ໜ່ວຍປ່ອນບັດທັງຫຼາຍໄດ້ເປີດແລ້ວ ໃນທົ່ວແຄວ້ນ Scotland
ສຳຫລັບການລົງປະຊາມະຕິອັນຄັ້ງປະຫວັດສາດທີ່ຈະຕັດສິນວ່າ
ແຄວ້ນ ດັ່ງກ່າວ ຄວນຈະແຍກໂຕອອກຈາກອັງກິດ ແລະກາຍ
ເປັນປະເທດເອກະລາດຫຼືບໍ່.
ບັນດາຜູ້ມີສິດປ່ອນບັດ ຈະພາກັນໄປລົງຄະແນນສຽງ “ເຫັນດີ”
ຫຼື “ບໍ່ເຫັນດີ” ຢູ່ຕາມໜ່ວຍປ່ອນບັດຕ່າງໆ ປະມານ 2,600
ບ່ອນ ທີ່ໄດ້ເປີດແລ້ວ ໃນວັນພະຫັດມື້ນີ້ ໃນທົ່ວແຄວ້ນ Scotland.
ເປັນທີ່ຄາດກັນວ່າ ຈະມີປະຊາຊົນຈຳນວນຫຼວງຫຼາຍ ພາກັນ
ໄປລົງປະຊາມະຕິ ໃນມື້ນີ້ໃນເມື່ອວ່າ ມີຫຼາຍກວ່າ 95 ເປີເຊັນ
ຂອງພວກມີສິດປ່ອນບັດ ໄດ້ພາກັນຈົດທະບຽນແລ້ວນັ້ນ.
ການຢັ່ງຫາງສຽງ ເມື່ອບໍ່ດົນຜ່ານມານີ້ ຜົນຂອງການລົງປະຊາມະຕິ ຈະໃກ້ຄຽງກັນ
ໃນຂະນະທີ່ ຂະບວນການສະໜັບສະໜຸນ ເພື່ອຄວາມເປັນເອກະລາດ ໄດ້ເພີ້ມຂຶ້ນ
ກາຍ 48 ເປີເຊັນ ໃນລະຍະສອງສາມອາທິດທີ່ຜ່ານມານີ້.
ສ່ວນຝ່າຍຕ້ານການແຍກ ໂຕອອກເປັນເອກະລາດ ໄດ້ໂຕ້ຖຽງວ່າ ການອອກສຽງ
“ເຫັນດີ” ນັ້ນ ຈະສ້າງຄວາມເສຍຫາຍ ຕໍ່ເສດຖະກິດຂອງ Scotland ແລະ ຈະລົບ
ກວນຊີວິດການເປັນຢູ່ສຳຫລັບທຸກໆຄົນ ຖ້າຫາກການເປັນສະຫະພັນ ເປັນເວລາ 307
ປີຂອງ Scotland ກັບອັງກິດ ພັງທະລາຍລົງ.