ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີ​ການ​ຍ້າຍ ພົນ​ລະ​ເຮືອນ ​ອອກຈາກທີ່​ໝັ້ນ ​ສຸດ​ທ້າຍ​ ຂອງ​ກຸ່ມ​ລັດ​ອິ​ສ​ລາມ ​ໃນ​ຊີ​ເຣຍ​ໄປ ເກືອບ​ໝົດ​ແລ້ວ


ລົດ​ບັນ​ທຸກ​ຄັນ​ນຶ່ງ​ໄດ້​ຂົນ​ເອົາ​ເດັກ​ນ້ອຍ​ອອກ​ໄປ ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ SDF ຂົນ​ເອົາ​ນັກ​ລົບກຸ່ມ​ອິ​ສ​ລາມທີ່ຍອມ​ຈຳ​ນົນ​ໄປ​ພ້ອມ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ອອກ​ຈາກ​ບ້ານ​ແບັກ​ຮຸ​ສ​ໄປ ໃນ​ວັນ​ທີ 20 ກຸມ​ຖາ, 2019
ລົດ​ບັນ​ທຸກ​ຄັນ​ນຶ່ງ​ໄດ້​ຂົນ​ເອົາ​ເດັກ​ນ້ອຍ​ອອກ​ໄປ ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ SDF ຂົນ​ເອົາ​ນັກ​ລົບກຸ່ມ​ອິ​ສ​ລາມທີ່ຍອມ​ຈຳ​ນົນ​ໄປ​ພ້ອມ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ອອກ​ຈາກ​ບ້ານ​ແບັກ​ຮຸ​ສ​ໄປ ໃນ​ວັນ​ທີ 20 ກຸມ​ຖາ, 2019

ກຳ​ລັງ​ທະ​ຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະ​ຫະ​ລັດ ໄດ້ສົ່ງພວກ​ນັກ​ລົບ​ຂອງ ກຸ່ມ​ລັດ​ອິ​ສ​ລາມ ໄປ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ຢູ່​ໃນ​ອີ​ຣັກ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ລໍ​ຖ້າ​ເລີ້ມ​ລົງ​ມືປະ​ຕິ​ບັດ​ການກວດ​ລ້າງຢູ່​ໃນ​ພື້ນ​ທີ່ແຫ່ງສຸດ​ທ້າຍ​ຂອງ​ຊີ​ເຣຍ​ທີ່​ຄຸ້ມ​ຄອງ​ໂດຍ​ກຸ່ມ​ນັກ​ລົບ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກຄົນ​ນຶ່ງ ​ກ່າວ​ຕໍ່​ອົງ​ການ​ຂ່າວ ເອ​ພີ (Associate Press) ໃນ​ວັນ​ພະ​ຫັດ​ມື້ນີ້ວ່າ ການ​ສົ່ງພວກ​ນັກ​ລົບ​ດັ່ງ​ກ່າວໄປ ນັ້ນແມ່ນ​ມີພວກ​ນັກ​ລົບກຸ່ມ​ລັດ​ອິ​ສ​ລາມຊາວ​ອີ​ຣັກ​ຫລາຍ​ກວ່າ 150 ຄົນ ໃນ​ຂະ​ນະ​ທີ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ທີ່​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ເຈົ້າ​ເມືອງ​ໃນ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ຂອງ​ອີ​ຣັກ ລາຍ​ງານ​ວ່າ ມີລົດ​ບັນ​ທຸກ 10 ຄັນ ຂົນ​ເອົາພວກ​ນັກ​ລົບຊາວ​ອີ​ຣັກ ແລະ​ຊາວ​ຕ່າງ​ປະ​ເທດເຂົ້າ​ໄປ​ຍັງ​ອີ​ຣັກ.

ກຳ​ລັງ​ທະ​ຫານ​ຂອງ​ກອງ​ທັບ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ​ທີ່​ນຳ​ພາ​ໂດຍ​ຊາວ​ເຄີດ ລໍ​ຖ້າ ໃຫ້​ພວກ​ພົນ​ລະ​ເຮືອນຍົກ​ຍ້າຍ​ອອກ​ໄປ​ຈາກ​ບ້ານແບັກ​ຮຸ​ສ (Baghuz)​ ໝົດ​ເສຍ​ກ່ອນ ຈຶ່ງ​ຈະ​ເລີ້ມທຳການ​ໂຈມ​ຕີເພື່ອ​ປົດ​ປ່ອຍ​ຂົງ​ເຂດ​ດັ່ງ​ກ່າວ.

“ພວກ​ນັກ​ລົບ​ຂອງ​ກຸ່ມ ISIS ທີ່​ເດັດ​ດ່ຽວ​ທີ່​ສຸດຍັງເຫລືອ​ຢູ່," ນັ້ນ​ຄື​ຄຳ​ເວົ້າ​ຂອງ ​ກຳ​ລັງ​ປະ​ສົມທົ່ວໂລກຂຽນ​ຢູ່​ໃນ​ທວີດ​ເຕີ ​ໃນ​ວັນ​ພຸດ​ວານນີ້ ໂດຍ​ໃຊ້​ຊື່​ຫຍໍ້​ຂອງ​ກຸ່ມກໍ່​ການ​ຮ້າຍ, ແລະກ່າວຕໍ່​ໄປອີກ​ວ່າ ກຳ​ລັງ​ທະ​ຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະ​ຫະ​ລັດ "ສືບ​ຕໍ່​ໃຫ້​ການ​ຕ້ອນ​ຮັບ​ແກ່​ພວກ​ພົນ​ລະ​ເຮືອນ​ທີ່​ພະ​ຍາ​ຍາມ​ຫລົບ​ໜີໄປ​ຫາ​ບ່ອນປອດ​ໄພ."

ຖະ​ແຫລງ​ການ​ຂອງ​ກຳ​ລັງ​ປະ​ສົມ ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ພາຍ​ຫລັງ​ທີ່ກຳ​ລັງ​ທະ​ຫານ​ຂອງ​ກອງ​ທັບ​ປະ​ຊາ​ທິ​ປະ​ໄຕຊີ​ເຣຍ​ ທີ່​ນຳ​ພາ​ໂດຍ​ຊາວ​ເຄີດໄດ້​ທັບ​ມ້າງ​ສະ​ພາບ​ສູ້​ຢັນ​ບໍ່​ໄປ​ບໍ່​ມາ​ກັບ​ພວກ​ນັກ​ລົບ​ຂອງ​ກຸ່ມ IS ໄດ້​ນັ້ນ ຍັງ​ຍຶດຄອງ​ເອົາ​ບ້ານ ແບັກ​ຮຸ​ສ (Baghuz) ໄວ້, ເພື່ອ​ຮັບ​ປະ​ກັນ​ໃຫ້​ມີການ​ປ່ອຍ​ຕົວ​ພົນ​ລະ​ເຮືອນ​ຫຼາຍ​ຮ້ອຍ​ຄົນ ລວມ​ທັງ​ຜູ້​ຍິງ ແລະ​ເດັກ​ນ້ອຍ.

"ພາຍ​ຫລັງ​ທີ່​ໄດ້ໃຊ້​ຄວາມ​ພະ​ຍາ​ຍາມມາ​ເປັນ​ເວ​ລາ​ຫລາຍມື້, ພວກ​ເຮົາ​ສາ​ມາດ​ຍົກ​ຍ້າຍ​ເອົາ​ຄົນ​ອອກງວດ​ທຳ​ອິດມື້ນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານມຸ​ສ​ຕາ​ຟາ ບາ​ລີ (Mustafa Bali) ​ໂຄ​ສົກຂອງກອງ​ທັບ SDF ກ່າວ​ຕໍ່​ອົງ​ການ​ຂ່າວຝ​ຣັ່ງ AFP.

ພວກ​ທີ່​ເຫັນ​ເຫດ​ການ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າເຫັນ​ຂະ​ບວນລົດ​ບັນ​ທຸກປະ​ມານ 10 ຄັນ ແລ່ນອອກໄປ​ຈາກ​ເຂດ​ຄຸ້ມ​ຄອງ​ສຸດ​ທ້າຍ​ຂອງກຸ່ມ​ລັດ​ອິ​ສ​ລາມ, ຊຶ່ງ​ເປັນບໍ​ລິ
ເວນ​ນ້ອຍໆ ແຫ່ງ​ນຶ່ງ ທີ່​ເຕັມ​ໄປ​ດ້ວຍ​ຜ້າ​ເຕັ້ນຄຸມ​ຢັງ​ຢາຍ​ອອກ​ໄປ​ບໍ່​ເຖິງ​ຫລາຍ​ຮ້ອຍ​ຕາ​ລາງ​ແມັດ.

ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ລົດ​ບັນ​ທຸກ​ຕ່າງໆ ໄດ້​ຂົນ​ສົ່ງ​ເອົາ​ໄປ​ຫລາຍ​ຮ້ອຍ​ຄົນ. ຢ່າງ​ໜ້ອຍລົດ​ບັນ​ທຸກ 2 ຄັນ​ໄດ້​ຂົນ​ເອົາ​ພວກ​ຜູ້​ຊາຍ​ທີ່​ເປັນ​ນັກ​ຮົບ​ຂອງ​ກຸ່ມ IS ທີ່​ໄດ້​ຍອມ​ຈຳ​ນົນ.

ລົດ​ບັນ​ທຸກຄັນນຶ່ງ​ໄດ້​ຂົນ​ເອົາ​ພວກ​ຜູ້​ຊາຍ​ທີ່​ເປັນ​ນັກ​ຮົບ​ຂອງ​ກຸ່ມ IS ທີ່​ຍອມ​ຈຳ​ນົນຕໍ່​ກອງ​ທັບ SDF ອອກ​ຈາກບ້ານ Baghuz ໃນ​ວັນ​ທີ 20 ກຸມ​ພາ, 2019
ລົດ​ບັນ​ທຸກຄັນນຶ່ງ​ໄດ້​ຂົນ​ເອົາ​ພວກ​ຜູ້​ຊາຍ​ທີ່​ເປັນ​ນັກ​ຮົບ​ຂອງ​ກຸ່ມ IS ທີ່​ຍອມ​ຈຳ​ນົນຕໍ່​ກອງ​ທັບ SDF ອອກ​ຈາກບ້ານ Baghuz ໃນ​ວັນ​ທີ 20 ກຸມ​ພາ, 2019

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ນຶ່ງຂອງກຳ​ລັງ SDF ຄົນ​ນຶ່ງ​ເວົ້າ​ວ່າ ການ​ຄາດ​ຄະ​ເນ​ຂັ້ນ​ຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຫຼາຍ​ເຖິງ 2,000 ຄົນ​ສາ​ມາດ​ອອກ​ຈາກ​ບ້ານແບັກ​ຮຸ​ສ (Baghuz) ໄປ​ໄດ້​ໃນ​ວັນ​ພຸດ​ວານນີ້. ແຕ່​ທ່ານ​ກໍ​ເວົ້າວ່າ ອາດ​ຈະ​ມີ 1,000 ຄົນ​ອີກ​ທີ່​ຍັງ​ຄ້າງ​ຢູ່​ຫັ້ນ, ຊຶ່ງ​ໝົດ​ທຸກ​ຄົນ​ໃນ​ນັ້ນ​ແນພວກ​ນັກ​ລົບ​ຂອງ​ກຸ່ມ IS ຫລື​ຄອບ​ຄົວ​ຂອງ​ກຸ່ມ IS ແລະ​ເວົ້າ​ວ່າ ພວກ​ເຂົາສ່ວນຫລາຍ​ແລ້ວ​ແມ່ນ​ມາ​ຈາກ​ປະ​ເທດ​ອີ​ຣັກ.

ແຕ່ວ່າ ພວກ​ເຈົ້າ​ໜ້າ​ທີ່​ທະ​ຫານ​ SDF ເວົ້າ​ວ່າ ພວກ​ເຂົາ​ເຈົ້າຍັງ​ບໍ່​ຢາກຕັດ​ສິນ​ໃຈ​ບຸກ​ເຂົ້າ​ໄປ​ໂຈມ​ຕີ​ພວກ​ນັກ​ລົບ​ທີ່​ຍັງ​ເຫລືອ​ຢູ່​ທີ່ນັ້ນເທື່ອ ຈົນ​ກວ່າ​ວ່າ​ຈະ​ໄດ້​ຍົກ​ຍ້າຍ​ເອົາ​ພວກ​ພົນ​ລະ​ເຮືອນ​ ອອກ​ໄປ​ໝົດ​ເສຍ​ກ່ອນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG