ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອອສເຕຣເລຍ ອິດເມື່ອຍກັບສະພາບອາກາດ ທີ່ເພີ້ມຄວາມຍາກລໍາບາກ ຈາກສະຖານະການນໍ້າຖ້ວມ


ຈິງໂຈ້ ໂຕນຶ່ງ ກະໂດດຜ່ານໍ້າຖ້ວມຢູ່ເມືອງຟິສຣອຍ ຄຣອສຊິງ, ປະເທດອອສເຕຣເລຍ, ວັນທີ 3 ມັງກອນ 2023, ເປັນພາບທີ່ໄດ້ມາຈາກສື່ສັງຄົມອອນລາຍ. Callum Lamond/via REUTERS
ຈິງໂຈ້ ໂຕນຶ່ງ ກະໂດດຜ່ານໍ້າຖ້ວມຢູ່ເມືອງຟິສຣອຍ ຄຣອສຊິງ, ປະເທດອອສເຕຣເລຍ, ວັນທີ 3 ມັງກອນ 2023, ເປັນພາບທີ່ໄດ້ມາຈາກສື່ສັງຄົມອອນລາຍ. Callum Lamond/via REUTERS

ປະລິມານນໍ້າຝົນທີ່ຕົກລົງມາຫຼວງຫຼາຍ ໄດ້ເຮັດໃຫ້ເກີດນໍ້າຖ້ວມທີ່ເປັນອັນຕະລາຍຢູ່ໃນປະເທດອອສເຕຣເລຍ. ເຈົ້າໜ້າທີ່ກ່າວວ່າ ເປັນຄັ້ງນຶ່ງໃນຮອບສັດຕະຫວັດ ທີ່ມີນໍ້າຖ້ວມຢູ່ບໍລິເວນພາກເໜືອຂອງປະເທດ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ກອງທັບຂອງອອສເຕຣເລຍ ໄດ້ຖືກຮຽກຮ້ອງໃຫ້ເຂົ້າໄປຊ່ວຍເຫຼືອປະຊາຊົນທີ່ອາໄສຢູ່ເມືອງ ຟິສຣອຍ ຄຣອດຊິງ (Fitzroy Crossing), ເຊິ່ງເປັນເມືອງທີ່ຫ່າງໄກ ດ້ວຍຈໍານວນປະຊາກອນປະມານ 1,200 ຄົນ, ຕັ້ງຢູ່ພູມິພາກ ຄິມເບີເລ (Kimberley) ຂອງອອສເຕຣເລຍ.

ເຮືອນຫຼາຍຫຼັງ ຈົມຢູ່ໃນນໍ້າ ຍ້ອນສະພາບການນໍ້າຖ້ວມ, ແລະຖະໜົນສາຍສໍາຄັນເສັ້ນດຽວຂອງເມືອງ ກໍຖືກຕັດຂາດ. ປະຊາຊົນ ຖືກຜັກດັນໃຫ້ຂຶ້ນຢູ່ໃນພື້ນທີ່ສູງທັນທີ.

ເຈົ້າໜ້າທີ່ທາງການມີຄວາມກັງວົນວ່າ ແມ່ນໍ້າຟິສຣອຍ ທີ່ໄຫຼຜ່ານເມືອງດັ່ງກ່າວ ອາດຈະເພີ້ມສູງຂຶ້ນຫຼາຍກວ່າ 15 ແມັດ, ເຊິ່ງເປັນການທໍາລາຍສະຖິຕິທີ່ໄດ້ບັນ ທຶກໄວ້.
ເນື່ອງຈາກຝົນທີ່ຕົກລົງມາຢ່າງຫຼວງຫຼາຍຈາກພາຍຸໄຊໂຄລນເອລລີ ໂດຍໄດ້ເຮັດໃຫ້ພູມິພາກດັ່ງກ່າວ ມີປະລິມານນໍ້າຫຼາຍຮອດ 600 ມີລີແມັດ ນັບຕັ້ງແຕ່ວັນເສົາທີ່ຜ່ານມາ, ເຊິ່ງຄາດການວ່າ ຈະມີຝົນທີ່ຕົກລົງມາຢ່າງໜັກຕື່ມອີກ.

