ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດໂມເດິນນາ ຈະຫາທາງຂໍ ອະນຸຍາດແບບສຸກເສີນ ເພື່ອໃຊ້ວັກຊີນ ກັນໄວຣັສໂຄໂຣນາ ໃນ ສຫລ ແລະຢູໂຣບ


ນາງພະຍາບານກຽມຢາວັກຊິນກັນ COVID-19 ທີ່ພັດທະນາຊຶ້ນມາໂດຍສະຖາບັນດ້ານສາທາລະນະສຸກຂອງ ສຫລ ແລະ ບໍລິສັດ Moderna ໃນເມືອງ Binghamton, ລັດນິວຢອກ, ວັນທີ 27 ກໍລະກົດ 2020
ນາງພະຍາບານກຽມຢາວັກຊິນກັນ COVID-19 ທີ່ພັດທະນາຊຶ້ນມາໂດຍສະຖາບັນດ້ານສາທາລະນະສຸກຂອງ ສຫລ ແລະ ບໍລິສັດ Moderna ໃນເມືອງ Binghamton, ລັດນິວຢອກ, ວັນທີ 27 ກໍລະກົດ 2020

ບໍລິສັດຜະລິດຢາ ໂມເດິນນາ (Moderna) ກ່າວໃນວັນຈັນວານນີ້ວ່າຕົນກຳລັງຊອກຫາທາງຂໍອະນຸຍາດແບບສຸກເສີນເພື່ອແຈກຢາຍວັກຊີນກັນໄວຣັສໂຄໂຣນາຂອງຕົນໃນສະຫະລັດແລະຢູໂຣບ ຫຼັງຈາກການທົດລອງສະແດງໃຫ້ເຫັນວ່າມັນມີປະສິດທິຜົນເຖິງ 94 ເປີເຊັນ.

ຄຳຮ້ອງຂໍຂອງບໍລິສັດເທັກໂນໂລຈີທາງຊີວະພາບດັ່ງກ່າວຂອງສະຫະລັດອາດມີໝາຍຄວາມວ່າ ພະນັກງານການແພດຈະສາມາດສັກຢາປ້ອງກັນໄວຣັສໃຫ້ຄົນເຈັບໄດ້ທັນກາງເດືອນທັນວານີ້ ດ້ວຍການສັກຢາປ້ອງກັນໄວຣັສໂຄໂຣນາສອງຄັ້ງ-ຊຶ່ງເປັນວັກຊິນຂອງບໍລິສັດໂມເດິນນາ (Moderna) ຫລືບໍ່ດັ່ງນັ້ນ ກໍສັກຢາວັກຊີນອັນນຶ່ງອີກ ທີ່ໄດ້ຮັບການທົດລອງຢ່າງສໍາເລັດຜົນຄືກັນທີ່ຜະລິດໂດຍບໍລິສັດຮ່ວມ ໄຟເຊີ-ໄບໂອເອນເທັກ ( Pfizer-BioNTech).

ບໍລິສັດໂມເດິນນາ (Moderna) ກ່າວວ່າ ຕົນໄດ້ດຳເນີນການທົດລອງທາງດ້ານຄລີນິກຕໍ່ 30,000 ຄົນ, ແລະຜົນໄດ້ຮັບຂອງມັນແມ່ນເທົ່າທຽມກັນກັບຢາວັກຊີນສຳລັບເດັກທີ່ດີທີ່ສຸດ.

ບໍລິສັດຜະລິດຢາດັ່ງກ່າວເວົ້າອີກວ່າ ໃນຈຳນວນອາສາສະໝັກ 196 ຄົນທີ່ຕິດພະຍາດໂຄວິດ-19 ນັ້ນ 185 ໄດ້ຮັບຢາປອມຂະນະທີ່ 11 ຄົນໄດ້ຮັບຢາວັກຊີນ. ບໍລິສັດໂມເດິນນາ (Moderna) ໄດ້ລາຍງານວ່າ ມີກໍລະນີທີ່ເປັນພະຍາດຮຸນແຮງ 30 ຄົນ- ຊຶ່ງທັງໝົດແມ່ນຢູ່ໃນກຸ່ມທີ່ໄດ້ຮັບຢາປອມ- ລວມທັງຜູ້ທີ່ເສຍຊີວິດ ທີ່ມີສາເຫດກ່ຽວຂ້ອງກັບພະຍາດໂຄວິດ-19 ອີກດ້ວຍ.

ການຮ້ອງຂອງບໍລິສັດໂມເດິນນາ (Moderna) ແລະໄຟເຊີ (Pfizer) ເພື່ອນຳໃຊ້ວັກຊີນຂອງພວກເຂົາເຈົ້າແບບສຸກເສີນແມ່ນມີຂຶ້ນໃນຂະນະທີ່ຈຳນວນກໍລະນີຄົນຕິດໄວຣັສໂຄໂຣນາກຳລັງເພີ່ມຂຶ້ນໃນສະຫະລັດ, ບ່ອນທີ່ມີຫລາຍສິບພັນກໍລະນີໃໝ່ກຳລັງຖືກບັນທຶກໃນທຸກໆວັນ.

ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ພວກເພິ່ນມີຄວາມເປັນຫ່ວງເປັນພິເສດກ່ຽວກັບວ່າຈະມີການແຜ່ລະບາດຂອງເຊື້ອໄວຣັສນີ້ເພີ້ມໄປອີກ ເພາະວ່າປະຊາຊົນຫຼາຍລ້ານຄົນບໍ່ສົນໃຈຕໍ່ຄຳເຕືອນຫ້າມເດີນທາງໃນວັນບຸນ Thanksgiving ໃນອາທິດຜ່ານມາ ແລະອາດຈະເດີນທາງອີກຄັ້ງໃໝ່ໃນວັນຄຣິສມາສ ແລະວັນພັກທ້າຍອາທິດຂອງປີໃໝ່ຈະມາເຖິງນີ້.

ສະຫະລັດມີປະຊາກອນກວາມເອົາ 4 ເປີເຊັນຂອງປະຊາກອນໂລກແຕ່ມີເກືອບ ຮອດນຶ່ງສ່ວນ 5 ຂອງປະຊາຊົນແມ່ນເສຍຊີວິດຍ້ອນໂຣກໄວຣັສໂຄໂຣນາ -ມີຫຼາຍກວ່າ 266,000 ຄົນຊຶ່ງເປັນຈໍານວນທີ່ຫຼາຍກວ່າປະເທດໃດໝົດ, ອີງຕາມມະຫາວິທະຍາໄລຈອນສ໌ ຮອບຄິນສ໌ (Johns Hopkins). ໃນທົ່ວໂລກ, ຈຳ ນວນຜູ້ເສຍຊີວິດໄດ້ເພີ້ມຂຶ້ນເຖິງ 1.46 ລ້ານຄົນແລ້ວ.

ຜູ້ຊ່ຽວຊານດ້ານການແພດຂອງສະຫະລັດ ກ່າວວ່າ ປະຊາຊົນອາເມຣິກັນ 20 ລ້ານຄົນສາມາດໄດ້ຮັບການສັກຢາວັກຊີນໃນທ້າຍເດືອນທັນວານີ້, ເຊິ່ງອາດຈະມີພະນັກງານການແພດທີ່ຢູ່ໃນແຖວໜ້າເປັນເປົ້າໝາຍ ໃນເບື້ອງຕົ້ນ, ຖັດມາແມ່ນຜູ້ສູງອາຍຸ ທີ່ອາໄສຢູ່ໃນບ້ານພັກຄົນຊະລາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG