ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ລາງ​ລົດ​ໄຟ ​ກ່າວ​ວ່າ ອາ​ຫານ​ປະ​ເພດ​ເມັດ ໄດ້​ໄປ​ຮອດທ່າ​ເຮືອ​ທະ​ເລ​ດຳ​ຂອງ ຢູ​ເຄ​ຣນ ຫຼາຍກວ່າ​ເກົ່າ


ຊາວ​ນາ​ຄົນ​ນຶ່ງ​ຖື​ເມັດ​ເຂົ້າ​ສາ​ລີ​ຢູ່​ສາງ​ໃນ​ນາ​ເອ​ກະ​ຊົນ​ແຫ່ງ​ນຶ່ງ​ໃນ​ເມືອງ ຊູ​ຣິບ​ກາ, ພາກ​ພື້ນ ກີ​ຢິບ, ຢູ​ເຄ​ຣນ, 10 ສິງ​ຫາ 2023.
ຊາວ​ນາ​ຄົນ​ນຶ່ງ​ຖື​ເມັດ​ເຂົ້າ​ສາ​ລີ​ຢູ່​ສາງ​ໃນ​ນາ​ເອ​ກະ​ຊົນ​ແຫ່ງ​ນຶ່ງ​ໃນ​ເມືອງ ຊູ​ຣິບ​ກາ, ພາກ​ພື້ນ ກີ​ຢິບ, ຢູ​ເຄ​ຣນ, 10 ສິງ​ຫາ 2023.

ຈຳ​ນວນ​ຂອງ​ຕູ້ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ທີ່​ມຸ່ງ​ໜ້າ​ໄປ​ສູ່​ທ່າ​ເຮືອ​ໃນ​ພາກ​ພື້ນ ໂອ​ເດ​ຊາ ຂອງ ຢູ​ເຄ​ຣນ ແມ່ນ​ໄດ້​ສືບ​ຕໍ່​ທີ່​ຈະ​ເພີ່ມ​ຂຶ້ນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ຍ້ອນ​ການ​ປະ​ຕິ​ບັດ​ການ​ທີ່​ປະ​ສົບ​ຄວາມ​ສຳ​ເລັດຂອງ​ເສັ້ນ​ທາງ​ການ​ສົ່ງ​ອອກ​ທະ​ເລ​ດຳ ທີ່​ເປັນທາງ​ເລືອກ​ອີກວິ​ທີ​ນຶ່ງ, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ທາງ​ລົດ​ໄຟ ​ເມື່ອ​ແລງວັນ​ພະ​ຫັດ​ວານນີ້.

ທ່ານນາງ ວ​າ​ເລ​ຣີ ກາ​ຊັອບ, ຮອງ​ຜູ້​ອຳ​ນວຍ​ການ​ຂອງ​ພະ​ແນກ​ການ​ຄ້າ​ຢູ່​ບໍ​ລິ​ສັດ​ລົດ​ໄຟ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ເຟ​ສ​ບຸກວ່າ ໃນ​ອາ​ທິດ​ທີ່​ຜ່ານ​ມາ ​ຈຳ​ນວນ​ຂອງຕູ້​ລົດ​ໄຟ​ທີ່​ບັນ​ຈຸ​ອາ​ຫານ​ປະ​ເພດ​ເມັດ ທີ່​ມຸ່ງ​ໜ້າ​ໄປ​ສູ່​ທ່າ​ເຮືອ ໂອ​ເດ​ຊາ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 26 ເປີ​ເຊັນ ເປັນ 5,341 ຕູ້ ຈາກ 4,227 ຕູ້.

ທ່ານນາງ​ໄດ້​ກ່າວ​ວ່າ​ຕູ້​ລົດ​ໄຟ​ຫຼາຍ​ຖິງ 970 ຕູ້​ແມ່ນ​ຖືກ​ຂົນ​ອອກ​ຢູ່​ສາງ​ເກັບ​ເຂົ້າຂອງ​ທ່າ​ເຮືອ​ໃນ​ທຸກມື້.

ນຶ່ງ​ອາ​ທິດ​ກ່ອນ​ໜ້າ​ນັ້ນ​ ຈຳ​ນວນ​ຂອງ​ຕູ້​ລົດ​ໄຟ​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 50 ເປີ​ເຊັນ.

ໃນເດືອນ ສິງຫານ ຢູເຄຣນ ໄດ້ລິເລີ້ມ “ເສັ້ນທາງດ້ານມະນຸດສະທຳ” ສຳລັບກຳປັ່ນຂົນສົ່ງທີ່ມຸ້ງໜ້າໄປຍັງ ອາຟຣິກາ ແລະຕະຫຼາດຕ່າງໆຂອງເອເຊຍ ເພື່ອພະຍາຍາມແລ່ນອ້ອມການປິດລ້ອມທ່າເຮືອທະເລດຳທີ່ເປັນຢູ່ໃນປັດຈຸບັນຫຼັງຈາກຣັດເຊຍ ຍົກເລີກຂໍ້ຕົກລົງທີ່ໄດ້ຮັບປະກັນການສົ່ງອອກສູ່ທະເລຂອງຢູເຄຣນ ໃນລະຫວ່າງ ສົງຄາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG