ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມພະຍາຍາມ ເພື່ອປັບປຸງ ປະກັນໄພ ສຸຂະພາບ ພັກຣິພັບບລິກັນ ລົ້ມແຫຼວອີກ


ສະມາຊິກສະພາສູງ ພັກຣິພັບບລິກັນ ທ່ານ Mike Lee ຈາກລັດ Utah.
ສະມາຊິກສະພາສູງ ພັກຣິພັບບລິກັນ ທ່ານ Mike Lee ຈາກລັດ Utah.

ຄວາມ​ພະຍາຍາມ​ເທື່ອ​ສຸດ​ທ້າຍ​ຂອງ​ພັກຣີພັບ​ບລິ​ກັນ ທີ່​ຈະ​ປັບປຸງ​ລະບົບ​ປະກັນ​ໄພ​
ສຸຂະພາບ​ຂອງສະຫະລັດ​ໄດ້ປະສົບກັບ​ຄວາມ​ລົ້ມ​ແຫລວ ​ໃນວັນ​ຈັນ​ວານ​ນີ້ ​ໂດຍ​ທີ່​
ສະ​ມາ​ຊິກ​ສະພາ​ສູງພັກຣີ​ພັບ​ບລິ​ກັນ​ອີກ​ສອງ​ຄົນ ກ່າວ​ວ່າ​ ເຂົ້າ​ເຈົ້າ​ຈະ​ບໍ່ໃຫ້ການ​ສະໜັບສະໜູນຕໍ່​ຮ່າງ​ກົດໝາຍ ທີ່​ໄດ້​ເປີດ​ເຜີຍ​ໃນ​ອາທິດ​ແລ້ວ​ນີ້​ໂດຍ ຜູ້ນຳ​ສຽງສ່ວນ
​ຫລາຍ ​ໃນສະພາ​ສູງ ທ່ານ Mitch McConnell.

​ສະມາຊິກ​ສະພາ​ສູງ Jerry Moran ຈາກ​ລັດ Kansas ​ແລະ​ Mike Lee ຈາກ​ລັດ
Utah ຕ່າງ​ກໍ​ໄດ້​ອອກ​ຖະ​ແຫລ​ງການ ໃນ​ຕອນແລງ​ວັນ​ຈັນວານ​ນີ້ບັນ​ລະ​ຍາຍເຖິງ​
ຮ່າງກົດໝາຍ​ນີ້ວ່າ ບໍ່​ສາມາດທີ່​ຈະ​ລົງ​ເລິກ​ພຽງພໍໃນ​ການ​ຍົກເລີກ ກົດໝາຍ​ທີ່​ມີ​ຢູ່​ໃນ

ປັດຈຸບັນ ທີ່​ໄດ້​ຮັບ​ການສະໜັບສະ​ໜູນ​ໂດຍ​ອະດີດ​ປະ ທານາທິບໍດີ Barack
Obama ​ແລະບໍ່ໄດ້​ດຳ​ເນີນ​ການຢ່າງ​ພຽງພໍ ​ເພື່ອຄວບ​ຄຸ​ມຄ່າ​ໃຊ້​ຈ່າຍ​ທີ່​ສູງ​ຂຶ້ນນັ້ນ.

ສະມາຊິກ​ພັກຣີພັບ​ບລິ​ກັນ​ຄົນອື່ນໆ ​ໄດ້​ຄັດ​ຄ້ານຄວາມ​ພະຍາຍາມທີ່​ຈະ​ປັບປຸງໃໝ່

ກໍ​ເພາະມີ​ຄວາ​ມ​ເປັນ​ຫ່ວງວ່າ ມັນ​ອາດ​ຈະ​ຕັດ​ປະກັນ​ໄພ​ສຸຂະພາບ​ສຳລັບ​ປະຊາຊົນ
​ຫລາຍ​ລ້ານ​ຄົນ ​ໂດຍ​ສະ​ເພາະ ພວກ​ທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງພຽງ​ເລັກນ້ອຍພາຍ​ໃຕ້​
ໂຄງການ​ປິ່ນປົວສຸຂະ​ພາບ​ຂອງ​ລັດຖະບານ ​ສຳລັບ​ຊາວ​ອາ​ເມຣິ ກັນຜູ້​ທຸກ​ຈົນ ທີ່​ຮູ້​
ກັນໃນ​ຊື່ Medicaid.

