ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຂະນະທີ່ ນັກທ່ອງທ່ຽວຈີນ ເຂົ້າມາລາວ ເພີ່ມຫຼາຍຂຶ້ນ ແຕ່ຜົນປະໂຫຍດ ກັບຕົກເປັນ ຂອງຄົນຈີນ


ພິທີເປີດປີທ່ອງທ່ຽວລາວ 2018 ໃນລະຫວ່າງບຸນທາດຫຼວງປີ 2017.
ພິທີເປີດປີທ່ອງທ່ຽວລາວ 2018 ໃນລະຫວ່າງບຸນທາດຫຼວງປີ 2017.

ນັກທ່ອງທ່ຽວຈີນ ເດີນທາງເຂົ້າມາໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຜົນປະໂຫຍດ
ສ່ວນຫຼາຍ ກັບຕົກເປັນຂອງບັນດານັກທຸລະກິດຈີນ ທີ່ເປັນເຈົ້າຂອງໂຮງແຮມ
ຮ້ານອາຫານ ແລະທຸລະກິດບັນເທີງໃນລາວ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ
ແລະທ່ອງທ່ຽວ ຍອມຮັບວ່າ ພາກສ່ວນທີ່ໄດ້ຮັບຜົນປະໂຫຍດຈາກບັນດາ ນັກທ່ອງ
ທ່ຽວຈີນ ທີ່ເດີນທາງເຂົ້າມາໃນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງນັ້ນ ກໍຄືບັນດານັກທຸລະກິດ
ຈີນທີ່ລົງທຶນໃນພາກທຸລະກິດ ບໍລິການ ແລະທ່ອງທ່ຽວ ຢ່າງຄົບວົງຈອນໃນລາວ ຈຶ່ງ
ເຮັດໃຫ້ນັກທຸລະກິດຈີນເຫຼົ່ານີ້ ໄດ້ຮັບຜົນປະໂຫຍດສ່ວນຫຼາຍ ໃນຖານະທີ່ເປັນເຈົ້າ
ຂອງກິດຈະການໂຮງແຮມ ຮ້ານອາຫານ ແລະທຸລະກິດບັນເທີງ ທັງຍັງເປັນເຈົ້າຂອງ
ບໍລິການທ່ອງທ່ຽວ ທີ່ນຳພາບັນດານັກທ່ອງທ່ຽວຈີນ 545,000 ກວ່າຄົນ ເຂົ້າມາໃນ
ລາວ ດ້ວຍຕົນເອງໃນປີ 2016 ທີ່ຜ່ານມາອີກດ້ວຍ.

ຈາກສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງ ທີ່ພາກທຸລະກິດ
ບໍລິການ ແລະທ່ອງທ່ຽວຂອງລາວ ຈະຕ້ອງປັບປຸງຕົວເອງ ເພື່ອໃຫ້ສາມາດແຂ່ງຂັນ
ກັບບັນດານັກທຸລະກິດຈີນໃຫ້ໄດ້ ທັງໃນດ້ານບຸກຄະລາກອນ ແລະຄຸນນະພາບ ຂອງ
ການໃຫ້ບໍລິການ ດັ່ງທີ່ທ່ານບໍ່ແສງຄຳ ໄດ້ໃຫ້ການຢືນຢັນໃນໂອກາດເປີດປີທ່ອງທ່ຽວ
ລາວ 2018 ໃນທ້າຍເດືອນຕຸລາ 2017 ທີ່ຜ່ານມາ ວ່າ:

“ບັນຫາທີ່ເກີດຂຶ້ນຈາກການຕ້ອນຮັບນັກທ່ອງທ່ຽວຈີນ ແມ່ນນັກທ່ອງທ່ຽວສ່ວນຫຼາຍ
ໃຊ້ບໍລິການ ຂອງບໍລິສັດທ່ອງທ່ຽວຈີນ ພັກເຊົາໂຮງແຮມຈີນ ກິນອາຫານຢູ່ຮ້ານ
ອາຫານຈີນ ແລະມີພະນັກງານນຳທ່ຽວ ທີ່ສ່ວນຫຼາຍກໍເປັນຄົນຈີນ ຖ້າພວກເຮົາມີ
ແຜນການຮອງຮັບ ນັກທ່ອງທ່ຽວຈີນ ທີ່ເປັນລະບົບ ແລະສາມາດຈັດຕັ້ງປະຕິບັດໄດ້
ຢ່າງເປັນຮູບປະທຳ ແມ່ນມີທ່າແຮງທີ່ຈະດຶງດູດນັກທ່ອງທ່ຽວຈີນ ມາປະເທດເຮົາ
ໄດ້ຫຼາຍ ໂດຍສະເພາະແມ່ນອິງໃສ່ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດລາວ
-ຈີນ ກໍຄືພາຍຫລັງທີ່ສຳເລັດ ການກໍ່ສ້າງເສັ້ນທາງລົດໄຟ ຊຶ່ງຄາດວ່າ ຈະມີນັກທ່ອງ
ທ່ຽວຈີນ ເຂົ້າມາລາວເຮົາຫຼາຍຂຶ້ນ.”

ທັ່ງນີ້ ພິທີເປີດປີການທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງ
ວັນທີ 28 ຕຸລາ 2017 ຜ່ານມາ ໂດຍມີທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເປັນ
ປະທານໃນພິທີ ທີ່ຈັດຂຶ້ນໃນໂອກາດດຽວກັນກັບ ງານບຸນນະມັດສະການພະທາດຫລວງ
ປະຈຳປີ 2017 ແລະໃນພິທີການຄັ້ງນີ້ ກໍໄດ້ມີການເຊີນສື່ມວນຊົນ ແລະແຂກຈາກ
ປະເທດ ສະມາຊິກ ກຸ່ມອາຊຽນ ແລະພູມິພາກອື່ນໆຈາກທົ່ວໂລກ ເຂົ້າຮ່ວມດ້ວຍ.

ໂດຍລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາ ນັກທ່ອງທ່ຽວຊາວຕ່າງຊາດ
ໃຫ້ໄດ້ເຖິງ 5 ລ້ານຄົນ ຊຶ່ງຈະເຮັດໃຫ້ພາກທຸລະກິດບໍລິການໃນລາວ ມີລາຍຮັບເກີນ
ກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ ແລະງານບຸນ
ປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ ເຊັ່ນ ການຈັດຄາລາວານລົດທ່ອງທ່ຽວ ແຕ່
ເໜືອຮອດໃຕ້ ບຸນມະໂທລານການສະແດງສິນລະປະວັດທະນະທຳພື້ນເມືອງ ຂອງ
ບັນດາເຜົ່າຕ່າງໆ ການແຂ່ງລົດວິບາກ ການປີນໜ້າຜາ ການຈັດງານວັນລາວໃນຕ່າງ
ປະເທດ ເຊັ່ນ ໄທ ຫວຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ແລະອັງກິດ ເປັນຕົ້ນ.

ຍິ່ງໄປກວ່ານັ້ນ ທາງການລາວ ກໍຍັງໄດ້ຮັບການຢືນຢັນຈາກ ປະເທດສະມາຊິກ ໃນ
າຊຽນດ້ວຍກັນ ວ່າ ຈະໃຫ້ການຊ່ອຍເຫຼືອໃນການໂຄສະນາປະຊາສຳພັນ ປີການທ່ອງ
ທ່ຽວລາວ 2018 ຢ່າງກວ້າງຂວາງ ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນ ເດີນທາງ
ເຂົ້າມາທ່ອງທ່ຽວໃນລາວ ຫຼາຍຂຶ້ນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດ ໄດ້ເດີນທາງ ເຂົ້າມາທ່ອງທ່ຽວໃນລາວລົດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ລະຍະດຽວກັນຂອງປີ
2016 ໂດຍສະເພາະແມ່ນນັກທ່ອງທ່ຽວຈາກປະເທດສະມາຊິກໃນອາຊຽນດ້ວຍກັນນັ້ນ
ຖືເປັນກຸ່ມນັກທ່ອງທ່ຽວ ທີ່ເດີນທ່າງເຂົ້າມາໃນລາວລົດລົງຫຼາຍທີ່ສຸດ ຊຶ່ງຖ້າຫາກວ່າ ສະພາບການຍັງຄົງດຳເນີນໄປ ໃນທິດທາງດັ່ງກ່າວ ກໍຍັງເຮັດໃຫ້ຄາດໝາຍໄດ້ວ່າ
ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ຈະເດີນທາງເຂົ້າມາໃນລາວໃນປີ 2017 ຈະ
ນ້ອຍກວ່າໃນປີ 2016.

ແຕ່ຢ່າງໃດກໍຕາມ ທ່ານບໍ່ແສງຄຳ ກໍຢືນຢັນວ່າ ເປົ້າໝາຍສຳຄັນ ໃນການພັດທະນາ
ການທ່ອງທ່ຽວຂອງລາວ ກໍຄືການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານ
ທຸກດ້ານ ເພື່ອເຮັດໃຫ້ອາຊຽນເປັນຈຸດໝາຍປາຍທາງດຽວກັນ ສຳລັບບັນດານັກທ່ອງ
ທ່ຽວຈາກພູມິພາກອື່ນໆໃຫ້ໄດ້ ຢ່າງເປັນຮູບປະທຳ ພາຍໃນປີ 2025 ດ້ວຍການເສີມ
ຂະຫຍາຍ ການຮ່ວມມື ຢ່າງເຂັ້ມແຂງ ແລະໃກ້ຊິດ.

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບຈາກ
ການທ່ອງທ່ຽວໃນລາວ ຍັງມີອັດຕາສະເລ່ຍຕ່ຳກວ່າ ປະເທດສະມາຊິກໃນອາຊຽນ
ດ້ວຍກັນ ຊຶ່ງມີລາຍຮັບຈາກການທ່ອງທ່ຽວ ທີ່ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດ
ຜະລິດຕະພັນລວມພາຍໃນ (GDP) ແຕ່ລາຍຮັບຂອງລາວ ຄິດເປັນພຽງ 7 ເປີເຊັນ
ເທົ່ານັ້ນ.

XS
SM
MD
LG