ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Moody ປ່ຽນການຄາດຄະເນ ແນວໂນ້ມໜີ້ສິນຂອງຈີນ ເປັນ 'ລົບ'


ແຟ້ມພາບ - ທົງຊາດປິວໄປມາ ຢູ່ໜ້າທະນາຄານກາງຂອງຈີນ ໃນນະຄອນຫຼວງປັກກິ່ງ ວັນທີ 20 ມັງກອນ 2022. ໜ່ວຍງານຈັດອັນດັບຄວາມໜ້າເຊື່ອຖື Moody's ປັບຫຼຸດແນວໂນ້ມອັນດັບຄວາມໜ້າເຊື່ອຖືຂອງລັດຖະບານຈີນ ເປັນລົບ ຈາກມີສະຖຽນລະພາບ ໃນວັນທີ 5 ທັນວາ 2023.
ແຟ້ມພາບ - ທົງຊາດປິວໄປມາ ຢູ່ໜ້າທະນາຄານກາງຂອງຈີນ ໃນນະຄອນຫຼວງປັກກິ່ງ ວັນທີ 20 ມັງກອນ 2022. ໜ່ວຍງານຈັດອັນດັບຄວາມໜ້າເຊື່ອຖື Moody's ປັບຫຼຸດແນວໂນ້ມອັນດັບຄວາມໜ້າເຊື່ອຖືຂອງລັດຖະບານຈີນ ເປັນລົບ ຈາກມີສະຖຽນລະພາບ ໃນວັນທີ 5 ທັນວາ 2023.

ໃນຂະນະທີ່​ມີຄວາມກັງວົນເພີ່ມຂຶ້ນ ກ່ຽວກັບລະດັບຫນີ້ສິນທີ່ບໍ່ຍືນຍົງ ໃນເສດຖະ ກິດຂອງຈີນ, ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືໃຫຍ່ ໃນວັນອັງຄານວານນີ້ ໄດ້ປະກາດວ່າ ໄດ້ປ່ຽນການຄາດຄະເນແນວໂນ້ມຂອງຕົນ ກ່ຽວກັບຫນີ້ສິນສາທາລະ ນະຂອງຈີນເປັນລົບ.

ບໍລິສັດ Moody's Investors Service ເຕືອນວ່າ ໜີ້ສິນລະດັບສູງຂອງລັດຖະບານຂັ້ນພາກພື້ນ ແລະ ຂັ້ນທ້ອງຖິ່ນ, ເຊິ່ງຫຼາຍແຫ່ງຍັງປະສົບກັບຄວາມຫຍຸ້ງຍາກໃນການຊຳລະສະສາງຂອງເຂົາເຈົ້າໃນປັດຈຸບັນ, ຄາດວ່າຈະບີບບັງຄັບໃຫ້ລັດຖະ ບານຈີນ ຕ້ອງກ້າວເຂົ້າມາໃຫ້ການຊ່ວຍເຫຼືອທາງດ້ານການເງິນ.

ໃນຊ່ວງເວລາທີ່ເສດຖະກິດຂອງຈີນກໍາລັງສະດຸດ ແລະອັດຕາການເຕີບໂຕຕໍ່າກວ່າທີ່ຄາດໄວ້, ບໍລິສັດ Moody's ເຕືອນວ່າ ພາລະທີ່ເພີ່ມຂຶ້ນນີ້ ອາດສ້າງຄວາມກົດດັນດ້ານການເງິນຕໍ່ລັດຖະບານ.

"ການ​ປ່ຽນ​ແປງ​ການຄາດຄະເນແນວໂນ້ມໄປ​ໃນທາງ​ລົບ​ ສະທ້ອນ​ໃຫ້ເຫັນເຖິງ​ຫຼັກ​ຖານ​ທີ່​ເພີ່ມ​ຂຶ້ນວ່າ ​ລັດຖະບານ ​ແລະ​ພາກ​ລັດໃນວົງກວ້າງ ​ຈະໃຫ້ການສະໜັບສະໜູນທາງການເງິນ ໃຫ້​ແກ່​ລັດຖະບານຂັ້ນ​ພາກ​ພື້ນ​ ແລະຂັ້ນ​ທ້ອງ​ຖິ່ນ​ ແລະ​ລັດ​ວິ​ສາ​ຫະກິດ ທີ່ມີຄວາມ​ເຄັ່ງ​ຕຶງ​ທາງດ້ານ​ການ​ເງິນ​, ເຊິ່ງພາໃຫ້ເກີດ​ຄວາມ​ສ່ຽງດ້ານລົບ ໃນວົງກວ້າງ ຕໍ່ຄວາມແຂງແກ່ນທາງ​ດ້ານ​ການ​ເງິນ, ​ເສດຖະກິດ ​ແລະ​ສະ​ຖາ​ບັນ​ຂອງ​ຈີນ," ອົງການດັ່ງກ່າວ ກ່າວໃນການຖະແຫຼງຂ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG