ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ ຈີນ ແລະ ຫວຽດ​ນາມ ລັກ​ລອບ ​ເຂົ້າ​ມາ​ເຮັດ​ວຽກ ແລະ ດຳ​ເນີນທຸ​ລະ​ກິດ​ ຢ່າງ​ຜິ​ດ​ກົດ​ໝາຍໃນ ລາວ ຫຼາຍຂຶ້ນ


ຮ້ານ​ຂາຍ​ເຄື່ອງ ຈີນ ໃນ ລາວ.
ຮ້ານ​ຂາຍ​ເຄື່ອງ ຈີນ ໃນ ລາວ.

ຄົນ ຈີນ ແລະ ຄົນ​ ຫວຽດ​ນາມ ພາ​ກັນ​ເຂົ້າ​ມາ​ລັກ​ລອບ​ທຳ​ງານ ແລະ ດຳ​ເນີນ​ທຸ​ລະ​ກິດ
ການຄ້າໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບໍ່ໄດ້ຮັບການອະນຸຍາດຈາກທາງ
ການ ລາວ ເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ.


ທ່ານ ທອງ​ໄຊ ມັງນໍ​ເມກ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງ​ຄຳ​ມ່ວນ
ຢືນຢັນວ່າ ການກວດກາສະຖານະພາບຊາວຕ່າງຊາດທີ່ເຂົ້າມາທຳງານ ແລະ ດຳເນີນ
ທຸລະກິດການຄ້າຢູ່ໃນເຂດເທດສະບານແຂວງ ຄຳມ່ວນ ຈຳນວນ 900 ກວ່າຫົວໜ່ວຍ
ພົບວ່າມີເຖິງ 84 ຫົວໜ່ວຍເປັນຂອງຊາວຕ່າງຊາດ ທີ່ເຂົ້າມາດຳເນີນທຸລະກິດການຄ້າ
ໂດຍບໍ່ໄດ້ຮັບອະນຸຍາດ ໃນນີ້ເປັນກິດຈະການຂອງຊາວ ຫວຽດນາມ 58 ຫົວໜ່ວຍ ແລະ
ຂອງຊາວ ຈີນ 26 ຫົວໜ່ວຍ ທັງຍັງມີກິດຈະການຂອງຊາວ ຫວຽດນາມ 6 ຫົວໜ່ວຍທີ່
ໃຊ້ໃບອະນຸຍາດຂອງນັກທຸລະກິດ ລາວ ໂດຍຜິດກົດໝາຍ ຊຶ່ງທາງການແຂວງຄຳມ່ວນ
ກໍໄດ້ກຳນົດໃຫ້ເວລາ 1 ເດືອນເພື່ອດຳເນີນການຂໍໃບອະນຸຍາດຢ່າງຖືກຕ້ອງ ທັງຍັງໄດ້
ປັບໄໝຫົວໜ່ວຍລະ 1 ລ້ານກີບ ແລະ ຖ້າຫາກເລີຍກຳນົດດັ່ງກ່າວນີ້ກໍຈະປັບໄໝ 5
ລ້ານ 5 ແສນກີບໃນຕັ້ງທີ 2 ແລະ 10 ລ້ານກີບໃນຄັ້ງທີ 3 ດັ່ງທີ່ທ່ານ ທອງໄຊ ໄດ້ໃຫ້
ການຢືນຢັນວ່າ

"ປັດ​ຈຸ​ບັນ​ນີ້​ມີ​ຢູ່ 84 ຫົວ​ໜ່ວຍ​ທີ່ບໍ່​ມີ​ໃບ​ທະ​ບຽນ​ວິ​ສາ​ຫະ​ກິດມີ​ຊາວ ຫວຽດ​ນາມ 58 ຮ້ານ
ແລະກະຊາວ ຈີນ 26 ຮ້ານ ແລະ ເຮົາກະໄດ້ປະຕິບັດຕາມກົດໝາຍວິສາຫະກິດຂອງໄທ
ເຮົາຫັ້ນເນາະກະໄດ້ລະບຸເອົາໄວ້ 3 ຂັ້ນຕອນ ຄັ້ງທີ 1 ແມ່ນສຶກສາອົບຮົບ ແລ້ວກໍຕັກ
ເຕືອນໃຫ້ເຂົາເຈົ້າປັບສະຖານະພາບຕາມບັນຊີຂອງກະຊວງຫັ້ນ ທັງມີຄ່າປັບໄໝ 1
ລ້ານກີບ, ຄັ້ງທີ 2 ແມ່ນ 5 ລ້ານ 5 ແສນ ແລະ ຄັ້ງທີ 3 ກະແມ່ນ 10 ກີບ ມີ 3 ຂັ້ນຕອນ
ທີ່ເຮົາເຮັດແຕ່ໃນປັດຈຸບັນນີ້ກໍຄືຄັ້ງທຳອິດ ເຂົາເຈົ້າກໍແມ່ນຢູ່ໃນ 84 ຫົວໜ່ວຍນີ້ເນາະ
ທີ່ກຳນົດເວລາໃນ 1 ເດືອນເພື່ອໃຫ້ປັບເຂົ້າຕາມລະບຽບຂອງກົດໝາຍ."

ສ່ວນ​ທ່ານ ບຸນ​ຄົງ ຫຼ້າ​ສຸ​ກັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​
ສັງຄົມຢືນຢັນວ່າ ການລັກລອບທຳງານ ແລະ ດຳເນີນກິດຈະການຕ່າໆຢ່າງບໍ່ຖືກຕ້ອງ
ຕາມລະບຽບກົດໝາຍໃນ ລາວ ໂດຍບັນດາຊາວຕ່າງຊາດມີທ່າອຽງເພີ່ມຂຶ້ນຢ່າງຕໍ່
ເນື່ອງ ທັງນີໂດຍໄດ້ຮັບການຊ່ວຍເຫຼືອຈາກຄົນ ລາວ ທີ່ເຫັນແກ່ຜົນປະໂຫຍດສ່ວນຕົວ
ເປັນສຳຄັນ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອແກ່ຊາວຕ່າງຊາດທັງໃນດ້ານທີ່ຢູ່ອາໄສ ການໃຫ້
ເຊົ່າທີ່ດິນ ແລະ ນຳໃຊ້ໃບອະນຸຍາດໃນການດຳເນີນກິດຈະການຕ່າງໆໃນນາມຄົນ
ລາວ.

ທັງ​ນີ້​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ນາ
ຍົກລັດຖະມົນຕີເລກທີ 62/ນຍ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການຂຶ້ນ
ທະບຽນ ແລະ ອອກໃບອະນຸຍາດການເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດໃນ
ລາວ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມກັບກະຊວງປ້ອງກັນຄວາມສະ
ຫງົບເປັນພາກສ່ວນຮັບຜິດຊອບຮ່ວມກັນນັບແຕ່ປີ 2016 ເປັນຕົ້ນມາ ແລະ ຍັງສືບຕໍ່
ການຈັດຕັ້ງປະຕິບັດໃນປັດຈຸບັນນີ້ ເພື່ອເຮັດໃຫ້ສາມາດຂຶ້ນທະບຽນແຮງງານຕ່າງ
ຊາດໃຫ້ໄດ້ຢ່າງຄົບຖ້ວນ.

ໃນ​ປັດ​ຈຸ​ບັນມີ​ແຮງ​ງານ​ຕ່າງ​ຊາດ​ 29,825 ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຊຳ​ລະ​ຄ່າ​ທຳ​
ນຽມ ເພື່ອທຳງານໃນ ລາວ ຢ່າງຖືກຕ້ອງຕາມກົດໝາຍ ຫາກແຕ່ສະຫະພັນກຳມະບານ
ລາວ ລະບຸວ່າມີແຮງງານຕ່າງຊາດເຖິງ 34,928 ຄົນ ທີ່ຍັງບໍ່ຊຳລະຄ່າທຳນຽມໃນການ
ອອກບັດອະນຸຍາດທຳງານຢ່າງຖືກຕ້ອງ ທີ່ມີອັດຕາຄ່າທຳນຽມ 3.6 ລ້ານກີບ ຕໍ່ຄົນຕໍ່ປີ
ຊຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງຂາດລາຍຮັບຫຼາຍກວ່າ 125 ຕື້ກີບໃນແຕ່ລະປີ.

ນອ​ກ​ຈາກນີ້ ລັດຖະບານ​ລາວ​ໄດ້​ວາງ​ເປົ້າ​ໝາຍເຖິງ​ປີ 2020 ໄວ້​ວ່າ​ຈະ​ພັດທະນາ​ແຮງ​
ງານທີ່​ມີ​ຝີ​ມື​ໃຫ້​ໄດ້ 658,000 ຄົນເພື່ອສະໜອງໃຫ້ແກ່ບໍລິສັດຕ່າງຊາດໃນລາວ ທັງ​ຍັງ​
ຈະສ້າງມາດຕະຖານຝີມືແຮງງານໃນ 25 ສາຂາອາຊີບ ແລະ ອອກ​ໃບ​ຢັ້ງ​ຢືນ​ມາດ​ຕະ​
ຖານຝີມືແຮງງານ ລາວ 12,500 ກວ່າຄົນໃນແຕ່ລະປີ.

ທາງ​ດ້ານອົງການ​ແຮງ​ງານ​ສາກົນ (ILO) ລະບຸ​ວ່າ​ລັດຖະບານ​ລາວ​ຈະ​ຕ້ອງ​ສົ່ງ​ເສີມ
ພາກເອກກະຊົນ ໃຫ້ລົງທຶນເຂົ້າໃນການພັດທະນາການສຶກສາຊັ້ນສູງຫຼາຍຂຶ້ນ ເພາະ
ວ່າການທີ່ຂາດແຄນງົບປະມານຂອງລັດຖະບານລາວນັ້ນ ເຮັດໃຫ້ບໍ່ສາມາດຮອງຮັບ
ກັບຈຳນວນນັກສຶກສາ ທີ່ເພີ້ມຂຶ້ນຢ່າງໄວວາ ເຊັ່ນ ມະຫາວິທະຍາໄລແຫ່ງຊາດລາວ
ຮອງຮັບນັກສຶກສາໄດ້ 11,000 ກວ່າຄົນ ໃນຂະນະທີ່ມີນັກຮຽນທີ່ຈົບມັດທະຍົມປາຍ
ປີລະ ຫຼາຍກວ່າ 60,000 ຄົນທີ່ເຂົ້າສູ່ຕະຫຼາດແຮງງານ ລາວ ໃນແຕ່ລະປີ.

XS
SM
MD
LG