ຄວາມ​ລົ້ມ​ແຫລວ​ດັ່ງກ່າວ​ແມ່ນ​ເປັນເ​ທື່ອທີ​ສອງ ​ໃນໄລະຍະ​ສອງ​ເດືອນທີ່​ຜ່ານ​ມາ
ສຳລັບທ່ານ McConnell ຜູ້​ທີ່​ໄດ້​ຍົກ​ເລີກ ​ການ​ລົງ​ຄະ​ແນນ​ສຽງກ່ອນ​ໜ້ານີ້ ໃນ
​ເດືອນ​ມິຖຸນາຜ່ານ​ມາ ເວລາການປະລາ​ໄຊແມ່ນ​ຫລີ​ກລ່ຽງບໍ່​ໄດ້. ສະມາຊິກ​ພັກ
ຣີພັບ​ບລິ​ກັນມີ​ສຽງ​ສ່ວນ​ຫລາຍ 52 ຕໍ່ 48 ​ຢູ່​ໃນ​ສະພາ​ສູງ ​ແລະ​ພ້ອມ​ດ້ວຍ​ສະມາ
ຊິກ​ພັກ​ເດ​ໂມ​ແຄຣັດທັງ​ໝົດ ​ຄັດຄ້ານ​ຕໍ່​ຮ່າງ​ກົດໝາຍ​ນີ້ ສະມາຊິກ​ພັກຣີພັບ​ບລິ​ກັນ​
ຈຶ່ງ​ມີ​ບ່ອນ​ແຕ່​ພຽງ​ເລັກ​ນ້ອຍ ສຳລັບ​ຜູຸ້ທີ່​ຈະ​ໂຕນ​ພັກ.

ປະທາ​ນາ​ທິບໍດີ​ດໍໂນ​ລ ທຣໍາ ​ທີ່​ໄດ້​ຮ້ອງຂໍ​ຊໍ້າ​ແລ້ວ​ຊໍ້າ​ອີກ​ໃຫ້​ຍົກ​ເລີກ ​ແລະ​ທົດ​ແທນ
ກົດໝາຍ ການ​ປິ່ນປົວ​ສຸຂະພາບ​ລາຄາ​ຖືກ ທີ່​ຍັງ​ຮ້ອງ​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ
Obamacare ​ໂດຍ​ການ​ຂຽນຂໍ້ຄວາມ​ລົງ​ທາງ Twitter ​ໃນແລງວັນ​ຈັນ​ວານ​ນີ້ ຮຽກ
ຮ້ອງ​ໃຫ້​ມີ​ການ​ຍົກ​ເລີກການ​ປິ່ນປົວ​ລາຄາ​ຖືກ ຫລື ACA ດຽວ​ນີ້ແລະ​ປ່ອຍ​ການ​ທົດ
​ແທນ​ໄວ້​ ​ໃນ​ອະນາ​ຄົດ.

ໃນ​ເວລາດຽວ​ກັນ​ນັ້ນ ທ່ານ McConnell ​ໄດ້​ອອກ​ຖະ​ແຫຼ​ງການກ່າວ​ວ່າ ທ່ານ ​ຈະ​ຕິດ
ຕາມ​ເສັ້ນທາງ​ນັ້ນ​ຢູ່​ໃນ​ສະພາສູງ ​ໂດ​ຍຈະ​ນຳ​ເອົາ​ຮ່າງ​ກົດໝາຍທີ່​ໄດ້ຮັບ ຜ່ານໂດຍ​
ສະພາ​ຕໍ່າ​ກ່ອນ​ໜ້ານີ້ ຂຶ້ນມາ​ພິຈາລະນາໂດຍ​ບົດ​ເພີ່ມ​ຕື່ມ ທີ່​ຈະ​ເລື່ອນເວລາ​ໃນ​ການ
ຈັດຕັ້ງປະຕິບັດ ​ອອກໄປເປັນ​ເວລາ​ສອງ​ປີ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG