ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາດຈະມີການຍົກຍ້າຍ ປະຊາຊົນຕື່ມອີກ ໃນຂະນະທີ່ເກີດນໍ້າຖ້ວມ ແລະຍັງມີຝົນຍັງຕົກໜັກຢູ່ ໃນອອສເຕຣເລຍ


ເກີດນໍ້າຖ້ວມທີ່ຮ້າຍແຮງຢູ່ ລັດນີວຊາວເວລສ໌ ທີ່ເຫັນຢູ່ນະຄອນຊິດນີ ປະເທດອອສເຕຣເລຍ .
ເກີດນໍ້າຖ້ວມທີ່ຮ້າຍແຮງຢູ່ ລັດນີວຊາວເວລສ໌ ທີ່ເຫັນຢູ່ນະຄອນຊິດນີ ປະເທດອອສເຕຣເລຍ .

ພວກເຈົ້າໜ້າທີ່ອອສເຕຣເລຍ ກ່າວໃນວັນອັງຄານມື້ນີ້ວ່າ ອາດມີການອອກຄຳສັ່ງເພີ້ມຂຶ້ນ
ໃຫ້ຍົກຍ້າຍ ໃນຂະນະທີ່ຝົນໄດ້ຕົກລົງມາຢ່າງບໍ່ຂາດໄລຍະໃນເຂດຝັ່ງຕາເວັນອອກຂອງ
ປະເທດ ໂດຍທີ່ຫຼາຍຂົງເຂດທາງພາກຕາເວັນຕົກຂອງນະ ຄອນຊິດນີພວມປະເຊີນໜ້າ
ກັບໄພນໍ້າຖ້ວມທີ່ຮ້າຍແຮງໃນຮອບ 50 ປີ ອີງຕາມລາຍງານຂອງອົງການຂ່າວຮອຍເຕີ້.

ສະພາບດິນຟ້າອາກາດທີ່ປັ່ນປ່ວນ ໄດ້ຖະຫຼົ່ມເຂດນິວຊາວເວລສ໌ (NSW) ໃນໄລຍະ
ສາມມື້ທີ່ຜ່ານມາ ຊຶ່ງຄາດວ່າຈະມີກຳລັງແຮງຂຶ້ນໃນ 24 ຊົ່ວໂມງທັງນີ້ກໍ ຍ້ອນການປະສົມ
ປະສານກັນລະຫວ່າງລົມພາຍເຂດຮ້ອນ ທີ່ມີຄວາມກົດດັນຕໍ່າ ຢູ່ທາງພາກຕາເວັນຕົກສຽງ
ເໜືອຂອງອອສເຕຣເລຍ ແລະນອກຊາຍຝັ່ງທາງ ພາກຕາເວັນອອກ.

ຜູ້ປົກຄອງລັດນິວຊາວເວລສ໌ ທ່ານແກລດດີ ເບີເລີຈິກລຽນ ກ່າວຕໍ່ພວກນັກ ຂ່າວວ່າ “ໃນ
ຕອນຂ້າມຄືນວ່າ ໂຊກບໍ່ດີສະພາບດິນຟ້າອາກາດຈຳນວນນຶ່ງ ໄດ້ຮ້າຍແຮງຂຶ້ນ ແລະສະ
ພາບດິນຟ້າອາກາດເຫຼົ່ານັ້ນຈະຮ້າຍແຮງຂຶ້ນອີກລະຫວ່າງກາງເວັນ ເພາະສະນັ້ນມີຫຼາຍໆ
ປະຊາຄົມທີ່ຈະປະສົບກັບການເພີ້ມຝົນຕົກໜັກ.”

ທ່ານເບີເລີຈິກລຽນ ກ່າວວ່າ ປະຊາຊົນຫຼາຍກວ່າ 15,000 ຄົນ ອາດຕ້ອງໄດ້ ຍົກຍ້າຍໃນ
ບໍ່ຊ້ານີ້ຫຼັງຈາກພວກເຈົ້າໜ້າທີ່ໄດ້ຍົກຍ້າຍ 18,000 ຄົນໄປຢູ່ເຂດ ທີ່ປອດໄພໃນວັນຈັນ
ວານນີ້.

ມີ 38 ເຂດຖືກປະເທດໃຫ້ເປັນເຂດທີ່ໄດ້ຮັບໄພພິບັດຢູ່ໃນລັດ ອີງຕາມຄຳເວົ້າຂອງພວກ
ເຈົ້າໜ້າທີ່ ໃນວັນອັງຄານມື້ນີ້ ທີ່ໄດ້ບັນລະຍາຍວ່າ ໄລຍະ 24 ຊົ່ວ ໂມງຕໍ່ໜ້າ ຈະເປັນອັນ
ຕະລາຍ ໃນຂະນະທີີ່ີມີນໍ້າຖ້ວມຊຸ ລົ້ນຝັ່ງຂຶ້ນຫ້ວຍນ້ຳລຳທ່ານສາຍຕ່າງໆ ຂຶ້ນຖ້ວມເຮືອນ
ຊານ ທົ່ງນາ ແລະຂົວຕ່າງໆ ຢູ່ໃນທົ່ວບໍລິເວນກວ້າງ ທົ່ວລັດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG