ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ Boeing 787 ​ຂອງ ສາຍ​ການ​ບິນ ຍີ່​ປຸ່ນ ມີບັນຫາ ດ້ານໝໍ້ໄຟ (ວີດີໂອ)


ເຮືອບິນ Boeing 787 ຂອງສາຍການບິນຍີ່ປຸ່ນ ກໍາລັງຈອດຢູ່ເດີ່ນ
ເຮືອບິນ Boeing 787 ຂອງສາຍການບິນຍີ່ປຸ່ນ ກໍາລັງຈອດຢູ່ເດີ່ນ
ບັນ​ຫາ​ໝໍ້​ໄຟ ໄດ້​ເຮັດ​ໃຫ້​ເຮືອບິນຂະໜາດ​ໃຫຍ່ Boeing 787
ຕ້ອງ​ຖືກສັ່ງໃຫ້​ຈອດ​ຢູ່ເດີ່ນອີກຄັ້ງ ນຶ່ງ​ປີ​ຫຼັງ​ຈາກໄດ້ເກີດ​ບັນຫາ
​ທີ່ຄ້າຍຄື​ກັນ ​ທີ່​ນໍາ​ໄປ​ສູ່ການໂຈະບິນ ເປັນເວລາຫລາຍ​ເດືອນ ​ຂອງເຮືອບິນອາຍພົ່ນດັ່ງກ່າວ ຢູ່ໃນທົ່ວ​ໂລກ.

ສາຍການບິນຍີ່ປຸ່ນ ກ່າວວ່າ ນາຍຊ່າງຄົນນຶ່ງ ໃນວັນອັງຄານ
ວານນີ້ ໄດ້ເຫັນຄວັນສີຂາວພຸ່ງຂຶ້ນຈາກບ່ອນນັ່ງຄົນຂັບ ຂອງ
ເຮືອບິນ Boeing 787 Dreamliner ທີ່ຈອດຢູ່ ສະໜາມບິນ
ນາໆຊາດ Narita ໃນກຸງໂຕກຽວ.

ການສືບສວນພົບວ່າ ​ນຶ່ງ​ໃນຈໍາ​ນວນ​ແປດແຊ​ລຂອງໝໍ້ໄຟທີ່ເຮັດ
ດ້ວຍ lithium-ion ຂອງເຮືອບິນດັ່ງກ່າວ ​ໄດ້​ຮົ່ວ​ໄຫລ. ລາ​ຍງານ​ກ່າວ​ວ່າ ​ຝາອັດ​ຄວາມ​ປອດ​
ໄພ ​ເພື່ອ​ປ່ອຍ​ຄວາມ​ກົດ​ດັນ​ອອກນັ້ນ ​ໄດ້​ເຮັດ​ວຽກ​ເປັນ​ປົກກະຕິ​ດີ ​ແລະຈຶ່ງ​ບໍ່​ໄດ້​ເກີດໄຟ​ໄໝ້.

ສາຍ​ການບິນຍີ່ປຸ່ນ ​ໄດ້ໃຊ້​ເຮືອບິນ Dreamliner ຂະໜາດ​ໃຫຍ່ລຳອື່ນແທນ ​ແລະ​ກ່າວ​ວ່າ ຕົນ​ຍັງຈະສືບຕໍ່​ໃຊ້ເຮືອບິນ 787 ຫລັງຈາກ​ການ​ກວດກາເຄື່ອງຈັກຕາມປົກກະຕິແລ້ວ.

ເຮືອບິນ Dreamliner ຢູ່​ໃນທົ່ວ​ໂລກຊຶ່ງມີ 50 ລຳ ​ໄດ້​ຖືກ​ຈອດ​ຢູ່​ເດີ່ນ​ ມາ​ເປັນ​ເວລາ​ກວ່າ
ສາມ​ເດືອນໃນ​ປີ​ກາຍ​ນີ້ ຫລັງ​ຈາກ​ມີ​ບັນ​ຫາໝໍ້​ໄຟ​ທີ່ພາໃຫ້ເກີດ​ໄຟ​ໄໝ້ຢູ່ເຮືອ​ບິນ​ທີ່​ຈອດ​ໄວ້
ລຳນຶ່ງ​ ​ແລະ​ບັງ​ຄັບໃຫ້​ລົງ​ຈອດສຸກ​ເສີນ​ ອີກລຳນຶ່ງນັ້ນ.

Japan Dreamliner
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG