ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມົວຣ໌ ຂັດຂືນ ການຮຽກຮ້ອງ ໃຫ້ຖອນໂຕ ຈາກການເລືອກຕັ້ງ ໂດຍບັນດາຜູ້ນຳພັກ

ອະດີດຫົວໜ້າພະແນກຍຸຕິທຳ ຂອງລັດ ອາລາບາມາ ແລະ ຜູ້ສະໝັກເປັນສະມາຊິກສະພາສູງ ສະຫະລັດ ທ່ານ Roy Moore ກ່າວຖະແຫລງ ຢູ່ທີ່ງານລ້ຽງ ແຫ່ງນຶ່ງ, ວັນທີ 14 ພະຈິກ 2017, ໃນເມືອງ Jackson ລັດ Alabama.
ອະດີດຫົວໜ້າພະແນກຍຸຕິທຳ ຂອງລັດ ອາລາບາມາ ແລະ ຜູ້ສະໝັກເປັນສະມາຊິກສະພາສູງ ສະຫະລັດ ທ່ານ Roy Moore ກ່າວຖະແຫລງ ຢູ່ທີ່ງານລ້ຽງ ແຫ່ງນຶ່ງ, ວັນທີ 14 ພະຈິກ 2017, ໃນເມືອງ Jackson ລັດ Alabama.

ທ່ານ Roy Moore ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຜູ້ສະໝັກລົງແຂ່ງຂັນ
ໄດ້ຕ້ອງຕິ ໃນວັນພຸດວານນີ້ ຕໍ່ອັນທີ່ທ່ານເອີ້ນວ່າ ການກ່າວຫາ ໃນການລວນລາມ
ທາງເພດ ທີ່ບໍ່ແມ່ນຄວາມຈິງ ໃນຂະນະດຽວກັນ ທ່ານກໍຍັງຄົງບໍ່ຍິນຍອມ ທ່າມກາງ
ການຮຽກຮ້ອງໂດຍບັນດາຜູ້ນຳພັກ ໃຫ້ທ່ານອອກຈາກການແຂ່ງຂັນເລືອກຕັ້ງພິເສດ
ຢູ່ໃນລັດອາລາບາມາ ທາງພາກໃຕ້ຂອງປະເທດ ໃນເດືອນທັນວາ ຈະມາເຖິງນີ້.

ແມ່ຍິງສອງຄົນ ໄດ້ກ່າວຫາ ທ່ານ ມົວຣ໌ ເຖິງການລວນລາມທາງເພດທີ່ບໍ່ປະສົງ ໃນ
ເວລາ ພວກເຂົາເຈົ້າທັງສອງ ຍັງເປັນເດັກນ້ອຍຢູ່ ແລະຕອນນັ້ນ ທ່ານມົວຣ໌ ມີອາຍຸ
ໄດ້ 30 ກວ່າປີ. ແມ່ຍິງອີກ 3 ຄົນໄດ້ກ່າວວ່າ ໃນເວລາປະມານ ປານໆກັນນັ້ນ ໃນ
ຊ່ວງທ້າຍປີ 1970 ທ່ານມົວຣ໌ ໄດ້ຊວນພວກເຂົາເຈົ້າ ໄປຫຼິ້ນ ໃນເວລາທ່ານໄດ້ເປັນ
ໄອຍະການ ໃນທ້ອງຖິ່ນ ແລະພວກແມ່ຍິງ ແມ່ນຍັງເຂົ້າໂຮງຮຽນມັດທະຍົມປາຍ ຢູ່.

ຜູ້ນຳສຽງສ່ວນຫຼາຍ ສະພາສູງ ທ່ານ Mitch McConnell, ສັງກັດພັກຣີພັບບລີກັນ ຈາກລັດ Kentucky, ຄຽງຂ້າງໂດຍ ທ່ານ Roy Blunt ສະມາຊິກສະພາສູງ ຈາກລັດ Missourri ສັງກັດພັກຣີພັບບລີກັນ (ຊ້າຍ) ແລະ ຮອງປະທານ ພັກຣີພັບບລີກັນ ທ່ານ John Cornyn ຈາກລັດ Texas, ກ່າວຖະແຫລງ ຕໍ່ບັນດານັກຂ່າວ, ວັນທີ 7 ພະຈິກ 2017.

​ຜູ້ນຳສຽງສ່ວນຫຼາຍ ຂອງສະພາສູງ ທ່ານ Mitch McConnell ປະທານສະພາຕ່ຳ
ທ່ານ Paul Ryan ແລະ ອະດີດຜູ້ສະໝັກແຂ່ງຂັນເປັນປະທາ ນາທິບໍດີສັງກັດພັກ
ຣີພັບບລີກັນ ສອງທ່ານ ຄືທ່ານ Mitt Romney ແລະ John McCain ພ້ອມທັງ
ສະມາຊິກສະພາສູງທັງໝົດໄດ້ກ່າວວ່າ ທ່ານມົວຣ໌ ຜູ້ມີອາຍຸ 70 ປີ ຄວນອອກຈາກ
ການແຂ່ງຂັນຊະ.

ທ່ານ McConnell ໄດ້ກ່າວຕໍ່ບັນດານັກຂ່າວ ໃນສັບປະດານີ້ວ່າ ພວກແມ່ຍິງທັງຫຼາຍ
ຜູ້ທີ່ໄດ້ເປີດເຜີຍໂຕອອກມານັ້ນ ແມ່ນ “ໜ້າເຊື່ອຖືທັງໝົດ” ແລະ ວ່າ ທ່ານມົວຣ໌ ກໍແມ່ນ
ວ່າ “ແທ້ຈິງແລ້ວ ບໍ່ມີຄຸນສົມບັດ ທີ່ຈະເປັນສະມາຊິກສະພາສູງ ສະຫະລັດ.”

ສ່ວນທ່ານມົວຣ໌ ກໍໄດ້ຕ້ອບດ້ວຍຂໍ້ຄວາມສັ້ນໆ ທີ່ຂຽນລົງທາງ Twitter ເມື່ອຕອນແລງ
ວັນພຸດວານນີ້ ວ່າ “ທ່ານ Mitch McConnell ທີ່ເຄົາລົບ ນຳ ມັນ ມາເລີຍ.”

ທ່ານປະທານາທິບໍດີ ດໍໂນລ ທຣຳ ຍັງບໍ່ທັນໄດ້ຊັ່ງຊາເບິ່ງ ສະຖານະການນີ້ເທື່ອ.

ນາງ Beverly Young Nelson, ຊ້າຍ, ມີປະຕິກິລິຍາ ໃນຂະນະທີ່ ອ່ານຄຳຖະແຫລງ ຕໍ່ບັນດານັກຂ່າວ ໂດຍມີທະນາຍຄວາມ ທ່ານນາງ Gloria Allred ຢູ່ຮ່ວມ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ການປະກາດຂໍ້ກ່າວຫາໃໝ່ ກ່ຽວກັບການລ່ວງລະເມີດທາງເພດ ຕໍ່ຜູ້ລົງສະໝັກແຂ່ງຂັນ ເປັນສະມາຊິກສະພາ ທີ່ສັງກັດພັກຣີພັບບລີກັນ ຈາກລັດອາລາບາມາ ທ່ານ Roy Moore, ຢູ່ໃນລັດ New York.

ທ່ານມົວຣ໌ ກຳລັງຈະປະເຊີນໜ້າ ກັບພັກເດໂມແຄຣັດ ແລະອະດີດໄອຍະການ
ລັດຖະບານກາງ ທ່ານ Doug Jones ໃນການແຂ່ງຂັນເລືອກຕັ້ງ ເພື່ອຫາຜູ້ມາແທນ
ບ່ອນນັ່ງໃນສະພາສູງ ທີ່ຍັງເຫຼືອຢູ່ອີກ 3 ປີ ເຊິ່ງໃນຄັ້ງນຶ່ງ ເປັນຕຳແໜ່ງ ຂອງທ່ານ
Jeff Sessions ຜູ້ທີ່ໄດ້ລາອອກ ເພື່ອເຂົ້າຮ່ວມໃນຄະນະລັດ ຖະບານຂອງທ່ານທຣຳ
ເປັນລັດຖະມົນຕີ ກະຊວງຍຸຕິທຳ.

ທ່ານມົວຣ໌ ໄດ້ຖິ້ມໂທດໃສ່ສື່ມວນຊົນ ທີ່ທຳການຮາວີລົບກວນການໂຄສະນາຫາສຽງ
ຂອງທ່ານ ແລະໄດ້ກ່າວວ່າ ທ່ານຈະຟ້ອງ ໜັງສືພິມ Washington Post ຊຶ່ງໃນນຶ່ງ
ສັບດາກ່ອນນີ້ ໄດ້ອອກຂ່າວເປັນຄັ້ງທຳອິດ ກ່ຽວກັບການກ່າວຫາຂອງ ພວກແມ່ຍິງ
4 ຄົນ ອັນເປັນບົດລາຍງານ ທີ່ອ້າງອິງເຖິງການສຳພາດກັບພວກເຂົາເຈົ້ານັ້ນ.

ໃນວັນພຸດວານນີ້ ແມ່ຍິງຄົນທີ 6 ກໍໄດ້ອອກມາກ່າວຫາ ທ່ານມົວຣ໌ ວ່າ ໄດ້ລູບຄຳໂຕ
ເຂົາເຈົ້າ ໃນຂະນະທີ່ ຢູ່ທີ່ຫ້ອງການກົດໝາຍ ເມື່ອເຂົ້າປຶກສາກັບທ່ານ ໃນປີ 1991.
ບໍ່ຄືກັນກັບກໍລະນີ ກ່ອນໆນີ້ ທີ່ກ່ຽວພັນ ກັບພວກເດັກໄວລຸ້ນ ຄື ນາງ Tina Johnson
ເຊິ່ງໃນເວລານັ້ນ ມີອາຍຸໄດ້ 28 ປີ ແລະ ກຳລັງຢູ່ໃນສະພາບທີ່ມີບັນຫາທາງຄອບຄົວ.
ນາງໄດ້ຢູ່ໃນຫ້ອງການກົດໝາຍ ກັບແມ່ຂອງລາວ ຜູ້ທີ່ໄດ້ວ່າຈ້າງ ທ່ານມົວຣ໌ໃຫ້ເບິ່ງ
ຄະດີໃນດ້ານການຄຸ້ມຄອງ ທີ່ກ່ຽວຂ້ອງກັບລູກຊາຍຂອງນາງ Johnson.

Trump Alabama Moore
please wait
Embed

No media source currently available

0:00 0:01:03 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG