ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຊາວຄຣິສຕຽນ ຖືກຈັບ ແລະຮາວີຫຼາຍຂຶ້ນ ຢູ່ລາວ


ວັດແຫ່ງນຶ່ງຂອງສາສະໜາຄຣິສຕຽນ ທີ່ນະຄອນວຽງຈັນ
ວັດແຫ່ງນຶ່ງຂອງສາສະໜາຄຣິສຕຽນ ທີ່ນະຄອນວຽງຈັນ
ມີການຮາວີລົບກວນພວກທີ່ນັບຖືສາສະໜາຄຣິສຕຽນເພີ່ມຂຶ້ນ ຢູ່
ສປປ ລາວໃນປີ 2012 ນີ້ ອີງຕາມລາຍງານຂອງອົງການປົກປ້ອງ
ສິດທິຊາວຄຣິສຕຽນ.

ອົງການ International Christian Concern ຫຼື ICC ທີ່ມີສຳນັກ
ງານຢູ່ກຸງວໍຊິງຕັນ ກ່າວວ່າ ໃນໄລຍະ 6 ເດືອນທຳອິດ ຂອງປີນີ້
ຕົນໄດ້ຮັບຂ່າວເພີ່ມຂຶ້ນ ກ່ຽວກັບກໍລະນີຊາວຄຣິສຕຽນ ຖືກຈັບ
ແລະຮາວີລົບກວນຍ້ອນຄວາມເຊື່ອໃນສາສະໜາຂອງພວກເຂົາ
ເຈົ້າຊຶ່ງມີທັງໝົດ 15 ກໍລະນີ ທໍ່ກັນກັບຈຳນວນກໍລະນີ ທີ່ເກີດຂຶ້ນ
ໃນໝົດປີ 2011 ນັ້ນ.

ທ່ານ Ryan Morgan ຜູ້ອຳນວຍການຝ່າຍເອເຊຍຕາເວັນອອກ
ສຽງໃຕ້ ຂອງອົງການ ICC ບອກກັບວີໂອເອວ່າ ກໍລະນີຫຼ້າສຸດ
ແມ່ນການຈັບຜູ້ນຳສາສະໜາຄຣິສທີ່ບ້ານໆນຶ່ງ ໃນແຂວງບໍລິຄຳໄຊ ເມື່ອໄວໆມານີ້.

ທ່ານ Morgan ເວົ້າວ່າ “ກໍລະນີຂອງທ່ານບຸນເຖິງ ແມ່ນເປັນທີ່ໜ້າສົນໃຈຫລາຍ ຂ້າພະເຈົ້າເຊື່ອວ່າລາວໄດ້ຕົກເປັນຈຸດສົນໃຈຂອງພວກເຈົ້າໜ້າທີ່ທ້ອງຖິ່ນຫຼັງ
ຈາກພວກຊາວບ້ານຈຳນວນຫຼາຍຮ້ອຍຄົນໃນບ້ານດັ່ງກ່າວໄດ້ປ່ຽນມາຖືສາສະ
ໜາຄຣິສເປັນທີ່ປະກົດວ່າເຈົ້າໜ້າທີ່ໄດ້ເອີ້ນລາວໄປພົບ 3 ເທື່ອແລະໃນທີ່ສຸດ ເຈົ້າໜ້າທີ່ ບອກພວກເຂົາເຈົ້າວ່າ ພວກເຂົາເຈົ້າຕ້ອງໄດ້ອອກຈາກສາສະໜາ ຫຼືບໍ່ດັ່ງນັ້ນແລ້ວ ຕ້ອງໜີອອກຈາກບ້ານ ເວລານີ້ພວກເຮົາຍັງບໍ່ຮູ້ລາຍລະອຽດ ຢ່າງຄັກແນ່ເທື່ອແຕ່ປະກົດວ່າ ລາວບໍ່ສາມາດອອກໜີທັນ ກັບກຳນົດເສັ້ນຕາຍ ລາວຈຶ່ງຖືກຈັບ.”


ຂະນະດຽວກັນ ຖະແຫຼງຂ່າວຂອງກຸ່ມສິ້ງຊອມສິດທິມະນຸດວ່າດ້ວຍອິດສະຫຼະພາບ ໃນ ການເຊື່ອຖືສາສະໜາຢູ່ລາວ ຫຼື HRWLRF ກໍແຈ້ງວ່າ ກໍລະນີທ່ານບຸນເຖິງໄດ້ເລີ່ມມາ ແຕ່ເດືອນພຶດສະພາທີ່ບ້ານໜອງປົ່ງ ໃນເຂດເມືອງຄຳເກີດ ແຂວງບໍລິຄຳໄຊ ແລະການ ຈັບກຸມທ່ານໄດ້ມີຂຶ້ນໃນວັນທີ 20 ສິງຫານີ້.

ເຫດການລ່າສຸດນີ້ ເກີດຂຶ້ນຫຼັງຈາກມີລາຍງານໃນຕົ້ນລະດູຮ້ອນປີນີ້ວ່າ ຢູ່ທີ່ແຂວງສະ ຫວັນນະເຂດແລະຫຼວງນໍ້າທາ ກໍມີຊາວຄຣິສຕຽນຈຳນວນນຶ່ງໄດ້ຖືກຂົ່ມຂູ່ດ້ວຍ ການ ຂັບໄລ່ຫຼືຖືກປົດອອກຈາກວຽກການໂດຍນາຍຈ້າງ ຍ້ອນຄວາມເຊື່ອໃນສາສະໜາຄຣິສ ຂອງພວກເຂົາເຈົ້າ.

ນອກນັ້ນແລ້ວ ການປາບປາມທີ່ແຂວງສະຫວັນນະເຂດແມ່ນຍັງພົວພັນກັບການປິດວັດ ຂອງສາສະໜາຄຣິສ ຢ່າງນ້ອຍ 4 ແຫ່ງ ໃນໄລຍະຫລາຍໆເດືອນທີ່ຜ່ານມາ. ນຶ່ງໃນຈຳ ນວນວັດທີ່ຖືກປິດນີ້ ແມ່ນໄດ້ເປີດມາ ແຕ່ກາງຊຸມປີ 1960 ແຕ່ໄດ້ຖືກອັດ ຍ້ອນບໍ່ມີໃບ ອະນຸຍາດທີ່ຖືກຕ້ອງ.

ໃນສັບປະແລ້ວນີ້ ມີລາຍງານແຈ້ງວ່າ ຊາວຄຣິສຕຽນ 4 ຄົນ ຮວມທັງຄົນໄທ 2 ສອງ ອ້າຍນ້ອງ ທີ່ຖືກຈັບຢູ່ແຂວງຫຼວງນໍ້າທາ ໃນເດືອນມິຖຸນາປີນີ້ ໄດ້ຖືກປ່ອຍໃຫ້ເປັນອິດ ສະຫຼະແລ້ວ.

http://www.persecution.org/2012/08/28/crackdowns-on-christians-increase-across-laos/
XS
SM
MD
LG