ນຶ່ງໃນບັນດາຍານພາຫະນະຫຼາຍຄັນທີ່ຖືກນໍ້າຊັດໄປແບບກະທັນຫັນ ລະຫວ່າງເກີດເຫດນໍ້າຖ້ວມ, ມັນຄ້່ງຢູ່ເທິງຕົ້ນໄມ້ ຢູ່ໃນເມືອງຢູໂກວຣາ (Eugowra), ພາກກາງຂອງລັດນິວເຊົາທ໌ເວລ, ວັນອັວຄານ, ທີ 15 ພະຈິກ 2022.
ນຶ່ງໃນບັນດາຍານພາຫະນະຫຼາຍຄັນທີ່ຖືກນໍ້າຊັດໄປແບບກະທັນຫັນ ລະຫວ່າງເກີດເຫດນໍ້າຖ້ວມ, ມັນຄ້່ງຢູ່ເທິງຕົ້ນໄມ້ ຢູ່ໃນເມືອງຢູໂກວຣາ (Eugowra), ພາກກາງຂອງລັດນິວເຊົາທ໌ເວລ, ວັນອັວຄານ, ທີ 15 ພະຈິກ 2022.

ທ່ານດາເຣັນ ເຄລມ (Darren Klemm), ເຊິ່ງເປັນກໍາມາທິການໃຫຍ່ຂອງອົງ​ການບໍລິການສຸກເສີນ ແລະດັບເພີງ ຂອງພາກພື້ນຕາເວັນຕົກອອສເຕຣເລຍ ບອກກັບບັນດານັກຂ່າວ ໃນມື້ວັນພຸດອາທິດແລ້ວນີ້ວ່າ ສະຖານະການດັ່ງກ່າວ ແມ່ນອັນຕະລາຍຫຼາຍ, ເຊິ່ງທ່ານໄດ້ກ່າວວ່າ:

“ໃນເວລານີ້, ພວກເຮົາມີເຫດການນໍ້າຖ້ວມຢ່າງໜ້ອຍ 1 ໃນ 100 ປີຢູ່ໃນພູມິພາກຄິມເບີເລ. ນີ້ແມ່ນສະຖານະການທີ່ຮ້າຍແຮງແບບໜ້າເຫຼືອເຊື່ອ, ຄາດການວ່າ ລະບົບພາຍຸ ຈະຄ່ອຍໆເຄື່ອນອອກໄປທາງທິດຕາເວັນຕົກແບບຊ້າໆ ໃນຊ່ວງບໍ່ເທົ່າມື້ທີ່ຈະມາເຖິງນີ້, ແລະປະຊາຊົນທີ່ອາໄສຢູ່ໃນບໍລິເວນທີ່ມີການເຕືອນ ຈໍາເປັນຕ້ອງກຽມພ້ອມ ສໍາລັບສະພາບອາກາດທີ່ຮຸນແຮງດັ່ງກ່າວນີ້.”

ລະດູການພາຍຸໄຊໂຄລນຂອງອອສເຕຣເລຍ ເລີ້ມແຕ່ວັນທີ 1 ພະຈິກ ຫາວັນທີ 30 ເມສາ, ອີງຕາມກົມອຸຕຸວິທະຍາ. ເຊິ່ງໄດ້ຄາດການຈໍານວນໂຕເລກຂອງພາ ຍຸໄຊໂຄລນ ສໍາລັບປີ 2022 ຫາ 2023.

ນໍ້າຖ້ວມຂະໜາດໃຫຍ່ຍັງຄົງສືບຕໍ່ຢູ່ພາກສ່ວນອື່ນໆຂອງປະເທດອອສເຕຣເລຍ, ໂດຍສົ່ງຜົນເຮັດໃຫ້ມີນໍ້າຖ້ວມໜັກເປັນປະຫວັດການໃນປີ 2022. ຄໍາສັ່ງເພື່ອອົບພະຍົບ ຍັງມີຜົນບັງຄັບໃຊ້ສໍາລັບເຮືອນຊານທີ່ບໍ່ແຂງແຮງ ເຊິ່ງຕັ້ງຢູ່ເມືອງເມນິນດີ (Menindee) ທີ່ຫ່າງໄກ ໃນລັດນິວເຊົາທ໌ເວລ , ໄລຍະ 1,100 ກິໂລແມັດ ໄປທາງທິດຕາເວັນຕົກ ຂອງນະຄອນຊິດນີ.

ມີສັບສິນຫຼາຍກວ່າ 3,000 ແຫ່ງທີ່ຕັ້ງຢູ່ບໍລິເວນແມ່ນໍ້າ ເມີເຣ (Murray) ຢູ່ທາງທິດໃຕ້ຂອງປະເທດອອສເຕຣເລຍ ທີ່ຈົມຢູ່ໃນນໍ້າຍ້ອນສະຖານະການນໍ້າຖ້ວມ. ນາຍົກລັດຖະມົນຕີຂອງລັດດັ່ງກ່າວ ທ່ານປີເຕີ ມາລີນວດກັສ (Peter Malinauskas) ໄດ້ປະກາດຈັດສົ່ງຖົງຊ່ວຍເຫຼືອສໍາລັບໄພພິບັດທາງທໍາມະຊາດ ທີ່ມີຂະໜາດໃຫຍ່ທີ່ສຸດ ເປັນຈໍານວນເງິນເຖິງ 85 ລ້ານໂດລາ ເພື່ອຊ່ວຍເຫຼືອເຈົ້າຂອງຊັບສິນທັງຫຼາຍ ແລະເຈົ້າຂອງທຸລະກິດອື່ນໆ.

ມຸມນໍ້າຖ້ວມຢູ່ທີ່ເມືອງຟິສຣອຍ ຄຣອສຊິງ, ປະເທດອອສເຕຣເລຍ, ວັນທີ 3 ມັງກອນ 2023, ເປັນພາບທີ່ໄດ້ມາຈາກສື່ສັງຄົມອອນລາຍ. Callum Lamond/via REUTERS
ມຸມນໍ້າຖ້ວມຢູ່ທີ່ເມືອງຟິສຣອຍ ຄຣອສຊິງ, ປະເທດອອສເຕຣເລຍ, ວັນທີ 3 ມັງກອນ 2023, ເປັນພາບທີ່ໄດ້ມາຈາກສື່ສັງຄົມອອນລາຍ. Callum Lamond/via REUTERS

ນໍ້າຖ້ວມຢູ່ທາງພາກໃຕ້ຂອງອອສເຕຣເລຍ ເປັນຜົນມາຈາກມວນນໍ້າຝົນຈໍານວນມະຫາສານ ທີ່ຕົກລົງມາຢູ່ໃນລັດຄວີນແລນ (Queenland), ລັດນິວເຊົາທ໌ເວລ ແລະລັດວິທໍເຣຍ (Victoria) ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງປະເທດອອສເຕຣເລຍ ໃນຊ່ວງສາມປີທີ່ຜ່ານມາ. ນໍ້າສ່ວນຫຼາຍເຫຼົ່ານັ້ນ ໄດ້ໄຫຼຄ່ອຍໆເຂົ້າສູ່ແມ່ນໍ້າເມີເຣ (Murray) ໃນພາກໃຕ້ຂອງອອສເຕຣເລຍ.

ປາກົດການສະພາບອາກາດ ລາ ນີຢາ (La Niña) ເປັນແຮງຜັກດັນໃຫ້ເກີດນໍ້າຖ້ວມໄວຂຶ້ນ. ມັນເກີດຂຶ້ນແບບທໍາມະຊາດ ແລະໄດ້ຮັບອິດທິພົນໂດຍມະຫາສະໝຸດທີ່ມີອຸນຫະພູມອຸ່ນຂຶ້ນ. ໃນຊ່ວງໄລຍະເວລາທີ່ມີພາຍຸ ລາ ນີຢາ, ນໍ້າຢູ່ໃນມະຫາສະໝຸດປາຊີຟິກເຂດຮ້ອນ ແມ່ນມີລັກສະນະທີ່ເຢັນລົງກວ່າປົກກະຕິ, ໂດຍທົ່ວໄປແລ້ວ ມັນຈະນໍາເອົາປະລິມານນໍ້າຝົນມາຫຼາຍກວ່າປົກກະຕິ ມາສູ່ພື້ນທີ່ສ່ວນໃຫຍ່ຂອງອອສເຕຣເລຍ.

ຜູ້ຊ່ຽວຊານດ້ານສະພາບອາກາດເຊື່ອວ່າ ລະບົບ ລາ ນີຢາ ໄດ້ຮັບອິດທິພົນຫຼວງຫຼາຍຈາກການປ່ຽນແປງຂອງສະພາບອາກາດ.

ໃນບົດລາຍງານການປ່ຽນແປງທາງສະພາບອາກາດຂອງລັດຖະບານ ປະຈໍາປີ 2022 ເຜີຍແຜ່ໂດຍສໍານັກງານອຸຕຸວິທະຍາ, ສະຫະພັນວິທະຍາສາດ ແລະ ອົງການຄົ້ນຄ້ວາກ່ຽວກັບອຸດສາຫະກໍາ ຫຼື CSIRO, ໜ່ວຍງານດ້ານວິທະຍາ ສາດແຫ່ງຊາດຂອງອອສເຕຣເລຍ, ໄດ້ຕັ້ງຂໍ້ສັງເກດວ່າ “ເຫດການຝົນຕົກໜັກຢູ່ໃນອອສເຕຣເລຍ ມີລັກສະນະເພີ້ມຄວາມຮຸນແຮງຂຶ້ນ.”

ຢູ່ໃນລາຍງານໄດ້ລະບຸວ່າ ການເກີດພາຍຸ ລາ ນີຢາ ສາມຄັ້ງຕິດຕໍ່ກັນ ແມ່ນກໍາລັງພາໄປສູ່ “ສະພາບອາກາດທີ່ປຽກຊຸ່ມເປັນພິເສດ” ຢູ່ໃນຫຼາຍຂົງເຂດທາງທິດຕາເວັນອອກຂອງອອສເຕຣເລຍ, “ແຕ່ທ່າອ່ຽງທີ່ສັງເກດໄດ້ ແມ່ນຢູ່ໃນທາງທິດຕາເວັນອອກສຽງໃຕ້ ແລະຕາເວັນຕົກສຽງໃຕ້ຂອງປະເທດ ທີ່ສະແດງໃຫ້ເຫັນການປ່ຽນແປງໄປສູ່ສະພາບການທີ່ແຫ້ງແລ້ງກວ່າເກົ່າ.”

ລົດສຸກເສີນຄັນນຶ່ງ ໄດ້ຈອດຂວາງທາງເຂົ້າສູ່ຂົວວິນເຊີ (Windsor) ທີ່ຖືກນໍ້າຖ້ວມ ຢູ່ບໍລິເວນຊານເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 4 ກໍລະກົດ 2022.
ລົດສຸກເສີນຄັນນຶ່ງ ໄດ້ຈອດຂວາງທາງເຂົ້າສູ່ຂົວວິນເຊີ (Windsor) ທີ່ຖືກນໍ້າຖ້ວມ ຢູ່ບໍລິເວນຊານເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 4 ກໍລະກົດ 2022.

ຢ່າງໃດກໍຕາມ, ສໍາລັບພາກເໜືອຂອງປະເທດອອສເຕຣເລຍ, ທ່າອ່ຽງດັ່ງກ່າວແມ່ນແຕກຕ່າງກັນ. ອົງການ CSIRO ກ່າວວ່າ ປະລິມານນໍ້າຝົນຢູ່ທາງພາກ
ເໜືອຂອງປະເທດອອສເຕຣເລຍ ແມ່ນເພີ້ມຂຶ້ນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG