ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກຮຽນຍິງ ຈີບັອກ ໄດ້ພົບກັບ ຄອບຄົວຂອງ ພວກເຂົາເຈົ້າ ຫຼັງຈາກສາມປີ


ນັກຮຽນຍິງ ຈີບັອກ ທີ່ຖືກປ່ອຍຕົວໂດຍພວກ ໂບໂກ ຮາຣາມ ຈຳນວນໜຶ່ງ ຍ່າງນຳຫຼັງລັດຖະມົນຕີເພື່ອແມ່ຍິງ ທ່ານນາງ Aisha Alhassan ຫຼັງຈາກການຢ້ຽມຢາມພົບປະກັບປະທາ
ນາທິບໍດີ ທ່ານ Muhammadu Buhari ໃນນະຄອນຫຼວງ ອາບູຈາ, ໄນຈີເຣຍ. 19 ຕຸລາ, 2016
ນັກຮຽນຍິງ ຈີບັອກ ທີ່ຖືກປ່ອຍຕົວໂດຍພວກ ໂບໂກ ຮາຣາມ ຈຳນວນໜຶ່ງ ຍ່າງນຳຫຼັງລັດຖະມົນຕີເພື່ອແມ່ຍິງ ທ່ານນາງ Aisha Alhassan ຫຼັງຈາກການຢ້ຽມຢາມພົບປະກັບປະທາ ນາທິບໍດີ ທ່ານ Muhammadu Buhari ໃນນະຄອນຫຼວງ ອາບູຈາ, ໄນຈີເຣຍ. 19 ຕຸລາ, 2016

ບັນດາຄອບຄົວຂອງນັກຮຽນຍິງ 82 ຄົນທີ່ໄດ້ຖືກປ່ອຍຕົວເມື່ອບໍ່ດົນມານີ້ ຈາກການຖືກ
ຄຸມຂັງເປັນເວລາຫຼາຍປີ ໂດຍພວກ ໂບໂກ ຮາຣາມ, ໄດ້ເຕົ້າໂຮມກັບລູກຂອງພວກເຂົາ
ເຈົ້າເປັນຄັ້ງທຳອິດໃນນະຄອນ ຫຼວງ ອາບູຈາ ວັນເສົາວານນີ້.

ພວກເດັກຍິງດັ່ງກ່າວແມ່ນພວກນັກຮຽນຍິງ ຈີບັອກ 276 ຄົນທີ່ຖືກລັກພາຕົວໄປຈາກ
ໂຮງຮຽນກິນນອນຂອງພວກເຂົາເຈົ້າ ໂດຍພວກກໍ່ການຮ້າຍໃນປີ 2014. ພວກເຂົາເຈົ້າ
ໄດ້ຮັບອິດສະຫຼະພາບ ໃນການເປັນພາກສ່ວນໜຶ່ງຂອງຂໍ້ຕົກລົງແລກປ່ຽນນັກໂທດ ລະ
ຫວ່າງ ພວກໂບໂກ ຮາຣາມ ກັບ ລັດຖະບານ ໄນຈີເຣຍ.

ເດັກຍິງ ອີກ 21 ຄົນ ແມ່ນໄດ້ຖືກປ່ອຍຕົວໃນເດືອນຕຸລາປີກາຍນີ້, ໃນຂະນະທີ່ຄົນອື່ນໆ
ອີກ ແມ່ນໄດ້ຖືກປ່ອຍຕົວເທື່ອລະຄົນ ຫຼືບໍ່ ກໍຫຼົບໜີອອກມາໄດ້ເອງ.

ເດັກຍິງຫຼາຍກວ່າ 100 ຄົນ ຍັງຖືກຄວບຄຸມຕົວຢູ່, ເຖິງແມ່ນວ່າລັດຖະບານຈະໄດ້ກ່າວ
ວ່າ ພວກເພິ່ນຫວັງວ່າຈະທຳການເຈລະຈາເພື່ອການປ່ອຍຕົວພວກເຂົາເຈົ້າໄດ້ຕື່ມອີກ.

ພວກ ໂບໂກ ຮາຣາມ ໄດ້ຂ້າປະຊາຊົນຫຼາຍພັນຄົນ ໃນການຕໍ່ສູ້ກໍ່ການຮ້າຍ 8 ປີຂອງ
ພວກເຂົາ ເພື່ອປ່ຽນພາກເໜືອຂອງ ໄນຈີເຣຍ ໃຫ້ເປັນລັດອິສລາມທີ່ແຂງແກ່ນ.

ບັນດາເຈົ້າໜ້າທີ່ ໄນຈີເຣຍ ກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ພວກຫົວຮຸນແຮງໄດ້ລັກພາ
ຕົວພວກເດັກຍິງໄປ ເພື່ອຂົ່ມຂູ່ພົນລະເຮືອນຈາກການຕໍ່ຕ້ານພວກເຂົາ.

ເດັກຍິງຫຼາຍຄົນໄດ້ຖືກບັງຄັບໃຫ້ແຕ່ງງານກັບພວກກໍ່ການຮ້າຍທີ່ຈັບກຸມພວກເຂົາໄປ
ແລະ ມີລູກນຳກັນ. ເດັກຍິງບາງຄົນໄດ້ກາຍເປັນພວກຫົວຮຸນແຮງ ແລະ ປະຕິເສດທີ່ຈະ
ກັບຄືນສູ່ບ້ານ, ໃນຂະນະທີ່ພວກເຂົາເຈົ້າຢ້ານວ່າ ພວກອື່ນໆຈະຖືກໃຊ້ໃນການວາງລະ
ເບີດສະຫຼະຊີບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG