​ມາດ​ຕະການ​ປ້ອງ​ກັນ ​ແລະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ວົງ​ການ​ລັດຖະບານ​ລາວ​ໃຫ້​ມີ​ປະສິດທິ ພາບ ​ແລະ​ໃຫ້​ມີ​ການ​ລົງ​ໂທດ​ພະນັກງານ​ຂອງລັດຖະບານ​ ທີ່​ໄດ້​ກະທຳ​ຄວາມ​ຜິດ​ຢ່າງ​ແທ້​ຈິງ​ໂດຍ​ບໍ່​ມີ​ການ​ຍົກ ​ເວັ້ນຫລື​ເລືອກ​ປະຕິບັດ​ຢ່າງ​ເດັດ​ຂາດ. ນອກຈາກ​ນັ້ນ​ ປະຊາຊົນ​ທີ່​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ເຖິງ​ສະພາ​ແຫ່ງ​ຊາດລາວ​ໃນ​ຄັ້ງ​ນີ້ ກໍ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ລັດ​ຖະບານ​ລາວ​ ດຳ​ເນີນ​ການ​ບໍລິຫານ​ປະ​ເທດ​ໃນ​ທຸກໆດ້ານ​ຢ່າງ​ໂປ່​ງ​ໃສ ມີ​ການ​ນຳ​ໃຊ້​ງົບປະມານ​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ປາດ​ສະ​ຈາກ​ການ​ຮົ່ວ​ໄຫລ ມີ​ການ​ສຶກສາປ້ອງ ກັນ​ບັນຫາ​ຜົນ​ກະທົບ​ຕໍ່​ສັງຄົມ ​ແລະ​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ຄັກ​ແນ່​ ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ອະນຸມັດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ ​ແລະ​ຄວບ​ຄຸມ​ກວດກາ​ການ​ນຳ​ໃຊ້​ຊັບ​ສິນ​ຂອງ​ລັດຖະບານ​ຢ່າງ​ຖືກ ຕ້ອງຕາ​ມກົດໝາຍ​ຢ່າງ​ເຂັ້ມ​ງວດ.

ພ້ອມ​ກັນ​ນີ້ ທ່ານ ​ໄຊ​ສົມ​ພອນ ກໍ​ຍັງ​ໄດ້​ຖະ​ແຫລ​ງຍອມຮັບ​ດ້ວຍ​ວ່າ ​ປະຊາຊົນ​ລາວ​ໄດ້​ສະ​ແດງ​ການ​ຮຽກຮ້ອງ ດັ່ງກ່າວ​ເຖິງ​ສະພາ​ແຫ່ງ​ຊາດ​ລາວ​ເພີ່ມ​ຫລາຍ​ຂື້ນ​ນັບ​ມື້ ​ໂດຍ​ໃນ​ຕະຫລອດ​ໄລ​ຍະ 1 ປີ​ທີ່​ຜ່ານ​ມາ​ນີ້​ກໍ​ປາກົດ​ວ່າ ມີ​ປະຊາ​ຊົນ​ລາວ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ເຖິງ​ສະພາ​ແຫ່ງ​ຊາດ​ ແລະ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​ສ​ະ​ເໜີ​ຕໍ່​ໄປ​ຍັງ​ລັດ ຖະບານຫລາຍ​ກວ່າ 400 ກໍລະນີ ຫາກ​ແຕ່​ກໍ​ໄດ້​ຮັບ​ການ​ແກ້​ໄຂ​ພຽງ​ແຕ່ 191 ກໍລະນີ​ເທົ່າ​ນັ້ນ​ຈົນ​ເຖິງ​ທຸກ​ມື້​ນີ້

ໂດຍ​ການ​ຖະ​ແຫລງດັ່ງກ່າວ​ນີ້​ຂອງ​ທ່ານ ​ໄຊ​ສົມ​ພອນ ກໍ​ນັບ​ວ່າ​ສອດຄ່ອງ​ກັນ​ກັບ​ການ​ໃຫ້​ທັດສະນະ​ຂອງ​ແກນ ນຳ​ປະຊາຊົນ​ລາວ​ທ່ານ​ນ່ຶງ​ທີ່​ມີ​ສ່ວນ​ຢ່າງ​ສຳຄັນ​ໃນ​ການສະ​ແດງ​ການ​ຮຽກຮ້ອງ​ຕໍ່​ສະພາ​ແຫ່​ງຊາດ ​ແລະ​ໄດ້​ຕິດ ຕາມ​ຜົນ​ການ​ປະຕິບັດ​ງານ​ຂອງ​ລັດຖະບານ​ລາວ​ມາ​ຢ່າງ​ຕໍ່​ເນຶ່ອງ ຊຶ່ງ​ທ່ານ​ໄດ້​ໃຫ້ການ​ຢືນຢັນ​ໃນ​ຕອນ​ນຶ່ງ​ວ່າ:

“ບັນດາ​ຂໍ້​ຂັດຂ້ອງ​ໝອງ​ໃຈ​ຫລື​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ນັ້ນ ກໍ​ມີ​ຫລາຍ​ບັນຫາ ​ເຊັ່ນ​ວ່າ ບັນຫາ​ເສັ້ນທາງ ບັນຫານ້ຳລິນ ບັນຫາ​ໂຮງໝໍ ບັນຫາ​ໂຮງຮຽນ ຫລື​ວ່າ​ອື່ນໆ ​ແຕ່​ພາຍຫລັງ​ຈາກ​ທີ່​ພວກ​ເຮົາ​ໄດ້​ແຈ້ງສະ​ເໜີ​ໃຫ້​ທາງ​ຫ້ອງການ​ວ່າ​ການໄດ້​ຮັບ​ຊາບຕໍ່​ຄຳ​ຮ້ອງ​ຂໍ​ຂອງ​ປະຊາຊົນ​ແລ້ວ​ນີ້​ກໍ​ບໍ່​ທັນ​ເຫັນ​ວ່າ​ໄດ້​ມີ​ການ​ຍົກ​ບັນຫາ​ເຫລົ່າ​ນີ້​ຂື້ນ​ມາ​ແຕ່​ຢ່າງ​ໃດ ​ແລະ​ອີກ​ບັນຫາ​ນຶ່ງ​ກໍ​ຄື​ພວກ​ເຮົາ​ໄດ້​ນຳ​ເອົາ​ຄວາມ​ຄິດ​ຄວາມ​ເຫັນ​ຕ່າງໆ​ເຫ​ລົ່ານີ້​ສະ​ເໜີ​ຕໍ່​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ ​ແຕ່​ໃນ​ຄວາມ​ຈິງ​ແລ້ວ ​ການ​ແກ້​ໄຂ​ຫລື​ການ​ສະໜອງ​ຕອບ​ນັ້ນ​ກັບ​ບໍ່​ມີ​ການ​ຕອບ ສະໜອງເກີດ​ຂື້ນ​ເລີຍ ​ເວັ້ນ​ໄວ້​ແຕ່​ໂຄງການ​ຈຳນວນ​ນຶ່ງທີ່​ເປັນຄວາ​ມຊ່ວຍ​ເຫ​ລື​ອຈາກ​ພາຍ​ນອກ​ເທົ່າ​ນັ້ນ ທີ່​ພໍ​ຈະໄດ້​ແດ່​ໜ້ອຍ​ນຶ່ງ”

ກ່ອນ​ໜ້າ​ນີ້ ທ່ານ​ທອງ​ສິງ ທຳ​ມະ​ວົງ ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ຖະ​ແຫລ​ງວ່າ​ບັນຫາ​ທີ່​ປະ​ຊາ​ຊົນ​ລາວ ​ໄດ້​ພາກັນ​ຮ້ອງ​ຮຽນ​ມາ​ເຖິງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫລາຍ​ທີ່​ສຸດແລະ​ກໍ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ດຳ​ເນີນ​ ມາດ​ຕະການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ​ໄປ​ແລ້​ວນັ້ນ ກໍ​ຄື​ບັນຫາ​ແລ​ະຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ​ທຳ​ກິນ ​ເນຶ່ອງຈາກ​ວ່າ​ໃນປັດຈຸບັນ​ນີ້​ຍັງ​ມີ​ປະຊາຊົນ​ລາວ​ອີກ​ຈຳນວນ​ບໍ່​ໜ້ອຍ​ທີ່​ບໍ່​ມີ​ທີ່​ດິນ​ທຳ​ກິນ ສ່ວນ​ປະຊາຊົນ​ລາວ​ທີ່​ມີ​ທີ່​ດິນ​ທຳ​ກິນ​ແລ້ວນັ້ນ​ກັບ​ຕ້ອງ​ປະສົບ​ບັນຫາ​ເຂດ​ສຳ​ປະທານ​ທີ່​ດິນ​ຂອງ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ​ໄດ້​ໄປ​ກວມ​ເອົາ​ທີ່​ດິນ​ຂອງພວກ​ເຂົາ​ເຈົ້າ. ນອກຈາກ​ນີ້ ທ່ານ​ທອງ​ສິງ ກໍ​ໄດ້​ສະ​ແດງ​ຄວາມ​ກັງວົນ​ໃຈ​ຕໍ່​ສະພາບ​ການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ພື້ນ​ທີ່​ການ​ກະ​ເສດ​ໄປ​ເປັນ​ເຂດ​ທີ່ຢູ່​ອາ​ໃສ​ແລະ​ເຂດ​ອຸດ​ສາ​ຫະກຳ​ຕ່າງໆທີ່​ເພີ່ມ​ຫລາຍ​ຂື້ນ​ນັບ​ມື້ໂດຍ​ບໍ່​ມີການ​ຄວບ​ຄຸມ ຊຶ່ງ​ກໍ​ຈະ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃນໄລຍະ​ຕໍ່​ໄປ​ຢ່າງ​ຫລີກ​ລ່ຽງບໍ່​ໄດ້.

XS
SM
MD
LG