ແຮງງານຕ່າງຊາດທີ່ພາກັນເຂົ້າມາຍາກວຽກເຮັດງານທຳໃນລາວເພີ່ມຂຶ້ນໄດ້ເຮັດໃຫ້ແຮງງານລາວທີ່ບໍ່ມີຝີມື ແລະ ຫວ່າງງານຕ້ອງເດີນທາງໄປລັກລອບເຮັດວຽກໂດຍຜິດກົດໝາຍໃນໄທຫຼາຍຂຶ້ນນັບມື້.
ນັກທຸລະກິດໄທໃນລາວໃຫ້ທັດສະນະວ່າສາເຫດສຳຄັນທີ່ເຮັດໃຫ້ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວຍັງຕ້ອງນຳເຂົ້າແຮງງານຈາກຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນກໍເພາະວ່າແຮງງານລາວບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງບັນດາບໍລິສັດຕ່າງຊາດໄດ້ຢ່າງພຽງພໍ ເນື່ອງຈາກວ່າແຮງງານລາວສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຝີມື ແລະ ບໍ່ມີຄວາມຮູ້ຄວາມສາມາດໃນດ້ານເທັກນິກສະໄໝໃໝ່ໃນອຸດສາຫະກຳການຜະລິດສິນຄ້າຕ່າງໆ ຈຶ່ງບໍ່ສາມາດຈະຮັບປະກັນໄດ້ເລີຍວ່າການຜະລິດສິນຄ້າຈະດຳເນີນໄປໄດ້ຕາມແຜນການທີ່ວາງໄວ້ນັ້ນເອງ ດັ່ງທີ່ນັກທຸລະກິດໄທໃນລາວໄດ້ຢືນຢັນວ່າ
“ໃນທາງປະຕິບັດຈະມີຂໍ້ຫຍຸ້ງຍາກຂອງມັນ ເຊັ່ນແຮງງານມີຝີມືຢູ່ລາວນີ້ຂ້າພະເຈົ້າຄິດວ່າຍັງເປັນປະເດັນ ກໍຄືມັນບໍ່ເຖິງ, ມັນບໍ່ພໍທີ່ຈະປ້ອນຕະຫຼາດ. ຖ້າເກີດຕ້ອງການແຮງງານລະດັບຝີມືແດ່ ແຕ່ຖ້າເກີດແຮງງານລະດັບ Labor ເອງນີ້ມັນກໍ Labor ຂອງຄົນລາວນີ້ອາດຈະມີເນາະ ປະເດັນມັນຢູ່ທີ່ວ່າລະດັບ Up Labor ນີ້ເຂົາມີການປ່ຽນວຽກເລື້ອຍ ແລ້ວມັນເຮັດໃຫ້ອາດຈະເປັນບັນຫາກັບທຸລະກິດບາງປະເພດທີ່ຖ້າເກີດພະນັກງານເຂົ້າອອກ ເຂົ້າອອກແລ້ວນີ້ມັນອາດຈະເຮັດໃຫ້ການຜະລິດມັນບໍ່ສະໝ່ຳສະເໝີປານໃດ ດັ່ງນັ້ນໃນເລື່ອງຂອງແຮງງານຝີມືນີ້ອາດຈະຍັງຫາຍາກ.”
ຍິ່ງໄປກວ່ານັ້ນເມື່ອສົມທົບດ້ວຍບັນຫາຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ແຕ່ປະຊາຊົນລາວບັນດາເຜົ່າຍັງມີລາຍໄດ້ເທົ່າເດີມໂດຍສະເພາະກໍແມ່ນອັດຕາຄ່າຈ້າງຂັ້ນຕ່ຳຂອງຜູ້ອອກແຮງງານໃນລາວທີ່ບໍ່ໄດ້ມີການປັບຂຶ້ນໃຫ້ສອດຄ່ອງກັບສະພາບການຕົວຈິງນັ້ນກໍຄືສາເຫດສຳຄັນທີ່ເຮັດໃຫ້ແຮງງານລາວຕ້ອງພາກັນເດີນທາງໄປລັກລອບທຳງານໂດຍຜິດກົດໝາຍໃນປະເທດ ໄທ ຫຼາຍຂຶ້ນນັບມື້ ເພາະວ່າເປັນຈຸດໝາຍປາຍທາງທີ່ແຮງງານລາວສາມາດເດີນທາງໄປໄດ້ງ່າຍທີ່ສຸດ ທັງຍັງມີອັດຕາຄ່າຈ້າງສູງກວ່າຢູ່ໃນລາວເກີນກວ່າ 4 ເທົ່າດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງງານລາວເດີນທາງໄປໄທເພີ່ມຂຶ້ນດັ່ງກ່າວ ເພາະຢ່າງໜ້ອຍກໍຍັງມີເງິນເຫຼືອສຳລັບທີ່ຈະສົ່ງກັບຄືນມາຈູນເຈືອຄອບຄົວໃນລາວໄດ້ບາງສ່ວນ ຫາກແຕ່ວ່າບັນຫາທີ່ເພີ່ມຂຶ້ນນັບມື້ເຊັ່ນດຽວກັນກໍຄືແຮງງານລາວທີ່ເດີນທາງໄປລັກລອບທຳງານໃນໄທນັ້ນໄດ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດເພີ່ມຂຶ້ນ ໂດຍທີ່ລັດຖະບານ ລາວ ຍັງບໍ່ມີມາດຕະການສຳລັບໃຫ້ການຊ່ວຍເຫຼືອແຮງງານເຫຼົ່ານີ້ຢ່າງມີປະສິດທິພາບແຕ່ຢ່າງໃດ ດັ່ງທີ່ທ່ານ ພອນສານ ວິໄລມິ່ງ ສະມາຊິກສະພາແຫ່ງຊາດຈາກແຂວງສະຫວັນນະເຂດຢືນຢັນວ່າ
“ພາຍຫຼັງທີ່ພວກເຮົາເປີດປະເທດມານີ້ ແຮງງານຕ່າງປະເທດກະເລີ່ມຫຼັ່ງໄຫຼເຂົ້າມາອີກ ສະນັ້ນຈຶ່ງເຮັດໃຫ້ການຍາດງານຂອງຄົນລາວມີລັກສະນະທີ່ເພີ່ມຂຶ້ນ ສະນັ້ນສະເໜີໃຫ້ລັດຖະບານກໍຄືກະຊວງການກ່ຽວຂ້ອງນີ້ເອົາໃຈໃສ່ໃນການຄຸ້ມຄອງ ຫຼືວ່າປົກປ້ອງແຮງງານລາວພວກເຮົານີ້ໃຫ້ດີຂຶ້ນກວ່າເກົ່າ ແລະ ບັນຫານຶ່ງອີກແມ່ນກ່ຽວກັບແຮງງານລາວໄປອອກແຮງງານຕ່າງປະເທດກໍເຫັນວ່າການຄຸ້ມຄອງແຮງງານລາວໄປອອກຕ່າງປະເທດນີ້ຍັງບໍ່ທັນເຮັດໄດ້ດີ ເຮັດໃຫ້ແຮງງານລາວຈຳນວນນຶ່ງນີ້ຖືວ່າເສຍຜົນປະໂຫຍດ ແລ້ວກະຕົກເປັນເຫຍື່ອການຄ້າມະນຸດຫຼາຍສົມຄວນ.”
ພ້ອມກັນນີ້ການທີ່ແຮງງານລາວທຸກຄົນທີ່ຕ້ອງການຈະເດີນທາງໄປທຳງານຢູ່ຕ່າງປະເທດຢ່າງຖືກກົດໝາຍໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມນັ້ນ ຈະມີການໃຊ້ຈ່າຍເປັນຄ່າດຳເນີນການ ແລະ ຄ່າທຳນຽມຕ່າງໆລວມກັນກວ່າ 10 ລ້ານກີບຊຶ່ງເປັນຄ່າໃຊ້ຈ່າຍທີ່ສູງເກີນໄປສຳລັບແຮງງານລາວສ່ວນໃຫຍ່ທີ່ເປັນແຮງງານບໍ່ມີຝີມື ແລະ ໄດ້ຮັບຄ່າຈ້າງຂັ້ນຕ່ຳທີ່ສຸດເມື່ອເດີນທາງໄປທຳງານຢູ່ຕ່າງປະເທດ ໂດຍສະເພາະແມ່ນໄທ ທີ່ມີແຮງງານລາວໄປທຳງານຫຼາຍທີ່ສຸດ ແລະ ສ່ວນໃຫຍ່ກໍຄືແຮງງານລັກລອບທຳງານໃນໄທໂດຍຜິດກົດໝາຍນັ້ນເພາະວ່າພວກເຂົາເຈົ້າບໍ່ມີເງິນ 10 ກວ່າລ້ານກີບຈ່າຍໃຫ້ກັບບໍລິສັດຈັດຫາງານນັ້ນເອງ.
ປັດຈຸບັນມີແຮງງານລາວທີ່ທຳງານຢ່າງຖືກຕ້ອງໃນໄທ 213,203 ຄົນ ແຕ່ວ່ານາຍຈ້າງໃນໄທຍັງຕ້ອງການແຮງງານອີກກວ່າ 4 ແສນຄົນຊຶ່ງລັດຖະບານໄທອະນຸຍາດໃຫ້ນຳເຂົ້າແຮງງານໂດຍຜ່ານບໍລິສັດຈັດຫາງານເທົ່ານັ້ນ ທັງນີ້ເຄືອຂ່າຍແຮງງານອົບພະຍົບໃນອາຊຽນປະເມີນວ່າຈະມີແຮງງານລາວເຂົ້າໄປລັກລອບທຳງານໃນໄທເພີ່ມຂຶ້ນອີກກວ່າ 5 ແສນຄົນ.