ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການໂຈມຕີໃສ່ກອງກຳລັງສະຫະລັດ ຕື່ມອີກ ພາຍຫຼັງການໂຈມຕີໃສ່ເປົ້າໝາຍ ທີ່ໄດ້ຮັບການສະໜັບສະໜູນຈາກອີຣ່ານ ໃນຊີເຣຍ


ຮູບຈາກວີດີໂອນີ້ມາຈາກກະຊວງປ້ອງກັນປະເທດສະຫະລັດ ສະແດງໃຫ້ເຫັນການໂຈມຕີທາງອາກາດ ວັນທີ 8 ພະຈິກ 2023 ໃສ່ສາງເກັບອາວຸດ,ກາງ,ທາງພາກຕາເວັນອອກຂອງຊີເຣຍ. ການໂຈມຕີນີ້ເປັນນຶ່ງໃນການໂຈມຕີຫຼາຍຄັ້ງໃນອາທິດທີ່ຜ່ານມາ ທີ່ແນເປົ້າໃສ່ສິ່ງອຳນວຍຄວາມສະດວກຕ່າງໆທີ່ກ່ຽວຂ້ອງກັບກຸ່ມຫົວຮຸນແຮງທີ່ສະໜັບສະໜູນຈາກອີຣ່ານ.
ຮູບຈາກວີດີໂອນີ້ມາຈາກກະຊວງປ້ອງກັນປະເທດສະຫະລັດ ສະແດງໃຫ້ເຫັນການໂຈມຕີທາງອາກາດ ວັນທີ 8 ພະຈິກ 2023 ໃສ່ສາງເກັບອາວຸດ,ກາງ,ທາງພາກຕາເວັນອອກຂອງຊີເຣຍ. ການໂຈມຕີນີ້ເປັນນຶ່ງໃນການໂຈມຕີຫຼາຍຄັ້ງໃນອາທິດທີ່ຜ່ານມາ ທີ່ແນເປົ້າໃສ່ສິ່ງອຳນວຍຄວາມສະດວກຕ່າງໆທີ່ກ່ຽວຂ້ອງກັບກຸ່ມຫົວຮຸນແຮງທີ່ສະໜັບສະໜູນຈາກອີຣ່ານ.

ກຸ່ມຫົວຮຸນແຮງທີ່ໜູນຫຼັງໂດຍອີຣ່ານ ໄດ້ໂຈມຕີກອງກຳລັງສະຫະລັດ ໃນອີຣັກ ແລະຊີເຣຍ ຢ່າງນ້ອຍ 4 ຄັ້ງ ໃນຮອບ 24 ຊົ່ວໂມງທີ່ຜ່ານມາ, ເຮັດໃຫ້ ຈຳ ນວນການໂຈມຕີເພີ່ມຂຶ້ນເປັນ 52 ຄັ້ງໃນບໍ່ຮອດນຶ່ງເດືອນ, ບັນດາເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດ ກ່າວຕໍ່ວີໂອເອ.

"ການໂຈມຕີເຫຼົ່ານີ້ຕ້ອງຢຸດ, ແລະຖ້າພວກເຂົາບໍ່ຢຸດ, ພວກເຮົາຈະບໍ່ລັງເລທີ່ຈະເຮັດສິ່ງທີ່ຈໍາເປັນ, ອີກຄັ້ງນຶ່ງ, ເພື່ອປົກປ້ອງກອງທະຫານ," ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍ ອອສຕິນ ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງໂຊລ ໃນວັນຈັນ.

ການໂຈມຕີທັງ 4 ຄັ້ງ ເກີດຂຶ້ນຫລັງຈາກກອງກຳລັງສະຫະລັດໄດ້ທໍາການໂຈມຕີ ສະຖານທີ່ 2 ແຫ່ງທີ່ກ່ຽວຂ້ອງກັບອີຣ່ານ ໃນຊີເຣຍ ໃນຕອນແລງວັນອາທິດ ເພື່ອຕອບໂຕ້ຕໍ່ການໂຈມຕີໃສ່ບັນດາທະຫານອາເມຣິກັນ. ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນຢູ່ທີ່ ສະຖານທີ່ຝຶກອົບຮົມ ໃກ້ກັບເມືອງ ອັລບູ ຄາມາລ (Albu Kamal) ແລະ ບ່ອນຫຼົບລີ້ ໃກ້ກັບເມືອງ ມາຢາດີນ (Mayadeen), ອີງຕາມການກ່າວຂອງກອງທັບ.

ນີ້ແມ່ນການບຸກໂຈມຕີຄັ້ງທີ 3 ຂອງສະຫະລັດ ຕໍ່ເປົ້າໝາຍທີ່ກ່ຽວຂ້ອງກັບກອງກຳລັງພິທັກປະຕິວັດອິສລາມຂອງ ອີຣ່ານ ໃນຮອບຫຼາຍອາທິດ. ເຮືອບິນລົບຂອງສະຫະລັດ ໄດ້ແນເປົ້າໝາຍໃສ່ບ່ອນເກັບມ້ຽນອາວຸດໃນຊີເຣຍ ໃນອາທິດແລ້ວນີ້ ແລະໄດ້ໂຈມຕີໂຮງງານສອງແຫ່ງ ໃນຊີເຣຍ ໃນຕອນເຊົ້າຂອງວັນທີ 27 ຕຸລາ (ຕາມເວລາທ້ອງຖິ່ນຂອງຊີເຣຍ) ທີ່ຖືກກ່າວວ່າ ໄດ້ຖືກນຳໃຊ້ໂດຍກຳລັງຂອງອີຣ່ານ ແລະກຳລັງຕົວແທນຂອງອີຣ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG