ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

12 ທະນາຄານ ໃນອັງກິດ ຖືກຫຼຸດລະດັບ ຄວາມໜ້າເຊື່ອຖື ດ້ານສິນເຊື່ອ


ເຄື່ອງໝາຍຂອງບໍລິສັດຊັ່ງຊາຄວາມສ່ຽງໃນດ້ານສິນເຊື່ອ Moody
ເຄື່ອງໝາຍຂອງບໍລິສັດຊັ່ງຊາຄວາມສ່ຽງໃນດ້ານສິນເຊື່ອ Moody

ບໍລິສັດໃຫ້ບໍລິການກ່ຽວກັບການລົງທຶນ Moody ໄດ້ຫຼຸດລະດັບຄວາມໜ້າເຊື່ອຖືທາງດ້ານ
ສິນເຊື່ອຂອງທະນາຄານອັງກິດລົງ 12 ທະນາຄານ ຍ້ອນມີຄວາມວິຕົກກັງວົນຢ້ານວ່າລັດ
ຖະບານ ຈະບໍ່ໃຫ້ການສະໜັບສະໜຸນຢ່າງພຽງພໍ ຖ້າທະນາຄານເຫຼົ່ານີ້ຫາກເກີດມີບັນຫາ
ດ້ານການເງິນ.

ບໍລິສັດຊັ່ງຊາຕີລາຄາຄວາມໜ້າເຊື່ອຖືດ້ານສິນເຊື່ອ Moody ກ່າວໃນວັນສຸກມື້ນີ້ວ່າ ການ
ຫຼຸດລະດັບຄວາມໜ້າເຊື່ອຖືຂອງທະນາຄານເຫຼົ່ານີ້ລົງ ແມ່ນມີສາເຫດມາຈາກການຊັ່ງຊາຕີ
ລາຄາຄືນໃໝ່ ກ່ຽວກັບສະພາບແວດລ້ອມ ໃນການໃຫ້ຄວາມສະໜັບສະໜຸນຢູ່ໃນປະເທດ
ອັງກິດ ແລະເວົ້າຕື່ມວ່າ ການເຄື່ອນໄຫວຂອງລັດຖະບານ ເມື່ອໄວໆມານີ້ ໄດ້ຫຼຸດການໃຫ້
ຄວາມສະໜັບສະໜຸນ ທີ່ຄາດຫວັງວ່າຈະມີຂຶ້ນນັ້ນ ລົງຢ່າງສຳຄັນ ສຳລັບບໍລິສັດການເງິນ
ຕ່າງໆໃນໄລຍະຜ່ານກາງໄປຫາໄລຍະຍາວ.

ບັນດາບໍລິສັດທີ່ໄດ້ຮັບຜົນກະທົບແມ່ນຮວມທັງທະນາຄານ Royal Bank of Scotland ທີ່ລັດຖະບານເປັນຜູ້ຄວບຄຸມຊຶ່ງລະດັບຄວາມໜ້າເຊື່ອຖືໄດ້ຖືກຫຼຸດລົງ 2 ຂັ້ນ. ສ່ວນລະດັບ
ສິນເຊື່ອທະນາຄານ TBS ຂອງບໍລິສັດ Lloyd ໄດ້ ຖືກຫຼຸດລົງ 1 ຂັ້ນ.

ບໍລິສັດ Moody ເວົ້າວ່າ ມີທ່າທາງວ່າລັດຖະບານອັງກິດຈະປ່ອຍໃຫ້ທະນາຄານນ້ອຍໆ
ເຫຼົ່ານີ້ລົ້ມລະລາຍ ແຕ່ຂະນະດຽວກັນ ກໍກ່າວວ່າ ຕົນບໍ່ເຊື່ອວ່າຄວາມເຂັ້ມແຂງທາງດ້ານ
ການເງິນຂອງລະບົບທະນາຄານ ຫຼືຂອງລັດຖະບານອັງກິດ ໄດ້ຊຸດໂຊມລົງແຕ່ປະການໃດ
ໂດຍເວົ້າວ່າ ລັດຖະບານມີທ່າທາງວ່າ ຈະສືບຕໍ່ໃຫ້ການສະໜັບສະໜຸນ ໃນລະດັບໃດລະ
ດັບນຶ່ງຕໍ່ຄວາມສຳຄັນຂອງສະຖາບັນການເງິນຢ່າງເປັນລະບົບ.

XS
SM
MD
LG